ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຄະນະ ກົມ​ໃຫຍ່​ເຕັກນິກ​ກອງທັບ ອວຍພອນ ຄະນະ​ອຳນວຍ​ການ ໂຮງຮຽນ​ຂັບ​ຂີ່​ລົດ 404
ເວລາອອກຂ່າວ: 2026-10-15 09:22:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ:



ວັນ​ທີ 7 ຕຸລາ 2026, ສະຫາຍ ພັນ​ໂທ ນາງ ວຽງສະຫັວນ ຊົມ​ພູ ຮອງ​ຫົວໜ້າຫ້ອງ​ການເມືອງກົມ​ໃຫຍ່​ເຕັກນິກ​ກອງທັບ ພ້ອມ​ດ້ວຍ​ຄະນະໄດ້​ນຳ​ເອົາ​ກະຕ່າ​ດອກ​ໄມ້​ເຂົ້າ​ອວຍພອນ ຄະນະ​ອຳນວຍ​ການໂຮງຮຽນ​ຂັບ​ຂີ່​ລົດ 404, ໂດຍ​ການ​ຕ້ອນຮັບຂອງ​ ສະຫາຍ ພັນ​ໂທ ແສງ​ຄຳ ທະວີ​ໄຊ ຮອງ​ຫົວໜ້າ​ອຳນວຍ​ການ ຫົວໜ້າ​ພະແນກການ​ເມືອງ ໂຮງຮຽນ​ຂັບ​ຂີ່​ລົດ 404 ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ນາງ ວຽງສະຫັວນ ຊົມ​ພູ ໄດ້​ຕາງໜ້າ​ໃຫ້ກົມ​ໃຫ່​​ຍ​ເຕັກນິກ​ກອງທັບ ກ່າວ​ສະແດງ​ຄວາມ​ອວຍພອນ​ໄຊ​ອັນ​ປະເສີດ ເນື່ອງ​ໃນ​ໂອກາດ​ວັນ​ຄູ​ແຫ່ງ​ຊາດ ຄົບຮອບ 32 ປີ, ອວຍພອນ​ແດ່ພະນັກງານ ຄູ-ອາຈານ ແລະ ພະນັກງານ-ນັກຮົບທົ່ວ​ໂຮງຮຽນ​ຂັບ​ຂີ່​ລົດ 404 ຈົ່ງ​ມີ​ສຸຂະພາບ​ແຂງແຮງ ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ການເມືອງ ທີ່​ມີ​ກຽດ​ສະຫງ່າ​ຂອງ​ຕົນ. ສະຫາຍ ພັນ​ໂທ ແສງ​ຄຳ ທະວີໄຊ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈຕໍ່ ສະຫາຍ ພັນ​ໂທ ນາງ ວຽງ​ສະ​ຫັວນ ຊົມ​ພູ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ມາ​ອວຍພອນ​ຄັ້ງ​ນີ້ ແລະ ອວຍພອນ ສະຫາຍ ພັນໂທ ນາງ ວຽງ​ສະ​ຫັວນ ຊົມ​ພູ ພ້ອມ​ດ້ວຍ​ຄະນະ ຈົ່ງ​ມີ​ສຸຂະພາບ​ແຂງແຮງ ພ້ອມ​ກັນ​ເຮັດ​ສຳເລັດ​ໃນ​ໜ້າທີ່​ການເມືອງຂອງ​ຕົນ​ເຊັ່ນ​ດຽວ​ກັນ. ໂດຍ: ຄອນ​ສະ​ຫັວນ ວຽງ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ