TKI ຕັ້ງເປົ້າເປັນບໍລິສັດປະກັນໄພ ຊັ້ນນຳຂອງລາວ
ເວລາອອກຂ່າວ: 2019-11-14 10:53:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ: ![]()
ບໍລິສັດ ທີເຄໄອ ປະກັນຊີ
ວິດຈຳກັດ ແລະ ບໍລິສັດ ທີເຄໄອ ປະກັນໄພທົ່ວໄປຈໍາກັດ (TKI) ມີສໍານັກງານໃຫຍ່ຕັ້ງຢູ່ຊັ້ນ 4, ຕຶກດິໄອຄອນນິກ ບ້ານໂພນໄຊ, ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ
ເຊິ່ງເປັນບໍລິສັດປະກັນໄພທີ່ສ້າງຂຶ້ນ ເພື່ອໃຫ້ບໍລິການລູກຄ້າຢູ່ລາວ ແລະ ສ້າງຕັ້ງຂຶ້ນດ້ວຍການຮ່ວມ ທຶນລະຫວ່າງນັກທຸລະກິດລາວ ແລະ ໄທກໍຄືບໍລິສັດ TK ກຣຸບຈຳກັດ, ບໍລິສັດ ນະວະກິດ ປະກັນໄພຈຳກັດ (ມະຫາຊົນ),ບໍລິສັດ
ຟາຄອນປະກັນໄພຈຳກັດ(ມະ ຫາຊົນ)ແລະບໍລິສັດໄທຣີປະກັນຊີວິດ ຈຳກັດ (ມະຫາຊົນ).
ທ່ານ ໄຊໂຣດ ກັນລະຍານະລາບ ອໍານວຍການບໍລິສັດດັ່ງກ່າວໄດ້
ແຈ້ງໃຫ້ຜູ້ສື່ຂ່າວວ່າ: ໃນປັດຈຸບັນ
ເຖິງວ່າຢູ່ ສປປ ລາວຈະມີບໍລິສັດ
ປະກັນໄພເກີດຂຶ້ນເປັນຈຳນວນ ຫຼາຍ, ແຕ່ບໍລິສັດ TKI ປະກັນໄພ
ຍັງໄດ້ຕັ້ງເປົ້າ ແລະ ມີວິໄສທັດທີ່ ຈະກ້າວຂຶ້ນເປັນບໍລິ ສັດປະກັນ ໄພຊັ້ນນໍາຢູ່ລາວໃນອະນາຄົດ
ໂດຍເນັ້ນໃສ່ການບໍລິການເປັນ ເລີດ ໂດຍສະເພາະການໃຫ້ ຂໍ້ມູນ, ການແກ້ໄຂເຫດ ແລະ ການ
ຈ່າຍສິ່ງຕອບແທນໃຫ້ແກ່ລູກຄ້າ ໃຫ້ມີຄວາມສະດວກ,ວ່ອງໄວ ແລະ ທັນໃຈ;ສືບຕໍ່ພັດທະນາລະ
ບົບ ແລະ ຂອດການ ບໍລິການ ເພື່ອ ສ້າງຄວາມເພິ່ງພໍໃຈໃຫ້ລູກຄ້າ.
ທ່ານ ໄຊໂຣດ ກັນລະຍານະລາບ ໄດ້ຢືນຢັນວ່າ: ບໍລິສັດ TKI ປະ
ກັນໄພດຳເນີນທຸລະກິດທັງດ້ານ
ປະກັນຊີວິດ ແລະ ປະກັນໄພທົ່ວ
ໄປສາມາດຕອບສະໜອງໄດ້ທຸກ ຄວາມຕ້ອງການຂອງລູກຄ້າ; ອັນ
ໂດດເດັ່ນຜະລິດຕະພັນຂອງ ບໍລິ ສັດ TKI ປະກັນຊີວິດ ຈຳກັດປະ
ກອບມີ 2 ແບບຄື: ປະກັນໄພກຸ່ມ ແລະ ປະກັນຊີວິດລາຍດ່ຽວໂດຍ
ລາຍດ່ຽວປະກອບມີ 3 ກຸ່ມຫຼັກຄື: ແບບອອມຊັບ, ແບບຄຸ້ມຄອງ ແລະ
ແບບບໍານານ. ນອກນີ້, ຍັງມີແບບ
ສັນຍາເພີ່ມຕື່ມໄດ້ແກ່ປະກັນໄພອຸ ປະຕິເຫດແບບ AI, ADD ແລະ ADB, ຄ່າປິ່ນປົວຈາກ ອຸບັດຕິເຫດ
ແບບ ME, ປະກັນໄພພະຍາດ
ມະເຮັງ (CA),ການ ປະກັນສຸຂະ ພາບ ແບບເບິ່ງ ແຍງກໍລະນີພິເສດ (SC) ແລະ ຄ່າປິ່ນປົວລາຍວັນ (HB) ແລະ ຈະມີການພັດທະນາ ຜະລິດຕະພັນອື່ນໆເພີ່ມຕື່ມອີກ ເພື່ອຕອບສະໜອງຄວາມຕ້ອງ ການຂອງລູກຄ້າ.
ໃນຂະນະດຽວກັນນັ້ນ; ຜະ
ລິດຕະພັນຂອງບໍລິສັດ TKI ປະ ກັນໄພທົ່ວໄປຈຳກັດໄດ້ປະກອບ ມີປະກັນໄພພາຫະນະ, ທີ່ຢູ່ອາໄສ, ທຸລະກິດຂະໜາດນ້ອຍ, ຄວາມ ຮັບຜິດຊອບຕາມກົດໝາຍຕໍ່ບຸກ ຄົນພາຍນອກ, ອຸບັດຕິເຫດຕາມ ຖະໜົນ, ອັກຄີໄພ, ອຸບັດຕິເຫດ
ຈາກກໍ່ສ້າງ, ອຸບັດຕິເຫດສ່ວນ
ບຸນຄົນ, ສໍາລັບເງິນ, ອຸບັດຕິເຫດ ສິນເຊື່ອສ່ວນບຸກຄົນ, ສໍາລັບແວ່ນ
ແກ້ວ, ເຄື່ອງຈັກ, ຂົນສົ່ງພາຍໃນ ປະເທດ, ສ່ຽງໄພຊັບສິນ, ຄວາມ ຮັບຜິດຊອບຂອງຜູ້ຂົນສົ່ງ, ການ ສ່ຽງໄພທຸກຊະນິດ, ປະກັນໄພ ເຄື່ອງມື ແລະ ເຄື່ອງຈັກຂອງຜູ້ຮັບ
ເໝົາ. ໃນການດຳເນີນທຸລະກິດ ຜ່ານມາບໍລິສັດ TKI ໄດ້ມີການ ຕອບຮັບເປັນຢ່າງດີຈາກລູກຄ້າ ແລະ ສັງຄົມເຊິ່ງເຫັນໄດ້ວ່າໃນປັດ
ຈຸບັນຖານລູກຄ້າເພີ່ມຂຶ້ນຫຼາຍ ກວ່າ 50%; ຜະລິດຕະພັນທີ່ໄດ້ ຮັບຄວາມນິຍົມຫຼາຍທີ່ສຸດ ກໍມີ ການປະກັນຊີວິດແບບຄວາມຄຸ້ມຄອງໄລຍະຍາວ ໂດຍຈຸດເດັ່ນຄື: ລູກຄ້າບໍ່ຈຳເປັນຕ້ອງຈ່າຍເງິນ ກ້ອນໃຫຍ່ແຕ່ກໍສາມາດສະສົມໄດ້ ຍາວນານ ແລະ ປະກັນໄພພາຫະ ນະປະເພດໜຶ່ງ,ປະເພດ 3+ ຫຼື 3++ ມີຈຸດເດັ່ນຄືໃຫ້ຄວາມຄຸ້ມ ຄອງຮອດປະເທດໄທ ເຊິ່ງຄຸ້ມ ຄອງຄືກັນກັບຢູ່ລາວ ແລະ ຮອງ ລົງມາປະກັນໄພທີ່ລູກຄ້ານິຍົມ ແມ່ນປະກັນໄພອັກຄີໄພ ແລະ ໃນ ແຜນໄລຍະຍາວຂອງບໍລິສັດ TKI ແມ່ນຈະເປີດສາຂາຢູ່ທີ່ແຂວງຈໍາ
ປາສັກ, ຫຼວງພະບາງ ແລະ ແຂວງ
ສະຫວັນນະເຂດໃຫ້ສໍາເລັດພາຍ
ໃນ 5 ປີ.
ໂດຍ: ຣັດສະໝີ ດວງສັດຈະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















