ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ປະກາດສ້າງຕັ້ງກອງຮ້ອຍກຳລັງສຳຮອງຂອງແຂວງອັດຕະປື
ເວລາອອກຂ່າວ: 2018-11-26 09:17:11 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1468 | ຄວາມນິຍົມ:



ພິທີປະກາດສ້າງຕັ້ງກອງຮ້ອຍກຳລັງສຳຮອງກອງຮ້ອຍທີ 1 ຂອງເມືອງຊານໄຊເປັນກອງຮ້ອຍ ທີ 3 ຂອງແຂວງອັດຕະປື. ຈັດຂຶ້ນ ໃນວັນທີ 20 ພະຈິກນີ້ ໂດຍພາຍ ໃຕ້ການເປັນປະທານ ຂອງທ່ານ ພອນສະໄໝ ມຽງລາວັນ ຮອງ ເລຂາພັກແຂວງ ຮອງເຈົ້າແຂວງ ອັດຕະປື, ມີທ່ານ ພົນຈັດຕະວາ ກັນໄຍ ໄຊຍະສິດ ຄະນະປະຈຳ ພັກແຂວງ ເລຂາຄະນະພັກ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງອັດຕະປື. ທ່ານ ສູວັນສີ ແກ້ວວີເສີດ ເລ ຂາພັກເມືອງເຈົ້າເມືອງໆຊານ ໄຊ, ມີຄະນະພັກກອງບັນຊາ ການທະຫານແຂວງ-ຕຳຫຼວດ ແຂວງ, ຄະນະປະຈຳພັກເມືອງ 5 ເມືອງ, ແຂກອ້ອມຂ້າງແຂວງ, ເມືອງ. ພ້ອມດ້ວຍອ້າຍ-ນ້ອງ ກອງຮ້ອຍກຳລັງສຳຮອງເຂົ້າ ຮ່ວມຢ່າງພ້ອມພຽງ . ພົນຈັດຕະວາ ກັນໄຍ ໄຊຍະ ສິດ ຫົວໜ້າການທະຫານກອງ ບັນຊາການທະຫານແຂວງໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ ເສນາທິການ ວ່າດ້ວຍການປະ ກາດກອງຮ້ອຍກຳລັງສຳຮອງ ເປັນກອງຮ້ອຍທີ 3 ຂອງແຂວງ ອັດຕະປື. ສະບັບເລກທີ 255 ລົງວັນທີ 22 ຕຸລາ 2018. ຈາກ ນັ້ນພັນໂທ ອຸ່ນສັກ ໄຊຍະສານ ເລຂາພັກຮາກຖານ ຫົວໜ້າ ກອງບັນຊາການທະຫານເມືອງ ຊານໄຊ, ໄດ້ລາຍງານການກະ ກຽມຄວາມພ້ອມການກໍ່ສ້າງ ກອງຮ້ອຍກຳລັງສຳຮອງ ທີ່ຄະ ນະຮັບຜິດຊອບຂອງເມືອງ ໄດ້ ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ບົນພື້ນຖານເຫັນໄດ້ຄວາມສຳ ຄັນຂອງວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ຈຶ່ງ ເຮັດໃຫ້ຊາວໜຸ່ມຊາຍສະກັນໃນ ທົ່ວເມືອງປະກອບສ່ວນຮັບໃຊ້ ໜ້າທີ່ຢ່າງເປັນຂະບວນ. ເຊິ່ງ ລວມມີ 4 ເຂດ: ເຂດຊຳຫຼວງ, ເຂດນ້ຳງອນ, ເຂດນ້ຳປາ ແລະ ເຂດ ນ້ຳຊຸ - ຈະເລີນໄຊ . ມີຈຳນວນ 150 ຄົນ ແລະ ໄດ້ແຕ່ງຕັ້ງ ວາທີ ແຄນ ເປັນຫົວໜ້າກອງຮ້ອຍ. ຕອນທ້າຍ ປະທານຍັງໄດ້ເນັ້ນ ໃຫ້ເອົາໃຈໃສ່ວຽກງານສຶກສາ ອົບຮົມການເມືອງ, ແນວຄິດ, ພ້ອມທັງຊີ້ໃຫ້ເຫັນວ່າ: ການ ສ້າງຕັ້ງກຳລັງສຳຮອງຂຶ້ນຢູ່ທ້ອງ ຖິ່ນກໍເພື່ອເປັນການເພີ່ມກຳລັງ ແຮງ, ເປັນກອງໜູນໃຫ້ແກ່ກຳ ລັງທີ່ປະຈຳການ, ເພື່ອສອດສ່ອງ ເກັບກຳສະພາບການ ພ້ອມທັງ ລະງັບເຫດການທີ່ຈະເກີດຂຶ້ນໃຫ້ ທັນເວລາ. ໂດຍ : ໄກ່ຕ໋ອກ ຫຼວງອາໄພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ