ປະກາດການບົ່ງຕົວແຕ່ງຕັ້ງ ຮອງເລຂາ, ປະທານກວດກາ ແລະ ກໍາມະການຄະນະພັກຮາກຖານ ຫ້ອງພະລາທິການ ກອງບັນຊາການທະຫານແຂວງອັດຕະປື
ເວລາອອກຂ່າວ: 2026-10-15 15:09:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ: ![]()
ວັນທີ 15 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງອັດຕະປື ໄດ້ປະກາດການບົ່ງຕົວແຕ່ງຕັ້ງ ຮອງເລຂາ, ປະທານກວດກາ, ກໍາມະການຄະນະພັກຮາກຖານ ແລະ ໜ່ວຍພັກເພີ່ມເຕີມ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງພະລາທິການ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຮອງເລຂາພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກຮາກຖານ, ໜ່ວຍພັກ, ແຂກຖືກເຊີນ, ພະນັກງານສະມາຊິກພັກ ແລະ ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ສຸກສາຄອນ ພົມມະຈັນ ຮອງຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງອັດຕະປື ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງອັດຕະປື ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກເພີ່ມເຕີມ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງພະລາທິການ ໃນນັ້ນ, ກອງບັນຊາການທະຫານແຂວງອັດຕະປື ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ແສງລິດ ດວງລັງສີ ຮອງຫົວໜ້າຫ້ອງພະລາທິການ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ຄຳເກີດ ນີວັນ ຮອງຫ້ອງພະລາທິການ ເປັນປະທານກວດກາຄະນະພັກຮາກຖານ, ສະຫາຍ ພັນໂທ ສະຫຼັກໃຈ ວັນນະວົງ ຫົວໜ້າພະແນກອຸປະໂພກ ແລະ ສະຫາຍ ພັນໂທ ແກ້ວພອນ ວົງວຽງແກ້ວ ຫົວໜ້າພະແນກການເງິນ ເປັນກຳມະການຄະນະພັກຮາກຖານ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ ແລະ ກຳມະການຄະນະໜ່ວຍພັກທີ 2 ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງພະລາທິການ ຕື່ມອີກ, ເຊິ່ງໄດ້ບົ່ງຕົວແຕ່ງ ສະຫາຍ ພັນໂທ ສະຫຼັກໃຈ ວັນນະວົງ ຫົວໜ້າພະແນກອຸປະໂພກ ເປັນເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ທົງໄຊ ສີມາລາ ຫົວໜ້າພະແນກກໍ່ສ້າງ-ຄອມຄອງຊັບສິນ ເປັນກຳມະການຄະນະໜ່ວຍພັກທີ 2.
ໂດຍ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















