ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ລົງຢ້ຽມຢາມກົມກອງທະຫານຢູ່ແຂວງໄຊຍະບູລີ
ເວລາອອກຂ່າວ: 2019-11-22 09:44:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ໃນວັນທີ 18 ພະຈິກ 2019 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນ ມີ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ໄດ້ລົງເຄື່ອນໄຫວ ພົບປະໂອ້ລົມຄະນະພັກ-ຄະນະ ບັນຊາ 3 ກົມກອງທີ່ຂຶ້ນກັບກອງ ບັນຊາການທະຫານແຂວງໄຊ ຍະບູລີ ຄື: ກອງບັນຊາການທະ ຫານ ເມືອງທົ່ງມີໄຊ, ກອງພັນ 411 ແລະ ກອງຮ້ອຍທະຫານ ຊາຍແດນ 156 ເຊິ່ງມີ ສະຫາຍ ພັນ ເອກ ກູດ ພົມມາ ຫົວໜ້າການທະ ຫານ ກອງບັນຊາການທະຫານ ແຂວງໄຊຍະບູລີ ພ້ອມຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນ ງານທີ່ແຕ່ລະກົມກອງພ້ອມກັນ ເຮັດສຳເລັດໜ້າທີ່ໃນຕະຫຼອດໄລ ຍະທີ່ຜ່ານມາ ແລະ ກໍໄດ້ຮຽກ ຮ້ອງມາຍັງຄະນະພັກ-ຄະນະ ບັນຊາຈົ່ງສືບຕໍ່ເອົາໃຈໃສ່ເສີມ ຂະຫຍາຍມູນເຊື້ອຂອງກອງ ທັບເຮົາຢ່າງເຂັ້ມງວດ, ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການສ້າງຜົນ ງານຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 71 ປີ ໃຫ້ເປັນຂະບວນການຟົດ ຟື້ນຕໍ່ເນື່ອງ, ສືບຕໍ່ຕິດຕາມສະພາບ ການຢ່າງຮອບດ້ານຢູ່ແຕ່ລະຈຸດ, ແຕ່ລະຂອບເຂດຄວາມຮັບຜິດ ຊອບຂອງກົມກອງ, ມີສະຕິລະ ວັງຕົວຍົກສູງຕໍ່ໜ້າທີ່ການເມືອງ ທີ່ຂັ້ນເທິງທີ່ໄດ້ມອບໝາຍໃຫ້ ເປັນຢ່າງດີ ເພື່ອຮັກສາຄວາມ ເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ 100%, ຈັດຕັ້ງເອົາພະນັກງານຫັນລົງ ກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ເຂັ້ມ ແຂງ, ຖືເອົາການສຶກສາອົບ ຮົມການເມືອງ-ແນວຄິດເປັນ ບັນຫາສຳຄັນເຂົ້າໃນການປ້ອງ ກັນພັກ, ປ້ອງກັນຕົນເອງ, ປ້ອງ ກັນການຈັດຕັ້ງ ແລະ ເພື່ອຕີ ຖ້ອຍທາງດ້ານປະກົດການຫຍໍ້ ທໍ້ຕ່າງໆທີ່ຈະເກີດຂຶ້ນ, ໂດຍສະ ເພາະພາຍໃນໃຫ້ມີຄວາມສາມັກ ຄີແໜ້ນແຟ້ນ ແລະ ເລິກເຊິ່ງ, ສືບ ຕໍ່ຕິດຕາມກຸ່ມຄົນທີ່ບໍ່ຫວັງດີທີ່ຈະເຂົ້າມາກໍ່ຄວາມບໍ່ສະຫງົບ ຢູ່ພາຍໃນຂອບເຂດຊາຍແດນ ຢ່າງເຂັ້ມງວດ ແລະ ຕ້ອງມີການ ປະສານສົມທົບກັບອຳນາດການ ປົກຄອງທ້ອງຖິ່ນໃນການເຜີຍ ແຜ່ໂຄສະນາຂົນຂວາຍວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບເພື່ອໃຫ້ເຂົາເຈົ້າໄດ້ມີ ສ່ວນຮ່ວມຢ່າງເປັນຂະບວນຟົດ ຟື້ນຂຶ້ນກວ່າເກົ່າ, ເພີ່ມທະວີເສີມ ຂະຫຍາຍບົດບາດການນຳພາ ຂອງພັກດ້ວຍຄວາມຮັບຜິດ ຊອບສູງ, ມີນໍ້າໃຈຮັກຊາດ, ຮັກ ບ້ານເກີດເມືອງນອນຂອງຕົນ, ໄປຄຽງຄູ່ກັນນັ້ນຕ້ອງກຳແໜ້ນ ສະພາບການຂອງໂລກກໍຄືພາກ ພື້ນໃນປັດຈຸບັນທີ່ກຳລັງຜັນປ່ຽນ ໄປຢ່າງສັບສົນ, ຜູ້ບໍ່ຫວັງດີຕໍ່ ແນວທາງນະໂຍບາຍຂອງພັກ- ລັດ ພວກເຂົາໄດ້ໃຊ້ເລ້ລ່ຽມກົນ ອຸບາຍຫຼາຍດ້ານເພື່ອມ້າງເພລະ ບອບໃໝ່, ດັ່ງນັ້ນພວກເຮົາຕ້ອງ ເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມ ຕົນເອງສ້າງໃຫ້ຕົນເອງມີຄຸນ ທາດການເມືອງໜັກແໜ້ນ, ມີ ຄວາມຈົ່ງຮັກພັກດີຕໍ່ແນວທາງ ປ່ຽນແປງໃໝ່ຂອງພັກ, ຕ້ອງຮູ້ ຈັກຈຳແນກໄດ້ມິດສັດຕູ, ຕ້ອງ ກຳແໜ້ນແນວທາງນະໂຍບາຍ ຂອງພັກ ແລະ ບັນດາຂໍ້ກໍານົດ ໝາຍຂອງລັດ, ຕ້ອງດໍາລົງຊີວິດການເມືອງຢ່າງຕໍ່ເນື່ອງລຽນຕິດເພື່ອຕ້ານກັບແນວຄິດຫຼີ້ນພັກຫຼີ້ນພວກ, ຫຼີກລ້ຽງການໃຊ້ຈ່າຍກິນ ຟຸມເຟືອຍແລ່ນນຳເສດຖະກິດ ແລະ ເອົາໃຈໃສ່ເພີ່ມທະວີຄວາມ ຮັບຜີດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ເຮັດວຽກເປັນໝູ່ຄະ ນະມີປະຊາທິປະໄຕ, ແບ່ງໃຫ້ ບຸກຄົນຮັບຜິດຊອບ, ເພີ່ມຄວາມ ສາມັກຄີໃຫ້ແໜ້ນແຟ້ນ, ຫຼີກ ລ້ຽງແນວຄິດຫ່າງເຫີນມະຫາ ຊົນ, ແບ່ງພັກ, ແບ່ງພວກ, ຈຸ້ມເຈື້ອເຊື້ອສາຍ, ຕ້ອງເອົາ ໃຈໃສ່ດັດແປງວິທີເຮັດວຽກຢ່າງ ມີຫົວຄິດປະດິດສ້າງບໍ່ລໍຖ້າແຕ່ຄຳ ສັ່ງ, ເຮັດວຽກຕ້ອງມີແບບແຜນ ວິທະຍາສາດ, ເພື່ອສ້າງກອງທັບ ໃຫ້ມີແບບແຜນ ແລະ ທັນສະໄໝ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ