ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດການແຂ່ງຂັນຍິງປືນກອງທັບອາຊຽນຄັ້ງທີ 29 ຢູ່ສາທາລະນະລັດ ອິນໂດເນເຊຍ
ເວລາອອກຂ່າວ: 2019-11-25 14:09:37 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ໃນລະຫວ່າງວັນທີ 14-27 ພະຈິກ 2019 ກອງທັບ ບົກສາທາລະນະລັດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນຍິງປືນກອງທັບ ບົກອາຊຽນ ຄັ້ງທີ 29 ປະຈຳປີ 2019 ແລະ ໃນວັນທີ 20 ພະ ຈິກ ນີ້, ກໍໄດ້ມີພິທີເປີດການແຂ່ງ ຂັນຢ່າງເປັນທາງການ ຢູ່ທີ່ສູນ ກາງທະຫານລາບກອງ ທັບບົກ ຊິປາຕັດ, ເມືອງບັນດຸງ, ພາກ ຕາເວັນຕົກແຂວງຈາວາ ສາທາ ລະນະລັດ ອິນໂດເນເຊຍ ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ດາຕັງ ສຸໄລມັນ ຮອງຫົວໜ້າຜູ້ບັນຊາການທະ ຫານບົກແຫ່ງກອງທັບອິນໂດເນ ເຊຍ, ຮອງປະທານຈັດການແຂ່ງ ຂັນ. ມີບັນດາຮອງຜູ້ບັນຊາການ ທະຫານບົກຈາກບັນດາປະເທດ ອາຊຽນເຂົ້າຮ່ວມ, ສ່ວນລາວເຮົາ ແມ່ນທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມກົມ ໃຫຍ່ເສນາທິການກອງທັບ ພ້ອມ ນັກຍິງປືນກອງທັບປະຊາຊົນ ລາວ ແລະ ນັກຍິງປືນຂອງບັນ ດາປະເທດອາຊຽນ, ລວມນັກ ສະແດງໃນພິທີເປີດ ແລະ ແຂກຖືກ ເຊີນມີ 1 ພັນກວ່າຄົນເຂົ້າຮ່ວມ. ສຳລັບກົດກະຕິກາທີ່ເຈົ້າພາບ ໄດ້ນຳໃຊ້ເຂົ້າໃນການແຂ່ງຂັນ ໃນປີນີ້ແມ່ນບໍ່ໄດ້ແບ່ງສາຍ ການແຂ່ງຂັນອອກເປັນແຕ່ລະ ປະເພດຄື: ການແຂ່ງຂັນຫຼາຍ ຄັ້ງທີ່ຜ່ານມາໝາຍຄວາມວ່າ ໃນຈຳນວນ 10 ປະເທດອາ ຊຽນຈະຮ່ວມການແຂ່ງຂັນເປັນ ທີມ, ແບ່ງອອກເປັນ 4 ທີມ ແລະ ສະເລ່ຍຄະແນນຜົນການແຂ່ງ ຂັນອອກເປັນລາຍບຸກຄົນ ແລະ ເປັນທີມ ດັ່ງຄຳຂວັນທີ່ເຈົ້າພາບ ໄດ້ປະກາດໃນປີນີ້ວ່າ Together we can (ພວກເຮົາຈະເຮັດ ຮ່ວມກັນ) ແລະ ເປົ້າໝາຍຂອງ ການແຂ່ງຂັນໃນປີນີ້ບໍ່ແມ່ນ ເພື່ອເອົາຊະນະ ຫຼື ປະກາດວ່າ ໃຜເປັນນັກຍິງເກັ່ງແຕ່ຫາກການ ແຂ່ງຂັນຄັ້ງນີ້ແມ່ນເພື່ອເສີມສ້າງ ສາຍພົວພັນຄວາມສາມັກຄີອັນ ເປັນມິດຕະພາບ, ສັນຕິພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງເພື່ອນບ້ານ ໃກ້ຄຽງ ແລະ ການຮ່ວມມືທາງ ດ້ານທະຫານໃນຂົງເຂດອາ ຊຽນດ້ວຍກັນ. ສຳລັບນັກກີລາຍິງປືນຂອງ ກອງທັບ ສປປ ລາວ ເຮົາໃນປີ ນີ້ໄດ້ສົ່ງນັກກີລາເຂົ້າຮ່ວມຈຳ ນວນ 30 ຄົນ ໃນນັ້ນມີນັກຍິງ ໃໝ່ທີ່ເຂົ້າຮ່ວມແຂ່ງຂັນໃນລາຍ ການນີ້ເປັນຄັ້ງທຳອິດຈຳນວນ 3 ຄົນ, ປະເພດການແຂ່ງຂັນແມ່ນ ມີ 5 ປະເພດຄື: ປືນສັ້ນຍິງ, ປືນສັ້ນຊາຍ, ປືນເຫຼັກຍາວ, ປືນ ເຫຼັກສັ້ນ ແລະ ປືນຈັກ. ສ່ວນ ຜົນງານທີ່ດີທີ່ສຸດແມ່ນໃນປີ 2015 ທີ່ ຣາຊະອານາຈັກໄທ ເປັນເຈົ້າພາບຈັດການແຂ່ງຂັນ ຄັ້ງທີ 25 ກອງທັບປະຊາຊົນ ລາວເຮົາສາມາດຍາດໄດ້ 1 ຫຼຽນຄຳຈາກທີມປືນສັ້ນຊາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ