ປະທານສະຫະພັນກຳມະບານລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງງານຕັດຫຍິບ ເລກ 1 ກອງທັບ
ເວລາອອກຂ່າວ: 2026-10-16 14:24:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 592 | ຄວາມນິຍົມ: ![]()
ວັນທີ 16 ຕຸລາ 2026 ນີ້, ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງງານຕັດຫຍິບ ເລກ 1 ກອງທັບ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຫົວໜ້າຫ້ອງການກຳມະບານກອງທັບ, ຄະນະພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ຄະນະພັກ-ຄະນະອຳນວຍການ ໂຮງງານ, ພະນັກງານ-ນັກຮົບ ແລະ ສະມາຊິກກຳມະບານ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຕ້ອຍ ອຸທະວົງ ຮອງອຳນວຍການ ໂຮງງານຕັດຫຍິບ ເລກ 1 ກອງທັບ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂດຍຫຍໍ້ ວ່າ: ໂຮງງານຕັດຫຍິບເລກ 1 ກອງທັບ ມີພາລະບົດບາດສຳຄັນໃນການຜະລິດ ແລະ ຕັດຫຍິບເຄື່ອງນຸ່ງຫົ່ມ ເພື່ອຮັບໃຊ້ກອງທັບ ໂດຍເນັ້ນການຄຸ້ມຄອງຕົນເອງດ້ານງົບປະມານ ແລະ ເງິນເດືອນ ຜ່ານການເຊັນສັນຍາຮັບເໝົາຄ່າແຮງງານ ແລະ ວັດຖຸ ປະກອບ ກັບກົມອຸປະໂພກ-ບໍລິໂພກ. ພ້ອມທັງ ປັບປຸງຮູບແບບແຜນການຜະລິດ ຈາກວິທີການແບບເກົ່າ ມາສູ່ການຜະລິດແບບໃໝ່ ໂດຍນຳໃຊ້ລະບົບສາຍການຜະລິດ ທີ່ທັນສະໄໝຂຶ້ນ. ປັດຈຸບັນໂຮງງານ ມີພະນັກງານ ແລະ ກຳມະກອນ ທັງໝົດ 489 ສະຫາຍ, ຍິງ 400 ສະຫາຍ ໃນນັ້ນ, ມີສະມາຊິກກຳມະບານ 382 ສະຫາຍ, ເງິນເດືອນຂັ້ນຕ່ຳ ຢູ່ທີ່ 4.000.000 ກີບ ແລະ ຂັ້ນສູງ ຢູ່ລະຫວ່າງ 6.000.000-8.000.000 ກີບຕໍ່ຄົນຕໍ່ເດືອນ ຂຶ້ນກັບປະລິມານ ແລະ ຜົນຜະລິດຕົວຈິງ. ຈາກນັ້ນ, ຄະນະນຳກຳມະບານ ແລະ ຜູ້ເຂົ້າຮ່ວມ ໄດ້ປຶກສາຫາລື, ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກຳມະບານ ທັງພາຍໃນ ແລະ ນອກກອງທັບ ເພື່ອຍົກສູງບົດບາດ, ຄວາມເຂັ້ມແຂງ ແລະ ປະສິດທິຜົນຂອງອົງການກຳມະບານໃຫ້ດີຂຶ້ນ.
ໂອກາດນີ້, ສະຫາຍ ຄຳຜອຍ ວັນນະສານ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ສາມັກຄີເປັນເອກະພາບ ແລະ ເອົາໃຈໃສ່ປະຕິບັດພາລະບົດບາດ ຂອງຕົນໃຫ້ດີ, ສືບຕໍ່ປັບປຸງຄຸນນະພາບ ແລະ ປະສິດທິພາບການຜະລິດ, ນຳໃຊ້ວັດຖຸດິບ ແລະ ອຸປະກອນຢ່າງປະຢັດ, ພັດທະນາສີມືແຮງງານ ແລະ ສົ່ງເສີມການນຳໃຊ້ເຕັກນິກໃໝ່ໃຫ້ເໝາະສົມກັບສະພາບຕົວຈິງ,ເອົາໃຈໃສ່ດູແລຊີວິດການເປັນຢູ່, ສະພາບການເຮັດວຽກ, ສຸຂະພາບ ແລະ ສິດຜົນປະໂຫຍດອັນຊອບທຳຂອງກຳມະກອນ ພ້ອມທັງ ສ້າງບັນຍາກາດການເຮັດວຽກທີ່ປອດໄພ, ເປັນທຳ ແລະ ມີຄວາມສາມັກຄີ.
ສ່ວນອົງການຈັດຕັ້ງກຳມະບານ ຕ້ອງສືບຕໍ່ເປັນຂົວຕໍ່ ລະຫວ່າງ ຄະນະບັນຊາ ກັບກຳມະກອນ, ເປັນຜູ້ຕິດຕາມ, ຮັບຟັງ ແລະ ສະທ້ອນຄວາມຄິດເຫັນຂອງກຳມະກອນຢ່າງທັນເວລາ, ເພື່ອຮ່ວມກັນແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ສ້າງໃຫ້ກຳມະກອນມີຄວາມເຊື່ອໝັ້ນ, ມີຂວັນກຳລັງໃຈໃນການເຮັດວຽກ. ເພື່ອປະກອບສ່ວນສ້າງໂຮງງານໃຫ້ມີຄວາມເຂັ້ມແຂງ, ຜະລິດສິນຄ້າໄດ້ຕາມຄຸນນະພາບ ແລະ ແຜນການທີ່ກຳນົດ, ຄວບຄູ່ກັບການຍົກສູງຊີວິດການເປັນຢູ່ຂອງພະນັກງານ-ກຳມະກອນ ແລະ ສ້າງຜົນງານໃຫ້ແກ່ກອງທັບຕໍ່ໄປ. ຈາກນັ້ນ, ໄດ້ເຄື່ອນໄຫວຢ້ຽມຊົມຂະບວນການຜະລິດເຄື່ອງອຸປະໂພກຕ່າງໆ ຂອງໂຮງງານ ຕື່ມອີກ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















