ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການດຳເນີນຄະດີທົ່ວປະເທດປີ 2019 ປະຕິບັດໄດ້ 73,09%
ເວລາອອກຂ່າວ: 2019-11-21 09:53:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ໃນວາລະດໍາເນີນກອງປະ ຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ຄັ້ງວັນທີ 20 ພະຈິກນີ້, ໂດຍການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ, ຮອງປະທານສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງການລາຍງານຂອງ ທ່ານ ຄໍາພາ ແສງດາລາ ປະທານສານປະຊາຊົນສູງສຸດກ່ຽວກັບ ການເຄື່ອນໄຫວວຽກງານປະຈໍາປີ 2019 ແລະ ທິດທາງແຜນການປີ 2020. ໃນປີຜ່ານມາ, ສານປະຊາຊົນສູງສຸດໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນໄດ້ພິຈາລະນາຄະດີອາຍາ ຢູ່ສານຂັ້ນຕົ້ນທັງໝົດ 5.291 ເລື່ອງ, ໃນນີ້ມີຄະດີເຂົ້າໃໝ່ 4.660 ເລື່ອງ, ຄະດີຄ້າງມາ 631 ເລື່ອງ, ແກ້ໄຂແລ້ວ 4.576ເລື່ອງ ເທົ່າກັບ 86,48%, ກໍາລັງຄົ້ນຄວ້າພິຈາລະນາ 715 ເລື່ອງ, ພາຍຫຼັງທີ່ສານຂັ້ນຕົ້ນ ຕັດສິນແລ້ວຄູ່ຄວາມຂໍອຸທອນ 251 ເລື່ອງເທົ່າກັບ 5,48%, ຄູ່ຄວາມບໍ່ຂໍອຸທອນ 4.325 ເລື່ອງເທົ່າກັບ 94,51%. ສານ ຂັ້ນອຸທອນມີຄະດີອາຍາທັງໝົດ 335 ເລື່ອງ, ໃນນີ້, ເຂົ້າໃໝ່ 251 ເລື່ອງ, ຄ້າງມາ 84 ເລື່ອງ, ແກ້ໄຂ 249 ເລື່ອງ ເທົ່າ ກັບ 74,32%, ກໍາລັງພິຈາລະນາ 86 ເລື່ອງ, ພາຍຫຼັງພິພາກສາແລ້ວ ຄູ່ຄວາມຂໍລົບລ້າງ 79 ເລື່ອງ ເທົ່າກັບ 32,64%, ບໍ່ຂໍລົບລ້າງ 163 ເລື່ອງ ເທົ່າກັບ 67,35 %, ສານຂັ້ນລົບລ້າງລວມມີ 90 ເລື່ອງ, ໃນນີ້, ມີຄະດີເຂົ້າໃໝ່ 79 ເລື່ອງ, ຄ້າງມາ 11 ເລື່ອງ, ແກ້ໄຂແລ້ວ 77 ເລື່ອງເທົ່າກັບ 85,55% ແລະ ກໍາລັງພິຈາລະນາ 13 ເລື່ອງ. ປະເພດຄະດີແພ່ງຢູ່ສານຂັ້ນຕົ້ນລວມມີ 4.168 ເລື່ອງ, ໃນນີ້ຄະດີເຂົ້າໃໝ່ 2.798 ເລື່ອງ, ຄ້າງມາ 1.370 ເລື່ອງ, ແກ້ໄຂແລ້ວ 2.462 ເລື່ອງ ເທົ່າກັບ 59,06% ແລະ ກໍາ ລັງພິຈາລະນາ 1.706 ເລື່ອງ. ສານຂັ້ນອຸທອນລວມມີ 859 ເລື່ອງ, ໃນນີ້ຄະດີເຂົ້າໃໝ່ 565 ເລື່ອງ, ຄ້າງມາ 294 ເລື່ອງ, ແກ້ໄຂແລ້ວ 497 ເລື່ອງ ເທົ່າກັບ 57,85% ແລະ ກໍາລັງຄົ້ນຄວ້າພິຈາລະນາ 362 ເລື່ອງ. ສານຂັ້ນລົບລ້າງລວມມີ 215 ເລື່ອງ, ເຂົ້າໃໝ່ 148 ເລື່ອງ, ຄ້າງມາ 67 ເລື່ອງ, ແກ້ໄຂແລ້ວ 146 ເລື່ອງເທົ່າກັບ 67,90% ແລະ ກໍາລັງ ພິຈາລະນາ 69 ເລື່ອງ, ສະເພາະຄະດີຂັ້ນຮື້ຟື້ນທີ່ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະເໜີຮື້ຟື້ນຕໍ່ສານປະຊາຊົນສູງສຸດ ໃນປີ 2019 ລວມມີ 50 ເລື່ອງ, ເຂົ້າໃໝ່ 39 ເລື່ອງ, ຄ້າງມາ 11 ເລື່ອງ, ແກ້ໄຂແລ້ວ 40 ເລື່ອງ, ຍັງຄົ້ນຄວ້າ 10 ເລື່ອງ. ຜົນຂອງການພິຈາລະນາແກ້ໄຂຕົກລົງຮື້ຟື້ນ 27 ເລື່ອງ, ບໍ່ຮື້ຟື້ນ 13 ເລື່ອງ ແລະ ໄດ້ຄົ້ນຄວ້າອອກຄໍາຊີ້ຂາດໂທດປະຫານຊີວິດ 9 ເລື່ອງ. ປະເພດຄະດີພົ້ນເດັ່ນ ແລະ ເກີດຂຶ້ນຫຼາຍກວ່າໝູ່ ຄະດີອາຍາຢູ່ສານຂັ້ນຕົ້ນເຂດແມ່ນລັກ ຊັບພົນລະເມືອງ ມີ 404 ເລື່ອງ, ຢູ່ສານຂັ້ນຕົ້ນແຂວງ-ນະຄອນຫຼວງແມ່ນຄ້າຂາຍຢາເສບຕິດມີ 2.426 ເລື່ອງ. ສ່ວນຄະດີແພ່ງຢູ່ສານຂັ້ນຕົ້ນເຂດແມ່ນສັນຍາກູ້ຢືມ ມີ 366 ເລື່ອງ, ຢູ່ສານ ຂັ້ນຕົ້ນແຂວງ-ນະຄອນຫຼວງມີ 107 ເລື່ອງ, ຄະດີການຄ້າແມ່ນສັນຍາກູ້ຢືມ ມີ 421 ເລື່ອງ, ຄະດີຄອບຄົວ ແມ່ນສາຍຜົວ- ເມຍຂໍຢ່າຮ້າງຢູ່ສານຂັ້ນຕົ້ນເຂດ ມີ 353 ເລື່ອງ, ຢູ່ສານແຂວງ-ນະຄອນຫຼວງ ມີ 85 ເລື່ອງ, ຄະດີເດັກ ແມ່ນບັນຫາຢາເສບ ຕິດ ມີ 110 ເລື່ອງ ແລະ ຄະດີ ແຮງງານແມ່ນບັນຫາທວງເອົາ ຄ່າແຮງງານ ມີ 20 ເລື່ອງ. ຄຽງຄູ່ກັນນີ້ ການພິຈາລະນາ ແກ້ໄຂຄະດີບາງເລື່ອງຍັງບໍ່ທັນມີ ຂໍ້ມູນຫຼັກຖານຄົບຖ້ວນມາພິຈາ ລະນາຢ່າງຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ມີບາງເລື່ອງ ບໍ່ທັນໄດ້ປະຕິບັດຫຼັກການໂຕ້ແຍ່ງ ຢ່າງເລິກເຊິ່ງ, ບາງຄະດີຊັກຊ້າ- ແກ້ຍາວ, ມີການສົ່ງໄປຫຼາຍຄັ້ງ. ເມື່ອທຽບໃສ່ຄາດໝາຍການດໍາເນີນຄະດີທົ່ວປະເທດໃນປີ 2019 ໄດ້ພຽງ 73,09% ຫຼຸດຄາດໝາຍ 11,91% (ປີ 2018 ຕັດໄດ້ 70,94%) ການຂໍອຸ ທອນໄດ້ 11,59% ໄດ້ລື່ນຄາດ ໝາຍ 3,41% (ປີ 2018 ອຸ ທອນ 14,48%), ການຂໍລົບລ້າງໄດ້ 45,84% (ປີ 2018 ໄດ້ 45,33%) ແລະ ການຂໍຮື້ຟື້ນ 0,56% (ປີ 2018 ໄດ້ 0,61%).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ