ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ ສປປ ລາວ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນນັກຮົບເກົ່າ ແຂວງເຊິນລາ ສສ ຫວຽດນາມ
ເວລາອອກຂ່າວ: 2026-10-15 11:33:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 423 | ຄວາມນິຍົມ: ![]()
ກອງປະຊຸມ ພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ ສປປ ລາວ ແລະ ສະຫະພັນນັກຮົບເກົ່າ ແຂວງເຊິນລາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2026, ທີ່ສະໂມສອນຫ້ອງວ່າການປົກຄອງ ແຂວງໄຊຍະບູລີ, ຝ່າຍແຂວງ ໄຊຍະບູລີ ນໍາໂດຍສະຫາຍ ພົນຈັດຕະວາ ກູດ ພົມມາ ປະທານສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ, ຝ່າຍແຂວງ ເຊິນລາ ນໍາໂດຍ ສະຫາຍ ພັນເອກ ດິງ ມິງທາຍ ຮອງປະທານ, ຫົວໜ້າຄະນະກວດກາສະມາຄົມນັກຮົບເກົ່າແຂວງແຂວງເຊິນລາ, ມີຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຕາງໜ້າພະແນກການຕ່າງປະເທດ ແຂວງໄຊຍະບູລີ ແລະ ພະນັກງານນັກຮົບເກົ່າ ຂອງທັງສອງແຂວງ ເຂົ້າຮ່ວມ.
ໃນກອງປະຊຸມ ສອງຝ່າຍ ໄດ້ສະເໜີຈຸດປະສົງ ແລະ ລາຍຊື່ຜູ້ແທນ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ກູດ ພົມມາ ໄດ້ຍົກໃຫ້ເຫັນເຖິງທີ່ຕັ້ງ, ພູມສັນຖານ, ການດໍາລົງຊີວິດ ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ ຂອງແຂວງໂດຍສັງເຂບ, ພ້ອມທັງ ລາຍງານກ່ຽວກັບລະບົບການຈັດຕັ້ງ ຂອງຫ້ອງການສະຫະພັນນັກຮົບເກົ່າແຂວງ, ເຊິ່ງປະກອບມີ 3 ຂະແໜງການ ຄື: ຂະແໜງຈັດຕັ້ງ-ກວດກາ, ຂະແໜງຫ້ອງການ-ບໍລິຫານ ແລະ ຂະແໜງໂຄສະນາ-ອົບຮົມ, ມີພະນັກງານທັງໝົດ 21 ສະຫາຍ, ຍິງ 9 ສະຫາຍ, ທົ່ວແຂວງມີ 2 ກອງທຶນ ຄື: ກອງທຶນພັດທະນາ ມີເງິນທຶນ 2.665.179.000 ກີບ ແລະ ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີເງິນທຶນ 813.993.200 ກີບ.
ພ້ອມນັ້ນ, ໄດ້ຮ່ວມກັນຜ່ານບົດບັນທຶກຊ່ວຍຈໍາ ລະຫວ່າງ ສະຫະພັນນັກຮົບເກົ່າ ແຂວງໄຊຍະບູລີ ແລະ ສະມາຄົມນັກຮົບເກົ່າ ແຂວງເຊີນລາ ເພື່ອສືບຕໍ່ໂຄສະນາເຜີຍແຜ່ ກ່ຽວກັບຄວາມສາມັກຄີທີ່ເປັນມູນເຊື້ອ, ຄວາມເປັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ຈັດຕັ້ງແລກປ່ຽນຂໍ້ມູນຂ່າວສານ, ເອກະສານ, ໂດຍສະເພາະກ່ຽວກັບວັດຖຸທີ່ລະນຶກ, ຮູບພາບ ແລະ ອັດຖິ ຂອງທະຫານ, ພົນລະເມືອງ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ແຂວງໄຊຍະບູລີ, ສືບຕໍ່ແລກປ່ຽນວິທີການຈັດຕັ້ງປະຕິບັດ ປະສົບການໃນການເຄື່ອນໄຫວຂອງສະມາຄົມນັກຮົບເກົ່າ, ແລກປ່ຽນປະສົບການ ເພື່ອຫຼຸດຜ່ອນຄວາມທຸກຍາກ, ການນໍາພາພັດທະນາເສດຖະກິດຄອບຄົວ ຂອງສະມາຊິກນັກຮົບເກົ່າ, ສືບຕໍ່ສົມທົບກັນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ບັນດາວິສາຫະກິດ, ນັກທຸລະກິດ ຂອງນັກຮົບເກົ່າ ລະຫວ່າງ 2 ປະເທດ ແລະ 2 ແຂວງ, ດໍາເນີນການຄົ້ນຄວ້າຕະຫຼາດ, ຊຸກຍູ້ການລົງທຶນ ຖືກຕາມກົດໝາຍ ຂອງ 2 ປະເທດ ແລະ ລະບຽບການ ຂອງ 2 ແຂວງ. ພ້ອມດຽວກັນນັ້ນ, ໄດ້ຮ່ວມກັນເຊັນບົດບັນທຶກດັ່ງກ່າວ ຕື່ມອີກ.
ໂດຍ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















