ບຸນກິນຈຽງ ແລະ ການຄັດເລືອກສາວມົ້ງລາວ ປະຈຳປີ 2020 ຈະຈັດຂຶ້ນທ້າຍເດືອນທັນວານີ້
ເວລາອອກຂ່າວ: 2019-11-27 09:51:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 475 | ຄວາມນິຍົມ: ![]()
ຄະນະຈັດງານບຸນກິນຈຽງ ເຜົ່າມົ້ງໄດ້ຈັດພິທີຖະແຫຼ່ງຂ່າວ ການກະກຽມຈັດງານບຸນກິນ ຈຽງຊົນເຜົ່າມົ້ງ ແລະ ການປະ ກວດນາງສາວຊົນເຜົ່າມົ້ງລາວ ປະຈຳປີ 2020 ທີ່ຈະມາເຖິງຈະ ຈັດຂຶ້ນໃນທ້າຍ ເດືອນທັນວານີ້ ໂດຍມີວັດຖຸປະສົງເພື່ອຮັກສາ ຮີດຄອງປະເພນີຂອງຊົນເຜົ່າມົ້ງ ທີ່ປະຕິບັດສືບຕໍ່ກັນມາດົນນານ ພ້ອມທັງເປັນການສົ່ງເສີມໃຫ້ໄວ ໜຸ່ມໄດ້ຮ່ວມກິດຈະກໍາສະແດງ ຄວາມສາມາດໃນເວທີ ນາງສາວ ຊົນເຜົ່າມົ້ງລາວ 2020 ແລະ ເປັນ ການສົ່ງເສີມການທ່ອງທ່ຽວໂດຍ ຈະຈັດຂຶ້ນໃນທ້າຍ ເດືອນ ທັນວາ ນີ້ເຊັ່ນດຽວກັນ.
ພິທີຖະແຫຼງຂ່າວໄດ້ຈັດຂຶ້ນ
ໃນວັນທີ 24 ພະຈິກ 2019 ທີ່,
ສະຖາບັນຂົງຈືມະຫາວິທະຍາ
ໄລແຫ່ງຊາດ, ໂດຍການເຂົ້າ ຮ່ວມຂອງ ທ່ານ ອິນປອງ ທຸມມາ ຮອງເຈົ້າເມືອງສີໂຄດຕະບອງ, ທ່ານ ນາງ ປານີ ກິນດາວົງ ຕາງ
ໜ້າສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ທອງວິໄລ ລິດ
ທິເດດ ປະທານຈັດງານບຸນກິນ
ຈຽງຊົນເຜົ່າມົ້ງພ້ອມດ້ວຍບັນດາ ຄະນະປະທານຈັດງານ, ນາງ ສາວຊົນເຜົ່າມົ້ງລາວປະຈໍາປີ 2019, ບັນດານາງສາວມົ້ງລາວຜູ້ຜ່ານເຂົ້າຮອບ 30 ຄົນສຸດທ້າຍ ປະຈໍາປີ 2020 ເຂົ້າຮ່ວມ.
ທ່ານ ທອງວິໄລ ລິດທິເດດ ໄດ້ກ່າວວ່າ: ບຸນກິນຈຽງຊົນເຜົ່າ ມົ້ງແມ່ນງານສົ່ງທ້າຍປີເກົ່າຕ້ອນ ຮັບປີໃໝ່ ແລະ ເປັນສັນຍາລັກ ແຫ່ງຄວາມສາມັກຄີໃນວົງສາຄະ
ນາຍາດທີ່ຢູ່ຫ່າງໄກໄດ້ມາພົບປະ ສ້າງສັນເພື່ອເຮັດພິທີກຳລະນຶກ ເຖິງບັນພະບູລຸດຂອງຕົນ.ເຊິ່ງ
ເຈົ້າກົກເຈົ້າເຫຼົ່າໄດ້ນຳພາຊາວ ເຜົ່າມົ້ງຈັດງານບຸນນໍເປເຈົາທີ່ຍິ່ງ
ໃຫຍ່ຂຶ້ນມາແຕ່ດົນນານ ແລະ
ມີຄວາມໝາຍຄວາມສຳຄັນທີ່
ສ່ອງແສງເຖິງຮີດຄອງປະເພນີ
ວັດທະນະທຳອັນດີງາມຂອງຊົນ
ເຜົ່າໃນລາວ. ໂດຍມີກິດຈະກໍາ ຫຼາຍຢ່າງເຊັ່ນ: ກີລາງົວຊົນ, ໂຍນ
ໝາກຄອນ, ເປົ່າແຄນ, ການຂັບ
ລຳຮ້ອງເພງ, ຍິງໜ້າເກັກ, ຕີໝາກ
ຂ່າງ, ເປົ່າຂຸ່ຍ ແລະ ອື່ນໆ.
ທ່ານ ນາງ ປານີ ກິນດາວົງ ໄດ້ກ່າວວ່າ: ພາຍໃນມື້ງານບຸນ ກິນຈຽງຍັງມີການປະກວດຄັດ ເລືອກນາງສາວງາມຊົນເຜົ່າມົ້ງລາວປະຈຳປີ 2020 ຖືເປັນອີກກິດຈະກໍາໜຶ່ງທີ່ໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ປູກຈິດສໍານຶກໃຫ້ຮູ້ຮັກສາ ວັດທະນະທໍາຮີດຄອງປະເພນີ. ໃນນີ້ແມ່ນຄັດເລືອກໄດ້ 30 ນາງ ສາວຜ່ານເຂົ້າຮອບສຸດທ້າຍຈາກ ຜູ້ສະໝັກທັງໝົດ 65 ຄົນ. ເຊິ່ງມື້ ຮອບຊີງຊະນະເລີດຈະໄດ້ຈັດ ຂຶ້ນ ໃນວັນທີ 3 ມັງກອນ 2020, ສ່ວນ ຂອງລາງວັນລວມມູນຄ່າຫຼາຍ ກວ່າ 100 ລ້ານກີບ ແລະ ມົງກຸດ ມູນຄ່າ 50 ລ້ານກີບ. ສຳລັບງານ ດັ່ງກ່າວແມ່ນເລີ່ມຈັດແຕ່ວັນທີ 27 ທັນວາ 2019 ຫາ ວັນທີ 5 ມັງ ກອນ 2020 ທີ່ ບ້ານຊໍາເກດ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















