ປະກາດການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານກອງພັນ 162
ເວລາອອກຂ່າວ: 2026-10-16 09:22:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 669 | ຄວາມນິຍົມ: ![]()
ວັນທີ 15 ຕຸລາ 2026 ນີ້, ກອງພົນທີ 1 ໄດ້ປະກາດການບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ແລະ ກໍາມະການໜ່ວຍພັກ, ຄະນະພັກຮາກຖານ ກອງພັນ 162, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນຂຸ້ມ ສີຄໍາໄຊ ຄະນະປະຈໍາພັກກອງພົນ, ຮອງຫົວໜ້າການເມືອງກອງພົນທີ 1, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຂັນວິເລດ ມະນີລາດ ຮອງຫົວໜ້າພະແນກຈັດຕັ້ງພັກ ກອງພົນທີ 1 ໄດ້ຜ່ານມະຕິຕົກລົງ ຂອງຄະນະບໍລິຫານງານພັກ ກອງພົນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກ ແລະ ກໍາມະການໜ່ວຍພັກ, ຄະນະພັກຮາກຖານ ກອງພັນ 162 ດັ່ງນີ້: ແຕ່ງຕັ້ງ ສະຫາຍ ພັນຕີ ບຸນລ້ຽງ ແກ້ວອຸດົມ ເປັນຮອງເລຂາໜ່ວຍພັກ 2 ປ່ຽນແທນ ສະຫາຍ ພັນຕີ ລຽນຄໍາ ປະເສີດໄຊ ທີ່ຖືກຊັບຊ້ອນໄປເປັນຮອງເລຂາໜ່ວຍພັກ 3, ສະຫາຍ ຮ້ອຍເອກ ອານຸສິດ ສອນບຸນເຮືອງ ເປັນກໍາມະການ ການຄັງໜ່ວຍພັກ 2 ປ່ຽນແທນ ສະຫາຍ ພັນຕີ ສີພະຈັນ ບຸດດາວັນ ທີ່ໄປຮຽນຢູ່ໂຮງຮຽນທິດສະດີການເມືອງກອງທັບ, ສະຫາຍ ພັນຕີ ລຽນຄໍາ ປະເສີດໄຊ ເປັນຮອງເລຂາໜ່ວຍພັກ 3 ປ່ຽນແທນ ສະຫາຍ ພັນຕີ ບຸນລ້ຽງ ແກ້ວອຸດົມ ທີ່ຖືກຊັບຊ້ອນໄປເປັນຮອງເລຂາໜ່ວຍພັກ 2.
ໂດຍ: ໂກຮັງ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















