5 ປະເດັນ ທີມ ຊາດລາວ ຕົກຮອບ ເອເອັຟເອັຟ ຊຸຊຸກິຄັບ 2018 ແບບບໍ່ມີແຕ້ມ
ເວລາອອກຂ່າວ: 2018-11-27 21:53:46 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1379 | ຄວາມນິຍົມ: ![]()
ສິ້ນສຸດລົງເປັນທີ່ຮຽບຮ້ອຍ ແລ້ວສຳລັບທີມຊາດລາວເຮົາ ໃນການແຂ່ງຂັນເຕະບານຊາຍ ຊີງແຊັມແຫ່ງຊາດອາຊຽນປະ ຈຳປີ 2018 ຫຼື “ເອເອັຟເອັຟຊຸ ຊຸກິຄັບ 2018” ຮອບແບ່ງກຸ່ມ ເອ ເຊິ່ງສ້າງຜົນງານໄດ້ຢ່າງ ໜ້າຜິດຫວັງ ແລະ ບໍ່ສາມາດຮັກ
ສາມາດຕະຖານໄວ້ໄດ້ສົ່ງຜົນໃຫ້ຈົບລາຍການນີ້ແບບບໍ່ມີຄະ ແນນຕິດມືເລີຍແມ່ນແຕ່ແຕ້ມ ດຽວ ພ້ອມກັບຕົກຮອບແບ່ງກຸ່ມ ໄປຕາມລະບຽບ ແລະ ນີ້ຄື 5 ປະ
ເດັນສຳຄັນ ທີ່ ທີມຊາດລາວຕົກ
ຮອບເອເອັຟເອັຟຊູຊຸກິຄັບ 2018
ແບບບໍ່ມີແຕ້ມຈາກການວິເຄາະຂອງໜັງສືພິມສຶກສາທິການ ແລະ ກີລາ.
1 ຜົນງານຄູເຝິກຄົນໃໝ່ບໍ່ດີຄືກັບທີ່ຄິດ: ກ່ອນການແຂ່ງຂັນ ເຕະບານຊຸຊຸກິຄັບ 2018 ຈະ ເລີ່ມຂຶ້ນພຽງ 2 ອາທິດ ທາງສະ
ຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ກໍໄດ້ສ້າງຄວາມແປກ ໃຈຢ່າງໃຫຍ່ຫຼວງໃຫ້ກັບແຟນ ບານລາວດ້ວຍການສັ່ງປົດທ່ານ ໄມວອງຄູເຝິກຊາວສິງກະໂປ ອອກຈາກຕຳແໜ່ງຄູເຝິກທີມ ຊາດລາວຊຸດໃຫຍ່ທັງທີ່ເປັນຄົນ ກຽມທີມ ເພື່ອລຸຍລາຍການນີ້ ເຊິ່ງໄດ້ພານັກກີລາໄປເກັບຕົວ ເຖິງປະເທດແອັດສະປາຍ ແລະ ເຂົ້າຮ່ວມແຂ່ງຂັນລາຍການ ຕ່າງໆ ເພື່ອທົດສອບທີມແຕ່ສຸດ ທ້າຍກໍຖືກປົດແບບບໍ່ມີເຫດຜົນ ແຕ່ຄາດວ່າເປັນເພາະພາທີມ ສ້າງຜົນງານໄດ້ຢ່າງຕົກຕ່ຳ. ແຕ່ ຫຼັງຈາກນັ້ນພຽງບໍ່ເທົ່າໃດ ສຕລ ກໍແຕ່ງຕັ້ງ ທ່ານ ວາຣາດາຣາຈູ ຊູນດຣາມ ມູທີ ຊາວສິງກະໂປ ເປັນຄູເຝິກທີມຊາດລາວຄົນໃໝ່
ແທນຫວັງຈະພາທີມສ້າງຜົນ ງານໃຫ້ດີຂຶ້ນໃນເຕະບານເອ
ເອັຟເອັຟຊຸຊຸກິຄັບ 2018 ຮອບ ແບ່ງກຸ່ມເອແຕ່ຜົນງານກໍບໍ່ດີຄື
ດັ່ງທີ່ຄິດໄວ້ລົງສະໜາມທັງໝົດ 4 ນັດ ເສຍລຽນຕິດທັງໝົດ. ໂດຍນັດທຳອິດເສຍໃຫ້ຫວຽດ ນາມ ຄາບ້ານ 0-3 ປະຕູ, ນັດທີ 2 ບຸກໄປເສຍໃຫ້ມາເລເຊຍ 1-3 ປະຕູ, ນັດທີ 3 ເປີດບ້ານເສຍໃຫ້ ກັບມຽນມາ 1-3 ປະຕູ ແລະ ນັດ ສຸດທ້າຍບຸກໄປເສຍໃຫ້ກັບກຳປູເຈຍ 1-3 ປະຕູ ສົ່ງຜົນໃຫ້ບໍ່ສາມາດເກັບໄດ້ຈັກຄະແນນຕົກ ຮອບໄປຕາມລະບຽບ.
2 ນັກເຕະປະສົບການບໍ່ໄດ້ຮັບ ໂອກາດເທົ່າທີ່ຄວນ: ກ່ອນເກມ ນັດທຳອິດກັບທີມຊາດຫວຽດ ນາມ ຈະເປີດຂຶ້ນໃນວັນທີ 8 ພະ ຈິກ 2018 ທ່ານວາຣາດາຣາຈູ ຊູນດຣາມມູ ທີ່ໄດ້ປະກາດນະໂຍ ບາຍຢ່າງຊັດເຈນແລ້ວວ່າທີມ ຊາດລາວຊຸດນີ້ ຈະເນັ້ນໃຊ້ບໍລິ ການນັກເຕະເຍົາວະຊົນຮຸ່ນສືບ ທອດ ຫຼື ນັກເຕະໜຸ່ມນ້ອຍເປັນ ຫຼັກ. ສ່ວນນັກເຕະທີ່ມີປະສົບ ການທີ່ຄ້າແຄ່ງທັງພາຍໃນ ແລະ ຕ່າງປະເທດນັ້ນແມ່ນຈະເອົາມາ ໄວ້ເປັນກຳລັງສຳຮອງ ແລະ ຊ່ວຍຄະນະຄູເຝິກໃນອະນາຄົດ. ເຊິ່ງໃນມື້ແຂ່ງຂັນຈິງທີ່ເປີດບ້ານ ເສຍໃຫ້ຫວຽດນາມ 0-3 ປະຕູ ກໍເປັນໄປຕາມຄຳເວົ້າທີ່ໄດ້ປະ ກາດໄວ້ໂດຍ ສຸກອາພອນ ວົງ ຈຽງຄຳ ກອງໜ້າຄົນເກັ່ງຂອງ ລາວຈາກສະໂມສອນ ສີສະເກດ ເອັຟຊີ ປະເທດໄທ ມີຊື່ເປັນພຽງ ຕົວສຳຮອງ ແລະ ບໍ່ໄດ້ຮັບໂອ ກາດລົງສະໜາມໃນເກມນີ້ຈົນ ຕ້ອງປະກາດຖອນຕົວຈາກທີມ ຊາດ ຫຼັງຈາກຈົບນັດດັ່ງກ່າວ ກ່ອນທີ່ໃນເວລາຕໍ່ມາຈະປະກາດ ກັບຄືນຮັບໃຊ້ທີມຊາດ ແລະ ໄດ້ ລົງສະໜາມເປັນຕົວຈິງ ໃນນັດ ບຸກໄປເສຍໃຫ້ມາເລເຊຍ 1-3 ປະຕູ.
3 ບັນດາຊາດອາຊຽນອື່ນໆມີ ການພັດທະນາ: ແນ່ນອນວ່າ ໃນປັດຈຸບັນວົງການເຕະບານ ຂອງບັນດາຊາດສະມາຊິກອາ ຊຽນມີການພັດທະນາຢ່າງຕໍ່ ເນື່ອງ ແລະ ກ້າວກະໂດດ ໂດຍ ສະເພາະແມ່ນຫວຽດນາມ ແລະ ມຽນມາ ທີ່ທີມລະດັບເຍົາວະ ຊົນໄດ້ໄປເຖິງລາຍການຊີງແຊັມ ໂລກ ເຊິ່ງກໍລວມເຖິງກຳປູເຈຍ ທີ່ໄດ້ເຊັນສັນຍາກັບໂຄຊຸເກະ ຮອນດະອະດີດກອງໜ້າທີມຊາດ ຍີ່ປຸ່ນ ທີ່ມີປະສົບການຢ່າງຫຼວງ ຫຼາຍໃນລະດັບສະໂມສອນອາ ຊີບທັງອາຊີ ແລະ ເອີຣົບ ເຂົ້າມາ ເປັນຄູເຝິກທີມຊາດຊຸດໃຫຍ່ ເພື່ອ ຊ່ວຍຍົກລະດັບຄວາມສາມາດ ແລະ ທັກສະໃຫ້ກັບນັກກີລາລຸຍ ການແຂ່ງຂັນເຕະບານຊຸຊຸກິຄັບ 2018 ຈົນໃນທີ່ສຸດນັດສຸດທ້າຍ ຮອບແບ່ງກຸ່ມສາມາດເປີດບ້ານ ໄລ່ຖະຫຼົ່ມທີມຊາດລາວໄປແບບ ບໍ່ໄວ້ໜ້າ 3-1 ປະຕູ ຊ່ວຍໃຫ້ທີມ ຊາດກຳປູເຈຍມີຄະແນນໃນລາຍ ການນີ້ໄດ້ສຳເລັດ.
4 ແຟນບານລາວໝົດສັດທາຕໍ່ ຜົນງານທີມຊາດ: ສັງເກດເຫັນ ໄດ້ວ່າ 2 ນັດທີ່ທີມຊາດລາວເຮົາ
ເປັນເຈົ້າພາບໃນລາຍການນີ້
ແຟນບານລາວມີພຽງສ່ວນໜ້ອຍ
ທີ່ເຂົ້າຊົມການແຂ່ງຂັນໂດຍສະເພາະແມ່ນເກມທີ່ເປີດບ້ານເສຍໃຫ້ກັບທີມຊາດຫວຽດນາມ ໃນ ນັດທຳອິດ ເມື່ອວັນທີ 8 ພະຈິກ 2018 ທີ່ຜ່ານມາ ມີແຟນບານ ຫວຽດນາມເກືອບ 4 ສ່ວນ 5 ຂອງສະໜາມກີລາແຫ່ງຊາດ (ຫຼັກ16) ເຂົ້າຊົມ ແລະ ເຊຍທີມ ຮັກຂອງຕົນເອງຢ່າງຟົດຟື້ນ. ເຊິ່ງຕ່າງກັນຢ່າງຊິ້ນເຊີງກັບ ເມື່ອປີ 2009 ທີ່ ສປປ ລາວ ເປັນ
ເຈົ້າພາບຊີເກມທີ່ທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນຈົນສາມາດຜ່ານເຂົ້າສູ່ຮອບ 4
ທີມສຸດທ້າຍ ແລະ ໃນລາຍການນັ້ນກໍມີນັກເຕະຂວັນໃຈແຟນບານຢ່າງ ລຳເນົາ ສິງໂຕ, ໄກ ສອນ ສຸຂະວົງ, ກັນລະຍາ ສີສົມຫວັງ ແຕ່ຫຼັງຈາກນັ້ນຜົນ ງານທີມຊາດກໍຄ່ອຍຕົກຕໍ່າລົງ ເລື້ອຍໆຈົນແກ່ຍາວມາເຖິງປັດ ຈຸບັນ. ທັງນີ້, ກໍຍ້ອນແຟນບານ ໝົດສັດທາກັບວົງການເຕະບານ ລາວ ທີ່ບໍ່ມີຄວາມຊັດເຈນໃນ ການພັດທະນາສົ່ງຜົນໃຫ້ການ ເຂົ້າຮ່ວມແຂ່ງຂັນລາຍການໃດ ກໍມີແຕ່ເສຍກັບເສຍໂດຍສະເພາະ ນັດສຸດທ້າຍ ຊຸຊຸກິຄັບ 2018 ທີ່ ບຸກໄປເສຍໃຫ້ ກຳປູເຈຍ ເຖິງ 1-3 ປະຕູ.
5 ນະໂຍບາຍ 200 ລ້ານບໍ່ ເກີດຜົນ: ກ່ອນລາຍການນີ້ຈະ ເປີດສາກຂຶ້ນຢ່າງເປັນທາງການ ທ່ານ ວີເພັດ ສີຫາຈັກ ປະທານ ສະຫະພັນບານເຕະແຫ່ງຊາດ ລາວ ໄດ້ເນັ້ນໜັກໃຫ້ນັກກີລາ ທຸກຄົນຈົ່ງຕັ້ງໃຈໃສ່ຫຼິ້ນໃຫ້ສຸດ ຄວາມສາມາດ, ຫຼີກລ້ຽງທີ່ສຸດ ເລື່ອງການລົ້ມບານ ຫຼື ລັອກຜົນ ການແຂ່ງຂັນ ແລະ ບໍ່ຊື່ສັດຕໍ່ຊາດຂອງຕົນເອງ. ພ້ອມນັ້ນ, ທ່ານປະທານ ສຕລ ຍັງໄດ້ປະ ກາດນະໂຍບາຍອອກມາຢ່າງຊັດເຈນວ່າ ຖ້າທີມຊາດລາວຊະ ນະໃນລາຍການນີ້ແມ່ນຈະມອບ ເງິນອັດສີດໃຫ້ນັດລະ 200 ລ້ານ ກີບ ແລະ ຖ້າສະເໝີແມ່ນຈະອັດ ສີດເງິນ 100 ລ້ານກີບ ແຕ່ສຸດ ທ້າຍນະໂຍບາຍເຫຼົ່ານີ້ກໍບໍ່ເປັນ ຜົນແມ່ນແຕ່ກີບດຽວເພາະ 4 ນັດ
ທີ່ທີມຊາດລາວ ລົງສະໜາມສະ ກົດຄຳວ່າໄຊຊະນະບໍ່ເປັນເລີຍບໍ່ ມີຈັກຄະແນນຈົບອັນດັບສຸດທ້າຍ ຂອງກຸ່ມເອ .
ຢ່າງໃດກໍຕາມ, ເພື່ອເປັນການ ຮຽກສັດທາແຟນບານລາວກັບ ຄືນມາໃຫ້ມີບັນຍາກາດຄຶກຄື້ນ ອີກຄັ້ງຄືດັ່ງໃນອະດີດພາກສ່ວນ ທີ່ກ່ຽວຂ້ອງຄວນໃຫ້ຄວາມສຳ ຄັນຕໍ່ການພັດທະນາວົງການກີ ລາຫຼາຍຂຶ້ນກວ່າເກົ່າ ໂດຍສະ ເພາະແມ່ນການຈັດການແຂ່ງ ຂັນເຕະບານລີກພາຍໃນປະເພດ ໃຫ້ມີຄວາມເຂັ້ມແຂງເປັນຕົ້ນ ແມ່ນເຕະບານລີກສາຍ ຂ, ສາຍ ກ ແລະ ລາວພຣີເມຍລີກ ເພື່ອ ເປັນທາງເລືອກໃນການເຟັ້ນຫາ ນັກກີລາທີ່ມີຄຸນະພາບ. ຄຽງຄູ່ ກັນນັ້ນ, ກໍໃຫ້ສືບຕໍ່ລົງເຝິກສອນ ການຫຼິ້ນກີລາເຕະບານຂັ້ນພື້ນ ຖານຕາມໂຮງຮຽນ, ສະຖາບັນ ການສຶກສາ ແລະ ອື່ນໆ ລວມ ເຖິງບັນດາບ້ານ, ເມືອງທີ່ຢູ່ເຂດ ຫ່າງໄກສອກຫຼີກນັບແຕ່ສູນ ກາງລົງຮອດທ້ອງຖິ່ນ ເພື່ອສ້າງ ນັກກີລາທີມຊາດຮຸ່ນເຍົາວະຊົນ ກ່ອນກ້າວຂຶ້ນສູ່ຊຸດໃຫຍ່.
ສ່ວນທີມຊາດລາວຊຸດໃຫຍ່ ກໍຂໍໃຫ້ນຳໃຊ້ບຸກຄະລາກອນທີ່ມີ ຢູ່ແລ້ວໃຫ້ມີປະສິດທິພາບ ໂດຍ ສະເພາະນັກກີລາລາວທີ່ໄປຄ້າ ແຄ່ງຢູ່ຕ່າງແດນເຊັ່ນ: ສຸກອາ ພອນ ວົງຈຽງຄຳ, ພັດທະນາ ພົມມະເທບ, ພຸດທະໄຊ ໂຄຈະ ເລີນ ລວມເຖິງນັກເຕະເຊື້ອສາຍ ລາວຢ່າງ ອຸໄຣ ໄຊປະເສີດ ແລະ
ມິດສະດາ ສາຍໃຕ້ຟ້າ ທີ່ເຄີຍ ສ້າງຜົນງານຢ່າງໂດດເດັ່ນກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ
ຈົນສາມາດຄອງແຊັມລາວພຣີ ເມຍລີກ 2016 ແລະ ໄດ້ຮອງ ແຊັມເຕະບານໂຕໂຍຕາແມ່ຂອງ
ຄລັບ 2018 ມາຄອງໄດ້ສຳ
ເລັດ. ຂະນະທີ່ນັກເຕະທີມແຊັມ
ລາວພຣີເມຍລີກຈາກສະໂມ ສອນລາວໂຕໂຍຕາ ເອັຟຊີ ກໍ ຄວນຈະດຶງມາຮັບໃຊ້ທີມຊາດ ເຊັ່ນ ພຸດດາວວີ ພົມມະສານ, ມະໂນລົມ ພົມສຸວັນ ເປັນຕົ້ນ. ທັງໝົດທັງມວນນີ້ກໍເພື່ອໃຫ້ທີມ ຊາດລາວກັບມາມີຜົນງານດີອີກ
ຄັ້ງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















