ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຫ້ອງວ່າການກະຊວງປ້ອງກັນປະເທດ ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2026-11-05 14:57:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ຢູ່ທີ່ສະໜາມຍິງປືນອາຊຽນ (ຫຼັກ 27), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳແຫວນ ຫຼ້າບົວມະຫາໄຊ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາຫ້ອງວ່າການ, ກົມ, ກອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການຫັດແອບ ໃນຄັ້ງນີ້, ແມ່ນປະຕິບັດຕາມແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈໍາປີ 2026 ເພື່ອເປັນການຢືນຢັນຜົນການຮຽນ-ການສອນ ແລະ ຄວາມຮູ້, ຄວາມອາດສາມາດ ຂອງນາຍ ແລະ ພົນທະຫານ, ທັງເປັນການກວດກາປະສິດທິຜົນຂອງການເຝິກອົບຮົມ ເພື່ອເຮັດໃຫ້ນັກເຝິກອົບຮົມ ໄດ້ນຳໃຊ້ທິດສະດີຫຼັກການທີ່ຮຽນມາ ເຂົ້າໃນພາກຈັດຕັ້ງປະຕິບັດຕົວຈີງ ໃຫ້ຖືກຕ້ອງ, ສອດຄ່ອງ ມີຄວາມຊຳນິຊໍານານ ຮູ້ນຳໃຊ້ອາວຸດປະຈຳກາຍ ຂອງນາຍ ແລະ ພົນທະຫານ ໂດຍສະເພາະແມ່ນປືນ AKM ແລະ ປືນ K 54 ເພື່ອຮັບປະກັນໃຫ້ນາຍ ແລະ ພົນທະຫານ ຮູ້ນຳໃຊ້ເຂົ້າໃນໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ. ໂດຍ: ພຸດທະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ