ຄະນະອຳນວຍການໂຮງຮຽນຂັບຂີ່ລົດ 404 ພົບປະກັບອຳນາດການປົກຄອງບ້ານເຂດໃກ້ຄຽງ
ເວລາອອກຂ່າວ: 2026-10-16 09:12:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ: ![]()
ໃນລະຫວ່າງກາງເດືອນ ກັນຍາ 2026 ນີ້, ສະຫາຍ ພັນໂທ ລີດສອນໄຊ ອີນທະລາວົງ ຫົວ ໜ້າອຳນວຍການໂຮງຮຽນຂັບ ຂີ່ລົດ 404 ພ້ອມດ້ວຍຄະນະ ໄດ້ພົບປະກັບອຳນາດການປົກຄອງບ້ານນ້ຳອ່າງ, ບ້ານນາບໍ່, ບ້ານນາເພີຍ ແລະ ຣິສອດສວນເສືອປ່າ ເພື່ອຮັດແໜ້ນຄວາມສາມັກຄີ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມທີດຊີ້ນຳຂອງຂັ້ນເທິງ ເວົ້າລວມເວົ້າສະເພາະ ກໍຄື ທີດຊີ້ນຳຂອງສະຫາຍຫົວໜ້າກົມໃຫຍ່ເຕັກນິກກອງທັບ ໃນການເຄື່ອນໄຫວພົບປະກັບອົງການປົກຄອງຂັ້ນບ້ານ ຫຼື ຫົວໜ່ວຍທຸລະກິດທີ່ກົມກອງຕັ້ງທັບ ໂອກາດນີ້ແຕ່ລະພາກ ສ່ວນກໍໄດ້ຜັດປ່ຽນກັນລາຍງານສະພາບການໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຕົນເອງໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການເມືອງ-ແນວຄິດ, ວຽກງານເສດຖະກິດວັດທະນະທຳ-ສັງຄົມ ແລະ ວຽກງານປູກຟັງ-ລ້ຽງສັດບົນພື້ນຖານຄວາມສາມັກຄີຮັກ ແພງ ຖືກຕ້ອງສອດຄ່ອງຕາມແນວທາງຂອງພັກ-ລັດ ວາງອອກ ສີ່ງທີສຳຄັນແມ່ນສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມລະຫວ່າງ “ ກອງທັບ ກັບປະຊາຊົນ ຄືປາກັບນ້ຳ ” ກົມກອງກັບຮາກຖານປະຊາຊົນໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ພ້ອມກັນເຮັດສຳເລັດໜ້າທີ່ ນຳພາກົມກອງ ແລະ ຮາກຖານບ້ານໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພ.
ໂດຍ: ຄອນສະຫັວນ ວຽງປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















