ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສະຫວັນນະເຂດ ແລະ ກວງຈິ ສສ ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ
ເວລາອອກຂ່າວ: 2019-11-22 09:39:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ໃນກາງເດືອນພະຈິກນີ້, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຈະເລີນ ວົງວິໄຊ ເລຂາຄະນະພັກ, ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງສະຫວັນນະເຂດ ພ້ອມຄະນະໄດ້ເດີນທາງເຂົ້າ ຮ່ວມກອງປະຊຸມແລກປ່ຽນສະ ພາບວຽກງານປ້ອງກັນຊາດ ຄັ້ງທີ XV ປະຈຳປີ 2019 ລະ ຫ່ວາງສອງແຂວງ ໂດຍໃຫ້ ກຽດຕ້ອນຮັບຂອງ ສະຫາຍພັນເອກ ຫງວຽນ ຮວ່າຍເຟືອງ ຄະນະປະຈຳພັກແຂວງ, ເລຂາ ຄະນະພັກ, ຫົວໜ້າການທະຫານ ແຂວງ ກວາງຈິ ສສ ຫວຽດ ນາມ. ພ້ອມຄະນະໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ. ກອງປະຊຸມໄດ້ຈັດຂຶ້ນຢູ່ຫ້ອງ ປະຊຸມກອງບັນຊາການທະຫານ ແຂວງກວາງຈິ ສສ ຫວຽດ ນາມ. ໂດຍປະຕິບັດຕາມບົດບັນ ທຶກຊ່ວຍຈຳກອງປະຊຸມພົບປະ ແລກປ່ຽນສະພາບວຽກງານ ປ້ອງກັນຊາດຄັ້ງທີ XV ລະ ຫ່ວາງກອງບັນຊາການທະຫານ ແຂວງສະຫວັນນະເຂດ ສປປ ລາວ ກັບກອງບັນຊາການທະ ຫານແຂວງກວາງຈິ ສສ ຫວຽດ ນາມ ໃນວັນທີ 26/11/2018 ຜ່ານມາ. ໃນນີ້ຜູ້ແທນກອງ ປະຊຸມທັງສອງຝ່າຍຕ່າງກໍໄດ້ ຜັດປ່ຽນກັນຂຶ້ນລາຍງານສະ ພາບການວຽກງານຕ່າງໆໃນ ຄວາມຮັບຜິດຊອບຂອງຕົນໃນ ຊຸມປີຜ່ານມາໃຫ້ກັນຊາບໂດຍ ສະເພາະດ້ານວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍ, ການປະສານສົມທົບຮ່ວມ ມືໃນການປະຕິບັດໜ້າທີ່ຂຸດຄົ້ນ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ເສຍຊີວິດໃນປາງສົງຄາມຢູ່ພື້ນ ທີ່ແຂວງສະຫັວນນະເຂດ, ໄດ້ ຕາມຄາດໝາຍເປັນຢ່າງດີ ແລະ ທັງພ້ອມກັນເປັນເຈົ້າການຕ້ານ ສະກັດກັ້ນບັນດາປະກົດການ ຫຍໍ້ທໍ້ຕ່າງໆ ແລະ ແນວຄິດຂອງ ປະຊາຊົນໃນຂອບເຂດຂຸດຄົ້ນ ອັດຖິຕາມຈຸດເປົ້າໝາຍໄດ້ເປັນ ຢ່າງດີ ແລະ ພ້ອມກັນເສີມຂະ ຫຍາຍນໍ້າໃຈສາມັກຄີ, ມິດຕະ ພາບ ແລະ ໝາກຜົນທີ່ຍາດມາ ໄດ້ ດ້ານການທະຫານໃນຊຸມປີ ຜ່ານມາທີ່ທັງສອງແຂວງໄດ້ ເພີ່ມທະວີການຊີ້ນຳ-ນຳພາຢູ່ ໃນຂົງເຂດການທະຫານ, ຮັກ ສາໄດ້ສະຖຽນລະພາບທາງການ ເມືອງໃຫ້ມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ, ສັງ ຄົມຢູ່ພື້ນທີສອງແຂວງປອດໄພ ໂດຍພື້ນຖານ 100%. ຈາກນັ້ນ ທາງຝາຍ ສສ ຫວຽດນາມຍັງ ໄດ້ເຊີນນາຍທະຫານແຂວງສະ ຫັວນນະເຂດຮຸ່ນສືບທອດເຂົ້າ ຮ່ວມແລກປ່ຽນຖອດຖອນບົດ ຮຽນວຽກງານປ້ອງກັນຊາດ ແລະ ວຽກງານເຕັກນິກຍຸດໂທ ຕ່າງໆອີກພາກສ່ວນໜຶ່ງ. ໃນກອງ ປະຊຸມຍັງມີການສະເໜີປະກອບ ຄຳຄິດ ຄຳເຫັນໃສ່ບົດລາຍງານ ສະພາບການດັ່ງກ່າວເພື່ອໃຫ້ບົດ ລາຍງານມີເນື້ອໃນອຸດົມສົມບູນ ຂຶ້ນຕື່ມ. ພ້ອມທັງຄົ້ນຄວ້າພິຈາລະ ນາ, ປຶກສາຫາລືທິດທາງແຜນ ການໃນການຮ່ວມມືປະສານສົມ ທົບວຽກງານໃນຕໍ່ໜ້າໃຫ້ເກີດ ດອກອອກຜົນ. ໃນຕອນທ້າຍ ກໍໄດ້ເຫັນດີເປັນເອກະພາບ ພ້ອມ ກັນລົງລາຍເຊັ່ນໃສ່ບົດບັນທຶກ ຊ່ວຍຈຳຂອງກອງປະຊຸມພົບ ປະຄັ້ງທີ XVI ປະຈຳທ້າຍປີ 2020. ໃຫ້ມີຄວາມໝາຍຄວາມ ສຳຄັນຢ່າງເລິກເຊິ່ງຕື່ມອີກ. ໂດຍ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ