ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກງານ ຢູ່ໂຮງງານປະສານເຫຼົ່າຫຼວງພະບາງ
ເວລາອອກຂ່າວ: 2026-10-16 09:26:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 685 | ຄວາມນິຍົມ: ![]()
ວັນທີ 15 ຕຸລາ 2026 ນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວເຮັດວຽກ ຢູ່ໂຮງງານປະສານເຫຼົ່າຫຼວງພະບາງ, ໂດຍມີສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນໂທ ຄໍາແພວ ສາມະວົງ ຮອງອໍານວຍການໂຮງງານປະສານເຫຼົ່າຫຼວງພະບາງ, ຄະນະພັກ-ຄະນະອຳນວຍການ, ພະແນກການ, ຂະແໜງການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາແພວ ສາມະວົງ ໄດ້ລາຍງານໃຫ້ຮູ້ໂດຍຫຍໍ້ ກ່ຽວກັບປະຫວັດ, ຄວາມເປັນມາ, ຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງ ຂອງກົມກອງ ເປັນຕົ້ນແມ່ນວຽກງານທາງດ້ານວິຊາສະເພາະການຜະລິດເຄື່ອງປະດັບຍົດ, ເຄື່ອງເຮືອນຄົວ ແລະ ບົວລະບັດສ້ອມແປງຟື້ນຟູພາຫະນະລົດ, ອາວຸດ-ຍຸດໂທປະກອນ ທາງການທະຫານ ຕາມການມອບໝາຍ ເພື່ອຮັບໃຊ້ໃຫ້ແກ່ກອງທັບ ໂດຍສະເພາະແມ່ນຮັບໃຊ້ບັນດາກົມກອງຂົງເຂດ 8 ແຂວງພາກເໜືອ ແລະ 2 ກອງພົນ. ນອກນັ້ນ, ຍັງໄດ້ມີການຮັບອອກແບບ, ຜະລິດເຄື່ອງປະດັບຍົດ ແລະ ການບໍລິການ ໃຫ້ທາງພາກລັດ ແລະ ເອກະຊົນ ອີກຈຳນວນໜຶ່ງ.
ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອຳນວຍການ ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕັ້ງໜ້າເຝິກແອບຮ່ຳຮຽນ ໃຫ້ມີຄວາມຮູ້ຄວາມສາມາດ, ປະດິດຄິດສ້າງຜະລິດຕະພັນອັນໃໝ່ໆ ອອກມາຮັບໃຊ້ກອງທັບ ແລະ ສັງຄົມ, ສ້າງໃຫ້ໄດ້ພະນັກງານວິຊາສະເພາະທີ່ເປັນມືອາຊີບ, ມີຄວາມຊໍານິຊໍານານ, ມີປະສົບການ, ມີຄວາມສະຫຼາດສ່ອງໃສ ສາມາດພິກແພງ ແລະ ແກ້ໄຂບັນຫາ, ຮູ້ຄົ້ນຄວ້າອອກແບບຜະລິດເຄື່ອງມືຕ່າງໆ ທີ່ສາມາດມາຊ່ວຍຮັບໃຊ້ ແລະ ອໍານວຍຄວາມສະດວກເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກົມກອງ ໃຫ້ໄດ້ຮັບຜົນດີຂຶ້ນໄປເລື້ອຍໆ, ຊອກຫາທິດທາງ ແລະ ວິທີການສ້າງເສດຖະກິດ ເຮັດໃຫ້ກົມກອງ ມີແຫຼ່ງລາຍຮັບເພີ້ມເຕີມ ສາມາດເພີ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ພະນັກງານ-ນັກຮົບ ໃນກົມກອງ ມີທ່າອ່ຽງຢູ່ດີກິນດີ, ມີຄວາມເຂັ້ມແຂງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ໃນການສ້າງສາ ແລະ ພັດທະນາກົມກອງ ໃຫ້ມີໃບໜ້າອັນໃໝ່ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍໃຫ້.
ໂດຍ: ອຸ່ນຄໍາ ດວງປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















