ພະແນກສະຫະພັນແມ່ຍິງ ວປກ ສະຫຼຸບວຽກງານກຸ່ມທ້ອນເງິນຝາກ ຊ່ວຍເຫຼືອເຊິ່ງ ແລະ ກັນ ປະຈຳປີ 2026
ເວລາອອກຂ່າວ: 2026-11-05 10:09:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ: ![]()
ວັນທີ 3 ພະຈິກ 2026 ນີ້, ພະແນກສະຫະພັນແມ່ຍິງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ສະຫຼຸບວຽກງານກຸ່ມທ້ອນເງິນຝາກ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຈຳປີ 2026 ແລະ ຜ່ານທິດທາງແຜນການ ປະຈໍາປີ 2027, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ສອນທະນູ ແກ້ວໝື່ນເຮືອງ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍກົມກອງ, ຄະນະໜ່ວຍສະຫະພັນແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງກຸ່ມທ້ອນເງິນ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ໂລຊິນ ໄມສະຫວັນ ຫົວໜ້າພະແນກແມ່ຍິງ ວປກ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານກຸ່ມທ້ອນເງິນຝາກ ປະຈຳປີ 2026 ແລະ ທິດທາງແຜນການ 2027 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ ໃນການຊີ້ນໍາຢ່າງໃກ້ຊິດຕິດແທດຈາກຄະນະພັກ-ຄະນະບັນຊາ ກົມການເມືອງ ແລະ ຄະນະພັກ-ຄະນະບັນຊາ ບັນດາຫົວໜ່ວຍກົມກອງ ເຮັດໃຫ້ກຸ່ມທ້ອນເງິນສະຫະພັນແມ່ຍິງ ວປກ ໄດ້ຮັບການປັບປຸງເປັນແຕ່ລະໄລຍະຈົນເຖິງປະຈຸບັນ ແລະ ໄດ້ຮັບຄວາມເຊື່ອໝັ້ນ ຈາກສະມາຊິກສະຫະພັນແມ່ຍິງ ເຊິ່ງມີເອື້ອຍນ້ອງສະໝັກໃຈເຂົ້າເປັນສະມາຊິກກອງທຶນ 331 ສະຫາຍ, ຊາຍ 1 ສະຫາຍ, ມີເງິນກອງທຶນທັງໝົດ 99.300.000 ກີບ.
ຜ່ານການຈັດຕັ້ງປະຕິບັດໃນ 1 ປີຜ່ານມາ ສາມາດຊ່ວຍເຫຼືອແກ້ໄຂຄວາມຈໍາເປັນ ຂອງສະມາຊິກໄດ້ທັງໝົດ 53 ເທື່ອຄົນ, ຮັບດອກເບ້ຍ 22.486.000 ກີບ ແລະ ການແບ່ງປັນຜົນໄດ້ຮັບຕົວຈິງ ໃຫ້ພາກສ່ວນຕ່າງໆ ໄດ້ຄື: ແບ່ງປັນໃຫ້ສະມາຊິກກຸ່ມທ້ອນເງິນ 76%, ແບ່ງປັນໃຫ້ຄະນະຮັບຜິດຊອບກຸ່ມທ້ອນເງິນຂັ້ນໜ່ວຍ 10%, ແບ່ງປັນຄັງແຮຊື້ວັດຖຸອຸປະກອນ ແລະ ບໍລິຫານເຂົ້າໃນວຽກງານລວມ ຂອງແມ່ຍິງ 7%, ແບ່ງປັນໃຫ້ຄະນະຮັບຜິດຊອບກຸ່ມທ້ອນເງິນຂັ້ນພະແນກ 5% ແລະ ແບ່ງປັນໃຫ້ຜູ້ຊີ້ນຳລວມ 2%.
ໂອກາດນີ້, ປະທານ ໄດ້ມີຄຳເຫັນໂອ້ລົມ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ຕື່ມອີກ.
ໂດຍ: ສົງການ ທະວີສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















