ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

​ວພກ ປາຖະກະຖາ​ມູນເຊື້ອ ວັນ​ປະກາດ​ເອກະລາດ ຄົບຮອບ 81 ປີ
ເວລາອອກຂ່າວ: 2026-10-16 09:23:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:



ວັນ​ທີ 13 ຕຸລາ 2026, ວິທະຍາຄານ​ພະລາທິການ​ກອງ ທັບ(​ວພກ) ໄດ້​ປາຖະກະຖາມູນ ເຊື້ອວັນ​ປະກາດ​ເອກະລາດ ຄົບ ຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ ​ໂທ ຄຳ​ຈັນ ອຸປະ​ລີ ຮອງຫົວໜ້າ ຫ້ອງ​ການເມືອງ ​ວພກ, ມີ​ຄະ ນະ​ພັກ-ຄະນະ​ບັນຊາ 6 ຫ້ອງ, 2 ກອງພັນ, ຄະນະ​ວິຊາ​ຄູ, ພະແນກການ, ຄູ-ອາຈານ ແລະ ພະ ນັກງານ​ຊັ້ນ​ພັນ​ຕີ​ຂຶ້ນ​ໄປ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ຈັນ ອຸປະ​ລີ ໄດ້​ຍົກ​ໃຫ້​ເຫັນ​ເຖິງ ບັນດາ​ປັດ​ໄຈ​ສຳຄັນ​ທີ່​ສ້າງ​ເງື່ອນໄຂ​ໃຫ້​ແກ່​ການ​ປະກາດ​ເອກະລາດ 12 ຕຸລາ 1945. ໃນ​ທ້າຍ​ສັດຕະວັດ​ທີ XIX ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ໄດ້​ເຂົ້າ​ມາ​ຮຸກ​ຮານ ແລະ ຍຶດ​ຄອງ​ເອົາ​ປະເທດ​ລາວ​ເປັນ​ຫົວ​ເມືອງ​ຂຶ້ນ, ປະເທດ​ລາວ ໄດ້​ສູນ ​ເສຍ​ເອກະລາດ, ປະຊາຊົນລາວ ໄດ້​ຂາດ​ອິດສະຫຼະພາບ​ກາຍເປັນ​ຂ້ອຍ​ຂ້າ​ຂອງ​ຕ່າງ​ຊາດ, ດ້ວຍ​ມູນເຊື້ອ​ບໍ່​ຍອມ​ຈຳນົນ ປະຊາຊົນ​ລາວ​ບັນດາເຜົ່າ​ໄດ້​ລຸກ​ຮື້​ຂຶ້ນ​ຕໍ່ສູ້​ກັບ​ສັດຕູ​ຢ່າງ​ເນື່ອງນິດ​ລຽນຕິດ, ຕັ້ງແຕ່​ມື້​ທຳ​ອິດ​ທີ່​ພວກ​ເຂົາ ໄດ້​ເຂົ້າ​ມາ​ຮຸກ​ຮານ​ລາວ, ຍິ່ງ​ພວກ​ລ່າ​ເມືອງ​ຂຶ້ນ​ເພີ່ມ​ທະວີ​ການ​ຍຶດ​ ຄອງ ແລະ ກົດ​ຂີ່​ຂູດ​ຮີດ​ເທົ່າ ໃດ, ການ​ຕໍ່ສູ້​ຂອງ​ປະ​ຊົນລາວ​ ບັນ ດາເຜົ່າ​ຍິ່ງ​ເປີດ​ກວ້າງ​ອອກ​ຫຼາຍ​ເທົ່າ​ນັ້ນ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ຜ່ານ​ໄລຍະ​ການ​ຕໍ່ສູ້​ອັນ​ລະ​ອິດ​ລະ​ອ້ຽວ​ຍືດ​ເຍື້ອ​ຍາວ​ນານ ໃນ​ວັນ​ທີ 12 ຕຸລາ 1945 ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ທາງ​ປະຫວັດສາດ​ຂອງ​ຊາດ​ລາວ ເປັນ​ມື້​ທີ່​ມີ​ການ​ໂຮມ​ຊຸມນຸມ ທີ່​ສະໜາມກິລາ​ແຫ່ງ​ຊາດ (ສະໜາມກິລາ​ເຈົ້າ​ອາ​ນຸ​ວົງ​ໃນ​ປັດຈຸບັນ) ເຊິ່ງ​ມີ​ມວນ​ຊົນ​ລາວ​ທັງ​ຊາດ​ເຂົ້າ​ຮ່ວມ​ກວ່າ 2 ໝື່ນ​ຄົນ. ໃນ​ມື້​ນັ້ນ ລັດຖະບານ​ລາວ​ອິດສະຫຼະ ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ວົງ​ຄະນະ​ຍາດ​ແຫ່ງ​ຊາດ ປະກາດ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ​ລາວ​ຕໍ່​ໂລກ​ຢ່າງ​ເປັນ​ທາງ​ການ, ປະກາດ​ໂຮມ​ແຜ່ນດິນ​ລາວ​ເປັນ​ເອກະ​ພາບ, ພ້ອມ​ກັນ​ນັ້ນ ກໍ​ໄດ້​ອອກ​ຖະແຫຼງການ​ກ່ຽວ​ກັບ​ການ​ປ່ຽນແປງ​ການ​ປົກຄອງ, ລົບ​ລ້າງ​ທຸກ​ສັນຍາ​ທີ່​ລາວ​ໄດ້​ເຊັນ​ກັບ​ຝຣັ່ງ, ປະກາດ​ໃຊ້​ລັດ​ຖະ​ທຳ​ມະນູນ​ສະບັບ​ທຳ​ອິດ, ປະກາດ​ໃຊ້​ທຸງຊາດ, ປະກາດ​ແຕ່ງຕັ້ງຄະ ນະ​ລັດຖະບານ​ຊົ່ວຄາວ ເຊິ່ງ​ມີ​ ສະເດັດ​ເຈົ້າ​ສຸ​ພານຸ​ວົງ ເປັນ​ລັດ ຖະມົນຕີ ວ່າການ​ກະຊວງ​ການ​ ຕ່າງປະເທດ ແລະ ຕໍ່​ມາ​ໄດ້​ດຳ ລົງ​ຕຳແໜ່ງ​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ອີກ​ດ້ວຍ. ໂດຍ: ບຸນ​ປອນ ພັນ​ດາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ