ກົມຄຸ້ມຄອງລົດ-ເຮືອ ເຄື່ອນໄຫວຊຸກຍູ້ວຽກງານສ້ອມແປງລົດ ຢູ່ໂຮງງານປະສານເຫຼົ່າຫຼວງພະບາງ
ເວລາອອກຂ່າວ: 2026-10-16 09:22:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ: ![]()
ວັນທີ 8 ຕຸລາ 2026, ກົມ ຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ນຳໂດຍ ສະຫາຍ ພັນໂທ ສີສະຫວັນ ປານສີວົງໄຊ ຫົວໜ້າພະແນກສ້ອມແປງ ກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກ ນິກກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳ ແລະ ຊຸກຍູ້ວຽກງານສ້ອມແປງລົດ ຢູ່ ໂຮງງານປະສານເຫຼົ່າຫຼວງພະບາງ, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ພະນົມໄພ ວົງລັດສະໝີ ຫົວໜ້າອຳນວຍການໂຮງງານປະສານເຫຼົ່າຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງຫັນ ແສງພິມທອງ ຮອງຫົວໜ້າອຳນວຍການໂຮງງານປະສານເຫຼົ່າຫຼວງພະບາງ ຜູ້ຊີ້ນຳວຽກງານສ້ອມແປງ ໄດ້ລາຍງານກ່ຽວກັບການສ້ອມແປງລົດແຜນ ເພີ່ມ ປະຈຳປີ 2026, ອີງຕາມສັນຍາສ້ອມແປງລົດການທະ ຫານ ປະຈຳປີ 2026, ເຊິ່ງໄດ້ຮັບຄຳສັ່ງຈາກກົມຄຸ້ມຄອງລົດ-ເຮືອ ໃຫ້ເອົາລົດເຂົ້າສ້ອມແປງຢູ່ໂຮງງານປະສານເຫຼົ່າຫຼວງພະ ບາງ ຕາມແຜນມີລົດເຂົ້າສ້ອມ ແປງທັງໝົດ ຈຳນວນ 6 ຄັນ. ໄດ້ເລີ່ມຈັດຕັ້ງປະຕິບັດກູ້ແກ່ໃນວັນທີ 4 ມີນາ 2026 ລົດທີ່ໄດ້ກູ້ແກ່ແມ່ນເຂົ້າມາເຖິງໂຮງງານຕາມຈຳນວນ, ໄດ້ສ້ອມແປງຕົວຈິງ ມີຈຳນວນ 6 ຄັນ ຄື: ລົດກະ ຕຽນ ຈຳນວນ 3 ຄັນ ແລະ ລົດ ຢີນ ຈຳນວນ 3 ຄັນ. ຜ່ານການ ຈັດຕັ້ງປະຕິບັດສ້ອມແປງໄປຕາມຫຼັກການຜ່ານມາເຫັນວ່າມີຂໍ້ສະດວກ ແລະ ຫຍຸ້ງຍາກໃນ ເວລາສ້ອມແປງ ຄື: ຄວາມສະ ດວກຍ້ອນຄວາມເອົາໃຈໃສ່ຂອງ ຂັ້ນເທິງ ເວົ້າລວມ, ໂດຍສະເພາະກໍແມ່ນກົມຄຸ້ມຄອງລົດ-ເຮືອ ແລະ ຄະນະພັກ-ຄະນະບັນຊາ ໂຮງງານ ໄດ້ລົງເລິກໃກ້ຊິດຕິດ ແທດ, ຊີ້ນຳພ້ອມທັງອຳນວຍຄວາມສະດວກເງື່ອນໄຂຕ່າງໆ; ຄວາມຫຍຸ້ງຍາກ ຍ້ອນການຊອກຊື້ອາໄຫຼ່ບາງຢ່າງແມ່ນບໍ່ມີຕາມທ້ອງຕະຫຼາດ ໄດ້ສັ່ງເຂົ້າມາແຕ່ປະເທດເພື່ອນບ້ານເຮັດໃຫ້ຊັກຊ້າເສຍເວລາຕໍ່ກັບການສ້ອມແປງ, ອາໄຫຼ່ບາງຊະນິດ ຕ້ອງໄດ້ຜ່ານຂະບວນການດັດແກ້ ແລະ ການເໜັງຕີງຂອງລາຄາວັດຖຸອາໄຫຼ່ ມີການເພີ່ມຂຶ້ນເປັນປະຈຳທຸກ ວັນເຮັດໃຫ້ສົ່ງຜົນກະທົບຕໍ່ງົບ ປະມານໃນການສ້ອມແປງມາເຖິງທ້າຍເດືອນກັນຍາ 2026 ທາງໂຮງງານແມ່ນໄດ້ສ້ອມແປງສຳເລັດ ແລະ ໄດ້ມີການທົດສອບແລ່ນທົດລອງໄລຍະສັ້ນ ແລະ ຍາວ ພາຍຫຼັງແລ່ນທົດລອງແລ້ວ ກໍໄດ້ກວດກາຄືນ ພ້ອມທັງໄດ້ມີການປັບປຸງແກ້ໄຂສ້ອມແປງຈຸດທີ່ຍັງບົກຜ່ອງເພື່ອຮັບປະກັນທາງດ້ານເຕັກນິກຄຸນນະພາບໃນເວລານຳໄປຊົມໃຊ້.
ຈາກນັ້ນ, ກໍໄດ້ມີຜັດປ່ຽນກັນ ມີຄຳເຫັນແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານດັ່ງກ່າວຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ຫຼັງຈາກນັ້ນກໍໄດ້ພ້ອມ ກັນ ລົງໄປກວດກາເບິ່ງລົດ ທີ່ສ້ອມ ແປງສຳເລັດຢູ່ທີ່ພາກສະໜາມສະຖານທີ່ຕົວຈິງອີກຕື່ມ. ຜ່ານການກວດກາເຫັນໄດ້ວ່າ ລົດທີ່ສ້ອມແປງສຳເລັດ ມີຈຳນວນທັງໝົດ 06 ຄັນ, ລະບົບຊ່ວງລ່າງ, ຫົວຈັກ, ໄຟ, ແສງ, ສີ, ສຽງ, ອຸ ປະກອນປະກອບໃສ່ລົດຄົບຊຸດ ແລະ ສະພາບການຂອງລົດມີຄວາມສົມບູນຄົບຖ້ວນຖືກຕ້ອງຕາມມາດຕະຖານເຕັກນິກຂອງລົດ.
ສະຫາຍ ພັນໂທ ສີສະຫວັນ ປານສີວົງໄຊ ໄດ້ເນັ້ນໜັກໃຫ້ຄະ ນະພັກ-ຄະນະບັນຊາ ໂຮງງານ ຈົ່ງຮັກສາມູນເຊື້ອຍົກສູງຄວາມຮັບຜິດຊອບທາງດ້ານວຽກງານວິຊາສະເພາະ, ເອົາໃຈໃສ່ພ້ອມກັນປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ມີຄຸນນະພາບສູງສາມາດຮັບປະກັນໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ມີຄວາມປອດໄພຮອບດ້ານ.
ໂດຍ: ອຸ່ນຄຳ ດວງປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















