ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພັນໃຫຍ່ 645 ອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026
ເວລາອອກຂ່າວ: 2026-10-15 11:36:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 590 | ຄວາມນິຍົມ:



ໃນລະຫວ່າງວັນທີ 8-11 ຕຸລາ 2026 ນີ້, ກອງພັນໃຫຍ່ 645 ໄດ້ອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພູຄໍາ ຄໍາທອງໃບ ຮອງຫົວໜ້າກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນໂທ ບຸນມີສຸກ ພຸດສະດີ ຫົວໜ້າການທະຫານ ກອງພັນໃຫຍ່ 645, ມີຄະນະຊີ້ນໍາ, ວິຊາການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການອົບຮົມ-ຫັດແອບ ປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ເພື່ອແນໃສ່ກວດກາຕີລາຄາຄວາມຮັບຮູ້, ຄວາມສາມາດໃນການບັນຊາ ຂອງພະນັກງານ-ນັກຮົບ ແຕ່ລະຂັ້ນ ໃນການນໍາໃຊ້ອາວຸດ-ຍຸດໂທປະກອນເຕັກນິກ ຂອງເຫຼົ່າຮົບວິຊາສະເພາະ ຂອງຕົນ ແລະ ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ໃນການນໍາໃຊ້ອາວຸດ ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ້ວ ເພື່ອຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ. ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນໄດ້ວ່າ ແຕ່ລະສະຫາຍ ກຳແໜ້ນບົດຮຽນທີ່ໄດ້ຫັດແອບ ແລະ ສາມາດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ ຮັບປະກັນຄວາມປອດໄພໄດ້ 100%. ໂອກາດດັ່ງກ່າວ, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ກອງພັນໃຫຍ່ 645 ໄດ້ມອບເຄື່ອງບໍລິໂພກ ລວມມູນຄ່າ 2.000.000 ກີບ ເພື່ອເປັນການປະກອບສວ່ນຊຸກຍູ້ໃຫ້ການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ຕື່ມອີກ. ໂດຍ: ບົວພາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ