ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ສສຊ ນວ ປະກອບຄຳເຫັນ 4 ຈຸດສໍາຄັນ ຕໍ່ຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ
ເວລາອອກຂ່າວ: 2026-10-16 10:28:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 623 | ຄວາມນິຍົມ:



ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ, ໃນວັນທີ 15 ຕຸລາ 2026 ນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຢ່າງກົງໄປກົງມາ ແລະ ມີຈຸດສຸມ ຕາມຄຳຖາມເຈາະຈີ້ມ ຂອງປະທານກອງປະຊຸມ ເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນ ທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວ ຄື: ຈຸດທີ 1 ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ ຂອງມາດຕາ ໂດຍໃຫ້ມີການອະທິບາຍລາຍລະອຽດ ກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມທັງ ໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ; ຈຸດທີ 2 ຄວາມຮັບຜິດຊອບຕໍ່ເຄື່ອງຝາກທາງໄປສະນີ (ມາດຕາ 114) ສະເໜີໃຫ້ກຳນົດຄວາມໝາຍ ຂອງເຄື່ອງຝາກທາງໄປສະນີທີ່ເກືອດຫ້າມ ແລະ ຜິດກົດໝາຍ ໃຫ້ຈະແຈ້ງ. ພ້ອມທັງ ສະເໜີໃຫ້ເພີ່ມພັນທະ ແລະ ຄວາມຮັບຜິດຊອບ ຂອງຜູ້ຮັບບໍລິການຜູ້ໂດຍສານ ແລະ ເຄື່ອງຝາກໃນກໍລະນີທີ່ພົບເຫັນເຄື່ອງຝາກທາງໄປສະນີທີ່ຜິດກົດໝາຍ; ຈຸດທີ 3 ການຄຸ້ມຄອງເຮືອບິນ ທີ່ບໍ່ມີຄົນຂັບ ຫຼື ໂດຣນ (ມາດຕາ 150) ສະເໜີໃຫ້ຄົ້ນຄວ້າກໍລະນີການນຳໃຊ້ແບບສະໝັກຫຼິ້ນ. ໃນພາກປະຕິບັດຕົວຈິງ ການຄຸ້ມຄອງ ແລະ ຕິດຕາມກວດກາເຮືອບິນປະເພດນີ້, ຜ່ານມາຕ້ອງຂໍອະນຸມັດ ຈາກກະຊວງປ້ອງກັນປະເທດ (ປກຊ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍບໍ່ໄດ້ຜ່ານກົມການບິນ. ດັ່ງນັ້ນ, ຖ້າກົດໝາຍສະບັບນີ້ ປະກາດໃຊ້ກົມການບິນພົນລະເຮືອນ ຕ້ອງໄດ້ປະສານສົມທົບກັບ ປກຊ ແລະ ປກສ ຢ່າງແໜ້ນແຟ້ນ ເພື່ອຕິດຕາມກວດກາບັນຫາທີ່ຕິດພັນກັບຄວາມໝັ້ນຄົງ ຂອງປະເທດຊາດ. ນອກຈາກນີ້, ເພື່ອຮັບປະກັນຄວາມສ່ຽງ ແລະ ຄວາມໝັ້ນຄົງຄວນຂະຫຍາຍການອະທິບາຍໃນມາດຕານີ້ໃຫ້ກວ້າງຂວາງຕື່ມອີກ ແລະ ຈຸດທີ 4 ກ່ຽວກັບທີ່ຕັ້ງ ແລະ ໂຄງປະກອບ ຂອງອົງການການບິນພົນລະເຮືອນ (ມາດຕາ 173 ຫາ 175) ເຫັນວ່າຮ່າງກົດໝາຍສະບັບນີ້ ຍັງບໍ່ທັນກຳນົດແຈ້ງກ່ຽວກັບທີ່ຕັ້ງ ແລະ ໂຄງປະກອບຂອງອົງການດັ່ງກ່າວ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ມີການສົມທຽບກັບຮູບແບບການຈັດຕັ້ງຂອງອົງການການບິນພົນລະເຮືອນສາກົນ ໂດຍຄວນເພີ່ມມາດຕາສະເພາະທີ່ກຳນົດແຈ້ງກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ໂຄງປະກອບກົງຈັກ ແລະ ລະດັບຂັ້ນການຄຸ້ມຄອງ. ພ້ອມກັນນັ້ນ, ເພື່ອເປັນການອຳນວຍຄວາມສະດວກ ແລະ ຍົກສູງປະສິດທິພາບໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງ, ທ່ານຍັງໄດ້ສະເໜີ ໃຫ້ພິຈາລະນາຍົກລະດັບກົມການບິນພົນລະເຮືອນຂຶ້ນເປັນຂັ້ນ "ສະຖາບັນ" ຫຼື "ທະບວງ" ທີ່ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍກົງ. ໂດຍ: ແສງເດືອນ+ນາງ ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ