ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ
ເວລາອອກຂ່າວ: 2026-11-05 14:21:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ: ![]()
ວັນທີ 4 ພະຈິກ 2026 ນີ້, ຢູ່ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ສອງຜູ້ນຳໄດ້ເນັ້ນໜັກເຖິງການຮ່ວມມືຍຸດທະສາດ ແລະ ການຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ໂດຍມີຈຸດສຸມສຳຄັນ ຄື: ກຽມສະຫຼອງໃຫຍ່ປີ 2027: ສອງຝ່າຍກຽມພ້ອມຈັດກິດຈະກຳສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ (ຄົບຮອບ 65 ປີ ວັນສ້າງຕັ້ງການທູດ ແລະ 50 ປີ ການເຊັນສົນທິສັນຍາມິດຕະພາບ), ເລັ່ງຜັນຂະຫຍາຍໂຄງການຂະໜາດໃຫຍ່ ເຊັ່ນ: ທ່າເຮືອຫວຸງອາງ, ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ລາວ-ຫວຽດນາມ ລວມທັງຂົງເຂດພະລັງງານ, ບໍ່ແຮ່ ແລະ ກະສິກຳ ເພື່ອໜູນເສດຖະກິດລາວໃຫ້ເຂັ້ມແຂງຂຶ້ນ.
ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ແຈ້ງສະພາບການພົ້ນເດັ່ນ ຂອງ ສປປ ລາວ ໂດຍສັງເຂບ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2026-2030.
ທັງສອງຝ່າຍ ຢືນຢັນຄືນຄວາມມຸງໝັ້ນທີ່ຈະສືບຕໍ່ຮັກສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.
ຂໍ້ມູນຈາກ ສະພາແຫ່ງຊາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















