ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ທະຫານ​ແຂວງ ຫຼວງ​ພະ​ບາງ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເສຍ​ຊີວິດ
ເວລາອອກຂ່າວ: 2026-10-15 09:26:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 174 | ຄວາມນິຍົມ:



ພິທີ​ມອບ​ເງິນ​ນະໂຍບາຍອຸດ​ໜູນ​ໃຫ້​ ຄອບຄົວພະນັກງານ-ນັກຮົບ ທີ່​ເສຍ​ຊີວິດຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ຕຸລາ 2026, ຢູ່​ຫ້ອງປະຊຸມຂອງຫ້ອງ​ການເມືອງ​ກອງ​ບັນຊາ​ການທະຫານ​ແຂວງ​ຫຼວງ​ພະ​ບາງ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສົມ​ໃຈ ສີສະ​ຫວັດ ຮອງ​ຫົວໜ້າ​ຫ້ອງ​ການເມືອງກອງບັນຊາ​ການ​ທະຫານ​ແຂວງ, ມີ​ ຄະນະ​ພັກ-ຄະນະ​ບັນຊາພະແນກ ການທີ່ກ່ຽວຂ້ອງ ຕະຫຼອດ​ຮອດ ຄອບຄົວ​ພະນັກງານ-ນັກຮົບ ຜູ້​ເສຍ​ຊີວິດ ເຂົ້າ​ຮ່ວມ. ເພື່ອ​ເປັນ​ການ​ປະຕິບັດ​ນະໂຍບາຍ​ຕາມ​ກົດໝາຍ​ປະກັນ​ສັງຄົມ (ສະບັບ​ປັບປຸງ) ເລກ​ທີ 54 ຂອງ​ສະພາ​ແຫ່ງ​ຊາດ, ລົງ​ວັນ​ທີ 27 ມິຖຸນາ 2018; ເຊິ່ງ​ໃນ​ນີ້, ມີ​ພະນັກງານ-ນັກຮົບ ທີ່​ເສຍ​ຊີວິດ ຈຳນວນ 5 ສະຫາຍ, ເມຍ​ຂອງ​ພະນັກງານ 2 ສະຫາຍ, ລູກ​ຂອງ​ພະນັກງານ-ນັກຮົບ 2 ສະຫາຍ, ລວມ​ເປັນ​ເງິນ​ທັງ​ໝົດ 971 ລ້ານ​ກວ່າ​ກີບ. ສະຫາຍ ພັນ​ໂທ ສົມໃຈ ສີສະຫວັດ ໄດ້​ມີ​ຄຳ​ເຫັນໂອ້ລົມ​ ຍົກ​ໃຫ້​ເຫັນເຖິງ​ຄວາມໝາຍ​ສຳຄັນ​ໃນ​ການ​ປະຕິບັດ​ນະໂຍບາຍ​ມອບ​ເງິນ​ນະ​ໂຍ​ບາບ​ອຸດ​ໜູນ​ເສຍ​ຊີວິດ, ເປັນ​ການ​ຕອບ​ແທນ​ຄຸນງາມຄວາມດີ​ຂອງ​ນາຍ ແລະ ພົນທະຫານທີ່​ໄດ້​ປະກອບສ່ວນ​ພາລະກິດ​ປະຕິວັດ, ອຸທິດ​ເລືອດ​ເນື້ອ​ເຫື່ອແຮງສະຕິ​ປັນຍາ ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາພັດທະນາ​ປະເທດ​ຊາດ ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ຮຽກຮ້ອງ​ມາ​ຍັງ​ບັນດາ​ຄອບຄົວ​ຜູ້​ເສຍ​ຊີວິດ ຈົ່ງ​ສືບຕໍ່​ຮັກສາ​ມູນເຊື້ອ​ກຽດ​ສັກ​ສີ​ຂອງ​ຜູ້​ທີ່​ລວງ​ລັບ ແລະ ພ້ອມ​ກັນ​ສຶກ​ສາ​ອົບຮົມ​ບົ່ມ​ສອນ​ລູກ​ຫຼານໃຫ້​ເຂົ້າໃຈ​ແຈ້ງຕໍ່​ ແນວທາງ​ປ່ຽນແປງໃໝ່ຂອງພັກ, ເຄົາລົບ​ກົດໝາຍ​ຂອງ​ລັດ, ປະກອບສ່ວນ​ເຂົ້າ​ຮ່ວມ​ເຄື່ອນໄຫວ​ ວຽກ​ງານ​ປ້ອງ​ກັນ​ຊາດໃຫ້ເຂັ້ມແຂງ ແລະ ໃຫ້​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ໄປເສີມ​ຂະຫຍາຍ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຄອບຄົວ. ໂດຍ: ທອງ​ລິດ ແກ້ວ​ທຸມມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ