ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ທ່ານພົນຕີ ຄຳລຽງ ອຸທະໄກສອນ ຕ້ອນຮັບຫົວໜ້ານຳພາຄະນະສິລະປະກອນກອງທັບແຫ່ງຣາຊະອານາຈັກໄທ
ເວລາອອກຂ່າວ: 2018-11-26 09:19:48 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1603 | ຄວາມນິຍົມ:



ຕອນບ່າຍ ວັນທີ 23 ພະຈິກ 2018 ທີ່ກະຊວງປ້ອງກັນປະ ເທດ, ທ່ານພົນຕີ ຄຳລຽງ ອຸທະໄກສອນ ຮອງຫົວຫນ້າ ກົມໃຫຍ່ເສນາທິການກອງທັບ ແຫ່ງ ສປປ ລາວ ໄດ້ໃຫ້ການ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານພົນເອກ ໄຊຊະນະ ນາກເກີດ ເສນາທິການທະ ຫານ, ຫົວໜ້ານຳພາຄະນະສີລະ ປະກອນກອງທັບແຫ່ງຣາຊະ ອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີ່ນທາງມາຢ້ຽມ ຢາມ ແລະ ສະແດງສີລະປະມິດ ຕະພາບສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ລະຫວ່າງ ວັນທີ 22-25 ພະຈິກ 2018. ໂອກາດດັ່ງກ່າວ, ທ່ານຮອງ ຫົວຫນ້າກົມໃຫຍ່ເສນາທິການ ກອງທັບ ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານພົນເອກ ໄຊຊະນະ ນາກ ເກີດ ພ້ອມດ້ວຍຄະນະນັກສະ ແດງສີລະປະກອນກອງທັບແຫ່ງ ຣາຊະອານາຈັກໄທທີ່ນຳພາຄະ ນະມາສະແດງຮັບໃຊ້ ສະເຫລີມ ສະຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ເຊິ່ງເປັນການປະກອບສ່ວນສຳຄັນໃນການເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີລະຫວ່າງສອງ ກອງທັບ ລາວ-ໄທ ພ້ອມດຽວ ກັນນີ້, ທ່ານຮອງຫົວຫນ້າກົມ ໃຫຍ່ເສນາທິການກອງທັບ ກໍໄດ້ ຂອບອົກຂອບໃຈຢ່າງຈິງໃຈຕໍ່ ກອງທັບ ກໍຄືປະຊາຊົນຊາວໄທ ທຸກທົ່ວຫນ້າທີ່ໃຫ້ການຊ່ວຍ ເຫລືອວັດຖຸຈິດໃຈ ແລະ ເຫື່ອ ແຮງໃນການກອບກູ້ໄພພິບັດ ເຂື່ອນເຊປຽນ-ເຊນຳ້ນ້ອຍແຕກ ທີ່ເມືອງສະຫນາມໄຊ ແຂວງອັດ ຕະປື ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນສູນ ຫາຍຢ່າງຫລວງຫລາຍ. ທ່ານພົນເອກ ໄຊຊະນະ ນາກ ເກີດ ກໍໄດ້ສະແດງຄວາມຂອບ ອົກຂອບໃຈຕໍ່ການຕ້ອນຮັບຢ່າງ ອົບອຸ່ນຂອງທ່ານຮອງຫົວຫນ້າ ກົມໃຫ່ຍເສນາທິການກອງທັບ ກໍຄືຄະນະກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ແລະ ສະແດງຄວາມພາກພູມ ໃຈທີ່ໄດ້ນຳພາຄະນະສີລະປະ ກອນກອງທັບແຫ່ງຣາຊະອາ ນາຈັກໄທມາສະແດງມິດຕະ ພາບຮັບໃຊ້ນາຍ ແລະ ພົນທະ ຫານກໍຄືພໍ່ແມ່ປະຊາຊົນຊາວນະ ຄອນຫລວງວຽງຈັນໄດ້ຮັບຊົມ ແລະ ເປັນສ່ວນຫນຶ່ງຮ່ວມສະ ເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ໃຫ້ມີຄວາມເບີກ ບານມ່ວນຊື່ນ. ພ້ອມດຽວກັນ ນັ້ນສອງຝ່າຍຍັງໄດ້ປຶກສາຫາລື ໃນຂົງເຂດວຽກງານອື່ນໆ ເວົ້າ ສະເພາະໃນຂົງເຂດວຽກງານ ຊາຍແດນ ແລະ ອື່ນໆ ທີ່ສອງ ຝ່າຍໃຫ້ຄວາມສົນໃຈ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ