ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງ​ພົນ​ທີ 3 ປະຕິບັດ​ນະໂຍບາຍ​ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ອຸດ​ໜູນ​ເສຍ​ຊີວິດ
ເວລາອອກຂ່າວ: 2026-10-16 09:13:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ກອງ​ພົນ​ທີ 3 ໄດ້​ປະຕິບັດ​ນະໂຍບາຍ​ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ອຸດ​ໜູນ​ເສຍຊີວິດ ໂດຍການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ສົມ​ລິດ ບົວ​ໄຂຄຳ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 3, ມີ​ຄະນະ​ພັກ-ຄະ ນະ​ບັນຊາ, ພະແນກການ​ທີ່​ກ່ຽວ ຂ້ອງ ແລະ ພະນັກງານ​ທີ່​ໄດ້​ຮັບ​ນະໂຍບາຍ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພັດ ອິນມາລາ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ຂັ້ນ​ເທິງ​ ວ່າ​ດ້ວຍ​ການ​ມອບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ​ຈຳນວນ 15 ສະຫາຍ, ເງິນ​ອຸດ​ໜູນ​ໃຫ້​ຄອບ ຄົວ​ຜູ້​ເສຍ​ຊີວິດ ຈຳນວນ 3 ສະ ຫາຍ ແລະ ເງິນ​ອຸດ​ໜູນ​ເສຍ​ຊີວິດ​ຂອງ​ລູກ​ພະນັກງານ​ຈຳນວນ 3 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 1.482.120.818 ກີບ. ໂອກາດ​ນີ້, ສະຫາຍ ພັນ​ໂທ ສົມ​ລິດ ບົວ​ໄຂ​ຄຳ ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ທີ່​ໄດ້​ຮັບ​ນະ ໂຍບາຍ​ໃນ​ຄັ້ງ​ນີ້​ຈົ່ງ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ ໃນ​ການ​ສ້າງສາ​ພັດທະນາ​ເສດ ຖະກິດ​ຄອບຄົວ​ຂອງ​ຕົນ​ໃຫ້​ມີ​ຄວາມ​ຈະເລີນ​ກ້າວໜ້າ​ດີຂຶ້ນ​ກວ່າ​ເກົ່າ ແລະ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ລວມ​ອົງການ​ປົກຄອງ​ທ້ອງຖິ່ນ​ບ້ານ​ທີ່​ຕົນ​ເອງ​ຢູ່​ເປັນ​ແບບຢ່າງ​ນຳພາ​ພໍ່​ແມ່​ປະຊາຊົນ​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາດ-ປ້ອງ​ກັນຄວາມສະ ຫງົບ ຮັບປະກັນເຮັດ​ໃຫ້​ສະພາບ ​ພາຍ​ໃນ​ທ້ອງຖິ່ນ​ມີ​ຄວາມ​ສະ ຫງົບ. ໂດຍ: ຄຳ​ຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ