ມອບເຄື່ອງກິລາ ທີມສີພາຍເຮືອຊ່ວງ ທະຫານເເຂວງອັດຕະປື
ເວລາອອກຂ່າວ: 2026-10-16 09:20:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 238 | ຄວາມນິຍົມ: ![]()
ວັນທີ 12 ຕຸລາ 2026, ຢູ່ທີ່ ຫ້ອງປະຊຸມຊັ້ນ 2 ຂອງກອງບັນຊາການທະຫານເເຂວງອັດຕະປື, ໄດ້ຈັດພິທີມອບເຄື່ອງຊຸດກິລາ ເພື່ອສະໜັບສະໜູນທີມນັກກິລາສີພາຍເຮືອຊ່ວງກອງບັນຊາການທະຫານເເຂວງ ໃນການກະກຽມເຂົ້າຮ່ວມແຂ່ງຂັນເຮືອຊ່ວງປະເພນີ ປະຈຳປີ 2026, ໂດຍການກ່າວມອບຂອງ ສະຫາຍ ແສງລຳມອນ ເພັງສະ ຫວັນ ຕາງໜ້າບໍລິສັດ ສົມປະ ສົງສີວິໄລ ແລະ ກ່າວຮັບຂອງ ສະຫາຍ ພັນເອກ ບຸນເຊີຍ ສີປະ ເສີດ ຫົວໜ້າການທະຫານກອງບັນຊາການທະຫານເເຂວງອັດຕະປື ພ້ອມດ້ວຍຄະນະ.
ເຄື່ອງຊຸດກິລາທີ່ນຳມາມອບ ໃນຄັ້ງນີ້, ປະກອບມີ ເຄື່ອງຊຸດກິລາແຂນຍາວ ຈຳນວນ 45 ຊຸດ ພ້ອມດ້ວຍເງິນສົດ 2.000.000 ກີບ, ລວມມູນຄ່າທັງໝົດ 4.294.000 ກີບ. ໂອກາດນີ້, ສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ພ້ອມດ້ວຍຄະນະ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຕໍ່ ບໍລິສັດ ສົມປະສົງ ສີວິໄລ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ຮ່ວມສະໜັບສະໜູນກິດຈະກຳແຂ່ງຂັນເຮືອຊ່ວງປະເພນີ; ການມອບເຄື່ອງກິລາຄັ້ງນີ້ ນອກຈາກເປັນການຊ່ວຍເສີມສ້າງຄວາມພ້ອມໃຫ້ແກ່ນັກກິລາທະຫານເເຂວງແລ້ວ, ຍັງເປັນສ່ວນໜຶ່ງໃນການສ້າງຂະບວນການ, ເສີມສ້າງຄວາມສາມັກຄີ ແລະ ກະຕຸ້ນໃຫ້ປະຊາຊົນຮ່ວມກັນຮັກສາ ແລະ ສືບສານປະເພນີເຮືອຊ່ວງໃຫ້ຄົງຢູ່ຄູ່ກັບຊຸມຊົນຕະຫຼອດໄປ.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















