ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພົນທີ 1 ປາຖະກະຖາ 3 ວັນປະຫວັດສາດ
ເວລາອອກຂ່າວ: 2026-10-15 14:27:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 426 | ຄວາມນິຍົມ:



ວັນທີ 15 ຕຸລາ 2026 ນີ້, ກອງພົນທີ 1 ໄດ້ປາຖະກະຖາ 3 ວັນປະຫວັດສາດ ຄື: ວັນປະກາດເອກະລາດ ຄົບຮອບ 81 ປີ, ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ ແລະ ວັນຊາດ ສປ ຈີນ ຄົບຮອບ 77 ປີ, ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ກອງພົນ, ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ການປະຖະກະຖາ ໃນຄັ້ງນີ້, ເພື່ອເຊື່ອມຊຶມ ແລະ ເຕືອນສະຕິ ໃຫ້ພະນັກງານ-ນັກຮົບ ຜູ້ທີ່ເປັນເສົາຫຼັກ ແລະ ຜູ້ສືບທອດການປະຕິວັດ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກ້ວາງຂວາງ, ຮອບດ້ານ ແລະ ພາວະວິໄສ ຕໍ່ກັບມູນເຊື້ອວັນປະຫວັດສາດສໍາຄັນດັ່ງກ່າວ ພ້ອມກັນນໍາເອົາເນື້ອໃນຈິດໃຈເຫຼົ່ານັ້ນ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍ ໃຫ້ໄດ້ຮັບຜົນດີ ແລະ ທົ່ວເຖິງທຸກເປົ້າໝາຍ. ພ້ອມທັງ ນໍາເອົາບົດຮຽນ ແລະ ພຶດຕິກໍາຕົວຈິງ ໃນພາລະກິດປະຕິວັດ ຂອງຄົນຮຸ່ນກ່ອນ ມາເປັນເຂັ້ມຊີ້ທິດເຍືອງທາງ ແລະ ເປັນແວ່ນແຍງທີ່ດີ ໃຫ້ແກ່ຄົນຮຸ່ນຫຼັງ ກໍຄືພະນັກງານ-ນັກຮົບ ນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ເຂົ້າໃນຊີວິດການເມືອງຂອງກົມກອງ ໃຫ້ມີຜົນສໍາເລັດຢ່າງສະຫງ່າງາມ. ພ້ອມທັງ ໄດ້ຮັບຮູ້ເຖິງຄວາມໝາຍຄວາມສໍາຄັນ ຂອງການເປີດກ້ວາງດ້ານການພົວພັນທາງການທູດລາວ ຕໍ່ກັບເພື່ອນມິດໃນໂລກໃນເວທີສາກົນ ແລະ ຮັບຮູ້ວິລະກໍາການຕໍ່ສູ້ປົດປ່ອຍຊາດອັນລໍ້າເລີດ ຂອງກອງທັບປົດປ່ອຍປະຊາຊົນຈີນ ກໍຄື ພັນທະພາບອັນໜຽວແໜ້ນຂອງປະຊາຊົນຈີນ ທົ່ວປະເທດ ແລະ ເສັ້ນທາງຍຸດທະສາດແຫ່ງກ້າວເດີນ ສູ່ສັງຄົມນິຍົມ ແບບສີສັນໃໝ່ ຂອງ ສປ ຈີນ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ