ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ການເຝິກຊ້ອມຂະບວນລົດໄຟສັນຕິພາບ ລາວ-ຈີນ 2026
ເວລາອອກຂ່າວ: 2026-10-15 15:10:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 485 | ຄວາມນິຍົມ: ![]()
ກອງປະຊຸມ ສະຫຼຸບຖອດຖອນບົດຮຽນການເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດຮ່ວມ ລະຫວ່າງ ສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ ຂະບວນລົດໄຟສັນຕິພາບ ລາວ-ຈີນ 2026, ມີຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນແະເທດ, ກົມວິຊາສະເພາະ, ວິທະຍາຄານການແພດ, ໂຮງໝໍສູນກາງ 103, ໂຮງຮຽນທິດສະດີການເມືອງກອງທັບ, ຄະນະອຸກໍາມະການດ້ານເນື້ອໃນ, ພິທີການ ແລະ ພະນັກງານວິຊາການຮັບຜິດຊອບວຽກງານແຕ່ລະດ້ານ ເຂົ້າຮ່ວມ.
ສະຫາຍ ພັນໂທ ໂນສັກ ພັນທະລາດ ຫົວໜ້າພະແນກແຜນການ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ສະຫຼຸບການຈັດຕັ້ງປະຕິບັດເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດຮ່ວມ ລະຫວ່າງ ສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ ຂະບວນລົດໄຟສັນຕິພາບ-2026, ຜ່ານການຈັດຕັ້ງປະຕິບັດເຝິກຊ້ອມ ຢູ່ພາກສະໜາມຕົວຈິງ ແລະ ການບໍລິການກວດສຸຂະພາບ ສາມາດສະຫຼຸບຜົນເລັດທີ່ສໍາຄັນຫຼາຍດ້ານ ຄື: ການປະຕິບັດວຽກງານກູ້ໄພສຸກເສີນ ເພື່ອມະນຸດສະທຳສາກົນດ້ານການແພດໃນສະຖານະການໄພພິບັດລົມພາຍຸຮ້າຍແຮງ ແລະ ການບໍລິການກວດສຸຂະພາບ ໂດຍບໍ່ເສຍຄ່າໃຫ້ພະນັກງານການນໍາ-ພະນັກງານອາວຸໂສບຳນານ ຕະຫຼອດຮອດປະຊາຊົນ. ໃນນີ້, ໄດ້ຈັດຕັ້ງເຝິກຊ້ອມຈໍາລອງເຫດການນໍາສົ່ງໂຮງໝໍແນວຫຼັງ ກໍລະນີຄົນເຈັບປິ່ນປົວ, ຜ່າຕັດ ແລະ ນອນຕິດຕາມອາການ ແມ່ນຢູ່ໂຮງໝໍຂະບວນລົດໄຟ ເປັນຈຸດສຸດທ້າຍ ມີຄົນເຈັບທັງໝົດ 49 ຄົນ, ມີຄົນເຈັບໜັກ 9 ຄົນ, ຄົນເຈັບກາງ 12 ຄົນ ແລະ ຄົນເຈັບເບົາ 28 ຄົນ ພ້ອມນີ້, ໄດ້ຈໍາລອງການຜ່າຕັດເປີດຜົ້ງທ້ອງໜຶ່ງກໍລະນີ (ນໍາໃຊ້ສັດທົດລອງ) ແລະ ການບໍລິການກວດສຸຂະພາບ ໃນຂະບວນລົດໄຟສັນຕິພາບ 2026 ແມ່ນໄດ້ຈັດຕັ້ງຢູ່ 4 ຈຸດ (ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິເວນ 106, 109 ແລະ ໂຮງໝໍທະຫານແຂວງອັດຕະປື) ເຊິ່ງສາມາດກວດສຸຂະພາບ ແລະ ປິ່ນປົວ ໄດ້ທັງໝົດ 5.597 ຄົນ (ເກີນຄາດໝາຍທີ່ວາງໄວ້ 1.297 ຄົນ = 30%) ໃນນັ້ນ, ປະກອບມີ: ພະນັກງານການນໍາ 100 ຄົນ, ທະຫານ, ພະນັກງານບຳນານ 1.247 ຄົນ, ປົກຄອງ 29 ຄົນ, ປະຊາຊົນ 4.130 ຄົນ, ຕ່າງດ້າວ 47 ຄົນ, ເດັກນ້ອຍ 44 ຄົນ. ພ້ອມນັ້ນ, ຢູ່ແຕ່ລະຈຸດ ຄະນະຊ່ຽວຊານ-ທ່ານໝໍ ຂອງຝ່າຍຈີນ ຍັງໄດ້ຂຶ້ນຫ້ອງແລກປ່ຽນບົດຮຽນດ້ານເຕັກນິກການປິ່ນປົວຈໍານວນໜຶ່ງ. ຈາກຜົນສໍາເລັດດັ່ງກ່າວ ກໍຍ້ອນຄະນະຊີ້ນໍາ, ຄະນະບັນຊາ ແຕ່ລະຂັ້ນ ຕະຫຼອດຮອດນັກເຝິກຊ້ອມ ປະຕິບັດຕາມທິສະດີ-ຫຼັກການ ເຮັດໃຫ້ແຕ່ລະໜ້າວຽກມີຜົນສໍາເລັດ ແລະ ໄດ້ຮັບປະສິດທິຜົນສູງ ພ້ອມທັງ, ໄດ້ຍົກລະດັບຂີດຄວາມສາມາດ ຂອງວິຊາການແພດໝໍ ໃນການກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພພິບັດ ທີ່ເກີດຈາກທຳມະຊາດ, ວິຊາການແພດໝໍ ໄດ້ຮັບຮູ້ບົດຮຽນການນໍາໃຊ້ເຕັກໂນໂລຢີທີ່ທັນສະໄໝ (AI) ເຂົ້າໃນການຊອກຄົ້ນຫາຜູ້ປະສົບໄຟ ແລະ ຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບ ຈາກເຫດການໄພພິບັດ ເຊັ່ນ: ການນໍາໃຊ້ໂດຼນ, ຫຸ່ນຍົນ (ໝາ) ແລະ ລົດບັງຄັບ, ພ້ອມທັງ ເປັນການຮັດແໜ້ນຄວາມສາມັກຄີມິດຕະພາບ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ໃນທຸກສະພາບການ ລະຫວ່າງ ສອງກອງທັບ ກໍຄືສອງກົມເສນາຮັກ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກ. ໃນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເຂົ້າການຈັດຕັ້ງປະຕິບັດ ການເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດ ຮ່ວມລະຫວ່າງ ສອງກອງທັບ ລາວ-ຈີນ ຢ່າງກົງໄປກົງມາ ເພື່ອປັບປຸງແກ້ໄຂບາງບັນຫາວຽກງານວິຊາສະເພາະໃນຕໍ່ໜ້າ ໃຫ້ທ່ວງທັນເວລາ ແລະ ແທດເໝາະກັບສະພາບການຕົວຈິງ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















