ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 986 ສະຫຼຸບວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກອງ 3 ປອດປະຈຳປີ 2018-2019
ເວລາອອກຂ່າວ: 2019-11-22 09:38:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ວັນທີ 21 ພະຈິກນີ້, ກອງ ພັນ 986 ໄດ້ດຳເນີນກອງປະຊຸມ ສະຫຼຸບວຽກງານປ້ອງກັນພາຍ ໃນ ແລະ ການກໍ່ສ້າງກອງ 3 ປອດ ປະຈຳປີ 2018-2019 ຂຶ້ນ ໂດຍການເປັນປະທານຂອງສະ ຫາຍ ພັນເອກ ອຳພອນ ທະວີໄຊ ຮອງຫົວໜ້າກົມກົດລັບ ກົມໃຫຍ່ ເສນາທິການກອງທັບ, ມີຄະນະ ພັກ-ຄະນະບັນຊາຕະຫຼອດຮອດ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ສີປະເສີດ ໄຊຍະແສງ ຫົວໜ້າການເມືອງ ກອງພັນ ແລະ ສະຫາຍ ພັນຕີ ຄຳໃບ ບຸນສຸວັນ ຮອງຫົວໜ້າ ການເມືອງກອງພັນ 986 ໄດ້ ຜັດປ່ຽນກັນຂຶ້ນຜ່ານບົດສະ ຫຼຸບວຽກງານປ້ອງກັນພາຍໃນ ແລະ ວຽກງານກໍ່ສ້າງກອງ 3 ປອດ ເຊິ່ງໄດ້ຍົກໃຫ້ເຫັນຄວາມ ເອົາໃຈໃສ່ຂອງຄະນະພັກ-ຄະນະ ບັນຊາທີ່ໄດ້ຊີ້ນຳຢ່າງໃກ້ຊິດແກ່ ຂະແໜງປ້ອງກັນພາຍໃນ,ເປັນ ເຈົ້າການສຶກສາອົບຮົມການ ເມືອງ- ນຳພາແນວຄິດໃຫ້ແກ່ພະ ນັກ, ສະມາຊິກພັກ, ນາຍ ແລະ ພົນທະຫານເຂົ້າໃຈແຈ້ງຕໍ່ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ກົດໝາຍຂອງລັດ, ຕ້ານ ແລະ ສະກັດກັ້ນໄດ້ປະກົດ ການຫຍໍ້ທໍ້, ສ້າງໃຫ້ພາຍພັກໃນມີ ຄວາມສະຫງົບ ພ້ອມກັນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນ ໂດຍຕິດພັນກັບ ການຈັດຕັ້ງຜັນຂະຫຍາຍ 4 ໜ້າ ທີ່ໃຫຍ່26 ແຜນງານຂອງຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ, ມະຕິຂອງຄະນະພັກ ຮາກຖານກອງພັນ 986 ຢ່າງ ເປັນ ຂະບວນຟົດຟື້ນ ແລະ ກວ້າງ ຂວາງ, ພ້ອມກັນນັ້ນກໍໄດ້ຈັດ ຕັ້ງປະຕິບັດແຜນການປ້ອງກັນ ພາຍໃນ-ປ້ອງກັນຄວາມສະ ຫງົບຢ່າງເປັນຮູບປະທຳ ໂດຍ ຕິດພັນກັບຂະບວນການເຄື່ອນ ໄຫວຈັດຕັ້ງປະຕິບັດ, ດຳເນີນ ການຊຸກຍູ້ຂະບວນການສ້າງ ກອງປອດໃສ, ປອດໄພ, ປອດຄະ ດີ. ຜ່ານການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວໃນປີ 2018-2019 ສາມາດສ້າງໃຫ້ໜ່ວຍພັກມີ ຄວາມປອດໃສ ເຂັ້ມແຂງ ໜັກ ແໜ້ນ 6 ສະໄໝຊ້ອນ ມີ1 ຄະນະ ພັກຮາກຖານ ແລະ 5 ໜ່ວຍພັກ ໄດ້ຮັບການຢັ້ງຢືນເປັນກົມກອງ ປອດໃສ, ປອດໄພ, ປອດຄະດີປະ ເພດ I ຈາກກະຊວງປ້ອງກັນປະ ເທດ 2 ສະໄໝຊ້ອນ ແລະ ໄດ້ ຮັບການຢັ້ງຢືນກອງປອດໃສ, ປອດໄພ, ປອດຄະດີ ຈາກກົມກົດ ລັບ 7 ສະໄໝຊ້ອນ, ຮັກສາຄວາມ ລັບຂອງພັກ-ລັດ, ຄວາມລັບການ ທະຫານ, ຄວາມລັບຂອງກົມກອງ ໄດ້ 100%. ໂອກາດນີ້ກອງປະຊຸມຍັງ ໄດ້ ຈັດພິທີມອບໃບຢັ້ງຢືນກອງ 3 ປອດໃຫ້ກອງພັນ 986 ຢ່າງສົມ ກຽດ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ