ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ປະກາດການສ້າງຕັ້ງກຳມະບານຮາກຖານ ໂຮງງານ ຜະລິດ-ປະກອບ ແລະ ສ້ອມແປງ 209
ເວລາອອກຂ່າວ: 2026-10-15 11:34:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 507 | ຄວາມນິຍົມ:



ພິທີ ປະກາດການສ້າງຕັ້ງກຳມະບານຮາກຖານ ໂຮງງານ ຜະລິດ-ປະກອບ ແລະ ສ້ອມແປງ 209 ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຂັ້ນກະຊວງປ້ອງກັນປະເທດ, ໂດຍມີ ສະຫາຍ ພົນຈັດຕະວາ ບົວຄຳ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ ໂຮງງານ, ຫ້ອງການກຳມະບານກອງທັບ, ພະແນກການ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໂຮມ ສົມແສນທຽມ ຫົວໜ້າການເມືອງ ໂຮງງານຜະລິດ-ປະກອບ ແລະ ສ້ອມແປງ 209 ໄດ້ລາຍງານໂດຍຫຍໍ້ ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ໜ້າທີ່ການເມືອງ, ຜົນງານທີ່ພົ້ນເດັ່ນ ແລະ ບົດຮຽນ ຈາກການປະຕິບັດວຽກງານ ໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ພັນເອກ ໄຊຊະນະ ທຳມະສອນ ຮອງຫົວໜ້າຫ້ອງການກຳມະບານກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການສ້າງຕັ້ງກຳມະບານຮາກຖານ ໂຮງງານຜະລິດ-ປະກອບ ແລະ ສ້ອມແປງ 209 ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະນຳກຳມະບານຮາກຖານ ເຊິ່ງປະກອບມີ: ສະຫາຍ ພັນໂທ ບຸນໂຮມ ສົມແສງທຽນ ເປັນປະທານ; ສະຫາຍ ພັນໂທ ສຸກໃຈ ວົງຄາ ເປັນຮອງປະທານ; ສະຫາຍ ພັນໂທ ຄຳກິ່ງ ສໍສົມພັນ, ສະຫາຍ ພັນໂທ ວຽງວິໄລ ພຸດທະວົງ ແລະ ສະຫາຍ ພັນໂທ ບຸນໂຈມ ອິນທະວົງ ເປັນຄະນະກຳມະການ. ພ້ອມນັ້ນ, ຍັງໄດ້ປະກາດອະນຸມັດມະຫາຊົນກ້າວໜ້າເຂົ້າເປັນສະມາຊິກກຳມະບານ ຈຳນວນ 93 ສະຫາຍ ຕື່ມອີກ. ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກສະຫາຍປະທານ ແລະ ຢ້ຽມຊົມຄ້າຍຄູ, ສະຖານທີ່ສ້ອມແປງ ຂອງໂຮງງານ ຕື່ມອີກ. ໂດຍ: ໄພລິນ ບຸນຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ