ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກທອ ປະກາດການແຕ່ງຕັ້ງໜ້າທີ່ ຮອງຫົວໜ້າກອງບັນຊາການ ແລະ ຮັກສາການພະແນກການເງິນ
ເວລາອອກຂ່າວ: 2026-10-15 15:55:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 939 | ຄວາມນິຍົມ:



ວັນທີ 15 ຕຸລາ 2026 ນີ້, ກອງບັນຊາການທະຫານອາກາດ (ກທອ) ໄດ້ຈັດຕັ້ງພິທີ ປະກາດການແຕ່ງຕັ້ງໜ້າທີ່ ຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ ກອງບັນຊາການ ກທອ ແລະ ແຕ່ງຕັ້ງຮັກສາການພະແນກການເງິນ ກອງບັນຊາການ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບກອງທັບ, ມີສະຫາຍ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ກົມການເງິນ, ກົມເສນາພະລາ, ກອງພັນໃຫຍ່ 703 ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ພຸດສະດີ ສຸລິນຍະເດດ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການ ແລະ ແຕ່ງຕັ້ງ ຮັກສາການ ພະແນກການເງິນ. ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ດາວຈະເລີນ ພົມມີໄຊ ເປັນຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ ກອງບັນຊາການ ກທອ, ແຕ່ງຕັ້ງ ສະຫາຍ ພັນໂທ ວິໄລຄໍາ ບຸນທິວົງ ເປັນຮັກສາການ ຫົວໜ້າພະແນກການເງິນ ແລະ ສະຫາຍ ພັນໂທ ເພັດດາວອນ ພົມມະແສນ ເປັນຮອງຫົວໜ້າພະແນກການເງິນ ກທອ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ຍ້ອງຍໍຊົມເຊີຍ ຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ສໍາຄັນ ເພື່ອເຮັດໜ້າທີ່ການເມືອງ ຂອງກົມກອງໃນໄລຍະໃໝ່, ພ້ອມທັງຮຽກຮ້ອງໃຫ້ນາຍທະຫານ ຈົ່ງພ້ອມກັນສືບຕໍ່ເຮັດໜ້າທີ່ການເມືອງ ທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້ ແລະ ຈັດຕັ້ງນໍາພາ-ຊີ້ນໍາ ບັນຊາປັບປຸງກໍ່ສ້າງກົມກອງ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ໜັກແໜ້ນ ກ້າວສູ່ກົມກອງທັນສະໄໝ່ ແລະ ສ້າງທ່າແຮງບົ່ມຊ້ອນກົມກອງ ເພິ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດນໍາ ຂອງຂັ້ນເທິງໃຫ້ມີຜົນສໍາເລັດ. ໂດຍ: ທະຫານອາກາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ