ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ
ເວລາອອກຂ່າວ: 2026-10-15 14:26:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ: ![]()
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນ ຂອງຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 15 ຕຸລາ 2026 ນີ້, ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສອດຄ່ອງກັບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ, ເຖິງແມ່ນວ່າໃນໄລຍະຜ່ານມາລະບຽບຫຼັກການທີ່ເປັນບ່ອນອີງໃນການຄຸ້ມຄອງຂອງລັດ ເຫັນວ່ານິຕິກຳ ຍັງບໍ່ທັນຮັດກຸມບໍ່ຈະແຈ້ງເທົ່າທີ່ຄວນ, ການຄຸ້ມຄອງທາງດ້ານການບິນ ຕິດພັນກັບຫຼາຍຂະແໜງການ ເຮັດໃຫ້ການຈັດຕັ້ງປະຕິບັດນິຕິກຳທີ່ວາງອອກ ຍັງຈຳກັດ ແລະ ມີໜ້ອຍ. ສະນັ້ນ, ຈຶ່ງໄດ້ລວບລວມເອົາບັນຫາ, ເນື້ອໃນ ຂອງບັນດານິຕິກຳ ທີ່ນໍາໃຊ້ຜ່ານມາ ເພື່ອກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຂະແໜງການທີ່ກ່ຽວຂ້ອງ ເຂົ້າໃນຮ່າງກົດໝາຍສະບັບນີ້ໃຫ້ຊັດເຈນ ເພື່ອເຮັດໃຫ້ການຄຸ້ມຄອງມະຫາພາກ ມີປະສິດທິພາບ ແລະ ມີປະສິດທິຜົນສູງ, ພ້ອມທັງ ຫັນໄປສູ່ການຄຸ້ມຄອງລະບົບທີ່ທັນສະໄໝ ເພື່ອປັບນິຕິກຳທີ່ຍັງໃຊ້ໃນປັດຈຸບັນ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ, ທັງເປັນເຄື່ອງມືໃນການຄຸ້ມຄອງຂອງລັດໃຫ້ຮັດກຸມ ແລະ ເປັນລະບົບ ໃນການຄຸ້ມຄອງມະຫາພາກ, ການດໍາເນີນທຸລະກິດກ່ຽວກັບການບິນພົນລະເຮືອນ ໃຫ້ທັນສະໄໝ, ມີຄວາມປອດໄພ, ໂປ່ງໃສ ສາມາດຕິດຕາມ, ກວດກາໄດ້ຢ່າງທັນການ, ພ້ອມທັງ ປົກປັກຮັກສາຜົນປະໂຫຍດລວມຂອງຊາດ ຕໍ່ຜູ້ດຳເນີນທຸລະກິດປະກອບສ່ວນເຂົ້າໃນການສ້າງຖານລາຍຮັບເຂົ້າງົບປະມານແຫ່ງຊາດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງມີກົດໝາຍ ທີ່ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການສາມາດຈັດຕັ້ງປະຕິບັດໄດ້. ໂຄງປະກອບ ຂອງຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນສະບັບເກົ່າປີ 2018 ປະກອບມີ 18 ພາກ 27 ໝວດ ແລະ 174 ມາດຕາ ພາຍຫຼັງທີ່ປັບປຸງລ່າສຸດໃນປີ 2026 ປະກອບມີ 16 ພາກ, 35 ໝວດ ແລະ 189 ມາດຕາ, ຮັກສາເດີມ 28 ມາດຕາ, ປັບປຸງຄືນ 126 ມາດຕາ ແລະ ເພີ່ມເຂົ້າໃໝ່ 35 ມາດຕາ.
ພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນບ່ອນອີງທາງດ້ານນິຕິກຳ ຂອງວຽກງານການບິນພົນລະເຮືອນ ຂອງ ສປປ ລາວ ທີ່ຈະນໍາໃຊ້ເຂົ້າໃນການອ້າງອີງຕໍ່ການປະຕິບັດຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ໂດຍສະເພາະການແກ້ໄຂຂໍ້ຄົງຄ້າງ ແລະ ຮອງຮັບການມາກວດສອບ-ກວດກາຄວາມປອດໄພການບິນ ແລະ ປ້ອງກັນຄວາມປອດໄພການບິນຮອບດ້ານ ຂອງອົງການ ການບິນພົນລະເຮືອນສາກົນ (ICAO) ໃນໄວໆນີ້.
ເພື່ອຜັນຂະຫຍາຍວິໄສທັດ ຮອດປີ 2030 ຍຸດທະສາດການພັດທະນາການບິນພົນລະເຮືອນຮອດປີ 2030 ທີ່ໄດ້ກຳນົດເປົ້າໝາຍລວມ ທີ່ຕ້ອງສູ້ຊົນປະຕິບັດໃຫ້ສໍາເລັດ ເຊິ່ງໃນນັ້ນວຽກຈຸດສຸມທີ່ເປັນບຸລິມະສິດຕົ້ນຕໍທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ໂດຍສະເພາະການປັບປຸງກົດໝາຍ ແລະ ລະບຽບການ ໃຫ້ສອດຄ່ອງຕາມມາດຕະຖານ ແລະ ຄໍາແນະນໍາ ຂອງອົງການບິນພົນລະເຮືອນສາກົນ ເພື່ອນໍາໃຊ້ເປັນເຄື່ອງມືໃນການຄຸ້ມຄອງມະຫາພາກດ້ານການບິນພົນລະເຮືອນ ໃຫ້ມີປະສິດທິພາບສູງ. ຄຽງຄູ່ກັນນີ້, ເພື່ອຍົກສູງບົດບາດ ຂອງກົມການບິນພົນລະເຮືອນ ໃຫ້ເປັນເຈົ້າໜ້າທີ່ ທີ່ມີສິດ ແລະ ໜ້າທີ່ໃນການຄຸ້ມຄອງມະຫາພາກດ້ານການບິນພົນລະເຮືອນ ໃຫ້ກາຍເປັນຮູບປະທຳ ໂດຍນຳໃຊ້ລະບົບກົດໝາຍ ແລະລະບຽບການຢ່າງເຂັ້ມງວດ ພ້ອມດ້ວຍງົບປະມານພຽງພໍ ແລະ ບຸກຄະລາກອນດ້ານວິຊາສະເພາະການບິນ ໃຫ້ເທດເໝາະກັບພາລະບົດບາດຂອງຕົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອເປັນເຄື່ອງມືທີ່ມີຄວາມຮັດກຸມ ແລະ ຄົບຖ້ວນກວ່າເກົ່າ ໃນການຄຸ້ມຄອງລັດດ້ວຍກົດໝາຍ, ພ້ອມທັງ ສ້າງເງື່ອນໄຂໃນການພັດທະນາເສດຖະກິດສັງຄົມ ໃຫ້ດີຂຶ້ນ ເພື່ອຮັບປະກັນການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານຂະແໜງການບິນພົນລະເຮືອນ ໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ປົກປ້ອງຜູ້ຊົມໃຊ້, ຊັບສິນ ແລະ ສ້າງໂອກາດໃນການຍາດແຍ່ງການລົງທຶນ ຂອງຕ່າງປະເທດໃນອະນາຄົດ ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານຂະແໜງການບິນພົນລະເຮືອນ ລະຫວ່າງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເປັນເຄື່ອງມືທີ່ສໍາຄັນ, ຮັດກຸມ ແລະ ຄົບຖ້ວນໃນການຄຸ້ມຄອງລັດດ້ວຍກົດໝາຍ ປະກອບສ່ວນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໂດຍ: ແສງເດືອນ+ນາງ ເກດແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















