ວພກ ປາຖະກະຖາມູນເຊື້ອ ວັນປະກາດເອກະລາດ ຄົບຮອບ 81 ປີ
ເວລາອອກຂ່າວ: 2026-10-16 09:23:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2026, ວິທະຍາຄານພະລາທິການກອງ ທັບ(ວພກ) ໄດ້ປາຖະກະຖາມູນ ເຊື້ອວັນປະກາດເອກະລາດ ຄົບ ຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໂດຍການເປັນປະທານຂອງ ສະຫາຍ ພັນ ໂທ ຄຳຈັນ ອຸປະລີ ຮອງຫົວໜ້າ ຫ້ອງການເມືອງ ວພກ, ມີຄະ ນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ, ຄະນະວິຊາຄູ, ພະແນກການ, ຄູ-ອາຈານ ແລະ ພະ ນັກງານຊັ້ນພັນຕີຂຶ້ນໄປ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຈັນ ອຸປະລີ ໄດ້ຍົກໃຫ້ເຫັນເຖິງ ບັນດາປັດໄຈສຳຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945. ໃນທ້າຍສັດຕະວັດທີ XIX ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານ ແລະ ຍຶດຄອງເອົາປະເທດລາວເປັນຫົວເມືອງຂຶ້ນ, ປະເທດລາວ ໄດ້ສູນ ເສຍເອກະລາດ, ປະຊາຊົນລາວ ໄດ້ຂາດອິດສະຫຼະພາບກາຍເປັນຂ້ອຍຂ້າຂອງຕ່າງຊາດ, ດ້ວຍມູນເຊື້ອບໍ່ຍອມຈຳນົນ ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ກັບສັດຕູຢ່າງເນື່ອງນິດລຽນຕິດ, ຕັ້ງແຕ່ມື້ທຳອິດທີ່ພວກເຂົາ ໄດ້ເຂົ້າມາຮຸກຮານລາວ, ຍິ່ງພວກລ່າເມືອງຂຶ້ນເພີ່ມທະວີການຍຶດ ຄອງ ແລະ ກົດຂີ່ຂູດຮີດເທົ່າ ໃດ, ການຕໍ່ສູ້ຂອງປະຊົນລາວ ບັນ ດາເຜົ່າຍິ່ງເປີດກວ້າງອອກຫຼາຍເທົ່ານັ້ນ ໃນຂອບເຂດທົ່ວປະເທດ, ຜ່ານໄລຍະການຕໍ່ສູ້ອັນລະອິດລະອ້ຽວຍືດເຍື້ອຍາວນານ ໃນວັນທີ 12 ຕຸລາ 1945 ແມ່ນເຫດການທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ເປັນມື້ທີ່ມີການໂຮມຊຸມນຸມ ທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອານຸວົງໃນປັດຈຸບັນ) ເຊິ່ງມີມວນຊົນລາວທັງຊາດເຂົ້າຮ່ວມກວ່າ 2 ໝື່ນຄົນ. ໃນມື້ນັ້ນ ລັດຖະບານລາວອິດສະຫຼະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນະຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງຊາດລາວຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນດິນລາວເປັນເອກະພາບ, ພ້ອມກັນນັ້ນ ກໍໄດ້ອອກຖະແຫຼງການກ່ຽວກັບການປ່ຽນແປງການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ລັດຖະທຳມະນູນສະບັບທຳອິດ, ປະກາດໃຊ້ທຸງຊາດ, ປະກາດແຕ່ງຕັ້ງຄະ ນະລັດຖະບານຊົ່ວຄາວ ເຊິ່ງມີ ສະເດັດເຈົ້າສຸພານຸວົງ ເປັນລັດ ຖະມົນຕີ ວ່າການກະຊວງການ ຕ່າງປະເທດ ແລະ ຕໍ່ມາໄດ້ດຳ ລົງຕຳແໜ່ງເປັນຜູ້ບັນຊາການທະຫານສູງສຸດອີກດ້ວຍ.
ໂດຍ: ບຸນປອນ ພັນດາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















