ກອງປະຊຸມຄົ້ນຄວ້າການປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ຂອງອົງຄະນະພັກ ກອງບັນຊາການທະຫານແຂວງອຸດົມໄຊ
ເວລາອອກຂ່າວ: 2026-11-05 15:34:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ: ![]()
ວັນທີ 4 ພະຈິກ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເປີດກອງປະຊຸມຄົ້ນຄວ້າການປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ຂອງອົງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ແກ້ວວິເສດ ລູກສອນນ້ອຍ ກໍາມະການຄະນະພັກ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ລາຍງານຜົນການເຄື່ອນໄຫວປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ຂອງອົງຄະນະພັກ ກອງບັນຊາການທະຫານແຂວງອຸດົມໄຊ ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນຖອດຖອນໄດ້. ພ້ອມທັງ, ມີຄິດຄຳເຫັນເຈາະຈີ້ມ, ຄົ້ນຄວ້າ ເພື່ອຄັດເລືອກເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ໃຫ້ຖືກຕ້ອງ, ສອດຄອງຕາມ 5 ຫຼັກການ 3 ທິດນຳ ຂອງພັກວາງອອກ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າທັງໝົດ 25 ໜ່ວຍພັກ ໃນນີ້, ໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 24 ໜ່ວຍພັກ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ເນັ້ນໜັກ ຫຼາຍບັນຫາທີ່ສຳຄັນ ຕື່ມອີກ.
ໂດຍ: ສັນໂສພີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















