ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 09 ພະຈິກ 2026

  

ຫ້ອງເຕັກນິກ ກອງບັນຊາການທະຫານແຂວງໄຊຍະບູລີ ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ແລະ ປິດຊຸດເຝິກອົບຮົມ-ຫັດແອບ ປະຈຳປີ 2026
ເວລາອອກຂ່າວ: 2026-11-05 15:27:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ຫ້ອງເຕັກນິກ ກອງບັຊາການທະຫານແຂວງໄຊຍະບູລີ ໄດ້ຈັດຕັ້ງຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ແລະ ປິດຊຸດອົບຮົມ-ຫັດແອບ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ຫົວໜ້າຫ້ອງເຕັກນິກ ກອງບັນຊາການ ທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ຫ້ອງ, ພະແນກການ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈໍາປີ 2026 ແມ່ນເພຶ່ອທົບທວນຄືນຄວາມຮູ້, ຄວາມສາມາດ ທາງດ້ານສິນລະປະຍຸດ, ຍຸດທະວິທີ ແລະ ການນໍາໃຊ້ອາວຸດ, ລູກກະສູນ ໃຫ້ຄ່ອງແຄ້ວ, ຊໍານິຊໍານານ ຂອງວິຊາການທະຫານ ແລະ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ເພື່ອຕີລາຄາຄືນຄວາມຮູ້, ຄວາມສາມາດ ຂອງພະນັກງານ-ນັກຮົບ ໃນການການນໍາໃຊ້ອາວຸດ ເພື່ອຮັບປະກັນໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ປກຊ-ປກສ ຕາມຂອບເຂດຄວາມຮັບຜິດຊອບ ໃຫ້ມີຄວາມຮັບປະກັນ ໃນສະພາບເງື່ອນໄຂອັນໃໝ່. ຜ່ານການອົບຮົມ-ຫັດແອບຕົວຈິງ ສາມາດບັນລຸໄດ້ ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນຄວາມປອດໄພໄດ້ 100% ເຊິ່ງສາມາດຕີລາຄາໄດ້ພາກການເມືອງ 95%, ພາກພະລາທິການ 90 %, ພາກເຕັກນິກ 95% ແລະ ພາກການທະຫານ 87%, ດ້ານສິລະປະຍຸດປືນທະຫານຮາບ ທ່າຍິງ 2 ບົດ ປືນ AK ປະເພດດີ 3 ສະຫາຍ, ກາງ 25 ສະຫາຍ ແລະ ຄາດໝາຍຈໍານວນໜຶ່ງ. ໂດຍ: ນາງ ບົວລິວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ