ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ນັກ​ເຝິກອົບຮົມ ວຽກ​ງານ​ຂ່າວສານ​ສື່​ມວນ​ຊົນ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ທັດສະນະ​ສຶກ​ສາ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ
ເວລາອອກຂ່າວ: 2026-10-16 09:16:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ວັນ​ທີ 15 ຕຸລາ 2026 ນີ້, ຄະນະ​ຮັບຜິດຊອບ​ບັ້ນ​ເຝິກອົບຮົມ ວຽກ​ງານ​ຂ່າວສານ​ສື່​ມວນ​ຊົນ ໄລຍະ​ສັ້ນ ຊຸດ​ທີ III ທົ່ວ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄູ-ອາຈານ ໄດ້​ນຳພາ​ນັກ​ເຝິກອົບຮົມ ລົງ​ເຄື່ອນ​ໄຫວ​ທັດສະນະ​ສຶກ​ສາ ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ ຢູ​່ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງກອງ​ບັນຊາ​ການ​ທະຫານ​ນະ ຄອນຫຼວງ​ວຽງ​ຈັນ ແລະ ຄອບຄົວ​ຕົວ​ແບບ ຢູ່​ບ້ານ​ອີ່​ໄລ່ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ. ການເຄື່ອນໄຫວ​ທັດສະນະ​ສຶກ​ສາ​ໃນ​ຄັ້ງ​ນີ້, ໄດ້​ນຳພາ​ນັກ​ເຝິກອົບຮົມສຳພາດ​ເອົາ​ຂໍ້​ມູນ​ຕົວ​ຈິງ ກ່ຽວ​ກັບ​ການເຄື່ອນໄຫວ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ຂອງ​ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ແລະ ແບບ ຢ່າງ​ການ​ສ້າງ​ເສດຖະກິດ​ຄອບ ຄົວຂອງ​ຄອບ​ຕົວ​ແບບ ເພື່ອນຳ ​ເອົາ​ຂໍ້​ມູນ​ມາ​ຂຽນ​ເປັນ​ບົດ-ຂ່າວ ໂຄສະນາ​ລົງ​ໃນ​ສື່​ມວນ​ຊົນ​ກອງ ທັບໃຫ້​ມີ​ເນື້ອ​ໃນ​ຫຼາກ​ຫຼາຍ​ສີສັນ. ຈຸດປະສົງ​ກໍ​ເພື່ອ​ແນໃສ່​ເຮັດ​ໃຫ້​ນັກ​ເຝິກອົບຮົມ ໄດ້​ຮຽນ​ຮູ້​ວິທີ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ ການ​ສຳພາດ​ເກັບ​ກຳ​ຂໍ້​ມູນ ເພື່ອ​ນຳ​ມາ​ຂຽນ​ເປັນ​ບົດ-ຂ່າວ​ຕົວ​ຈິງ, ທັງ​ເປັນ​ການ​ທົບ​ທວນຄືນ ບັນດາ​ບົດຮຽນ ພາຍຫຼັງ​ທີ່​ໄດ້​ຮໍ່າຮຽນ ພາກ​ທິດ​ສະ​ດີ​ຫຼັກການ ໃນ​ໄລຍະ 3 ວັນ​ຜ່ານ​ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ