ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສິລະປະມະຫາວິທະຍາໄລ ສິລະປະດົນຕີກອງທັບປະຊາຊົນຫວຽດນາມ ສືບຕໍ່ສະແດງຮັບໃຊ້ຢູ່ແຂວງຄຳມ່ວນ
ເວລາອອກຂ່າວ: 2019-11-29 09:20:40 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ຄະນະສິລະປະມະຫາວິທະ ຍາໄລ ວັດທະນະທໍາ ສິລະປະດົນ ຕີກອງທັບປະຊາຊົນຫວຽດນາມ ເຄື່ອນໄຫວສະແດງຮັບໃຊ້ຢູ່ ແຂວງ ຄໍາມ່ວນໃນວັນທີ 27 ພະຈິກ ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການ ຄະນະປະຈໍາພັກແຂວງ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຄໍາມ່ວນ, ມີການ ນໍາທະຫານແຂວງ, ເຈົ້າເມືອງ ທ່າແຂກຕະຫຼອດຮອດພະນັກ ງານທະຫານ, ຕໍາຫຼວດ, ນັກ ຮຽນ, ນັກສຶກສາ ແລະ ມວນຊົນ ຊາວແຂວງຄໍາມ່ວນ ເຂົ້າຮ່ວມ ຮັບຊົມເປັນຈຳນວນຫຼວງຫຼາຍ ສະຫາຍ ພົນຈັດຕະວາ ສົມ ແຄນ ອັບປະສອນ ຄະນະປະ ຈໍາພັກແຂວງ ຫົວໜ້າການ ເມືອງທະຫານແຂວງຄໍາມ່ວນ ໄດ້ກ່າວສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ການມາເຄື່ອນໄຫວສະແດງມິດ ຕະພາບຢູ່ແຂວງຄໍາມ່ວນ ຂອງ ຄະນະສິລະປະດັ່ງກ່າວໃນຄັ້ງ ນີ້, ພ້ອມທັງໄດ້ກ່າວວ່າ: ລາວ- ຫວຽດນາມ ແມ່ນສອງປະເທດ ອ້າຍນ້ອງທີ່ມີຊາຍແດນຕິດ ຈອດກັນ, ກອງທັບ ແລະ ປະຊາ ຊົນສອງຊາດ ມີຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານ, ມີມູນເຊື້ອ ສາມັກຄີພິເສດຮ່ວມສໍາພັນສູ້ຮົບ ທີ່ບໍລິສຸດຜຸດຜ່ອງ ກາຍເປັນມໍລະ ດົກອັນລໍ້າຄ່າຂອງສອງຊາດ, ເຊິ່ງການມາຢ້ຽມຢາມເຄື່ອນ ໄຫວສະແດງມິດຕະພາບຢູ່ ແຂວງຄໍາມ່ວນ ໃນຄັ້ງນີ້ແມ່ນ ສຸດທີ່ມີຄວາມໝາຍສໍາຄັນປະ ກອບສ່ວນເຂົ້າ ໃນການສະເຫຼີມ ສະຫຼອງວັນຊາດ ສປປ ລາວ ຄົບຮອບ 44 ປີ, ວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ແລະ ວັນທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມຄົບຮອບ 70 ປີໃຫ້ມີເນື້ອໃນຄວາມໝາຍເລິກ ເຊິ່ງ, ທັງເປັນການປະກອບສ່ວນ ປຸກລະດົມຊຸກຍູ້ກຳລັງໃຈນາຍ ແລະ ພົນທະຫານ ກໍຄືປະຊາຊົນ ຊາວແຂວງຄຳມ່ວນ ໃຫ້ມີຄວາມ ຫ້າວຫັນໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ, ພ້ອມກັນນັ້ນ ຍັງເປັນການແລກປ່ຽນວັດທະ ນະທໍາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງກອງທັບ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງຕະຫຼອດໄປ. ໃນຕອນເຊົ້າວັນດຽວກັນ, ຄະ ນະສິລະປະດັ່ງກ່າວໄດ້ພົບປະ ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງຄໍາ ມ່ວນ, ມີ ສະຫາຍ ພັນເອກ ຄໍາ ພາ ຕາງຊາຍຸດ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງດັ່ງກ່າວ ພ້ອມດ້ວຍພະ ນັກງານຫຼັກແຫຼ່ງກອງບັນຊາ ການເຂົ້າຮ່ວມ, ໂອກາດດັ່ງກ່າວ ສະຫາຍ ພັນເອກ ຄໍາສາຍ ເພັດ ນວນສີ ຫົວໜ້າຫ້ອງການເມືອງ ທະຫານແຂວງຄໍາມ່ວນໄດ້ລາຍ ງານໃຫ້ຊາບໂດຍຫຍໍ້ສະພາບ ຈຸດພິເສດຂອງແຂວງຄໍາມ່ວນ, ພາລະບົດບາດໜ້າທີ່ການເມືອງ ຂອງກອງບັນຊາການທະຫານ ແຂວງຄໍາມ່ວນ ລວມທັງການ ພົວພັນຮ່ວມມືລະຫວ່າງກອງ ບັນຊາການທະຫານແຂວງຄໍາ ມ່ວນ ກັບກອງບັນຊາການທະ ຫານເຂດ 4 ກອງທັບປະຊາຊົນ ຫວຽດນາມຕະຫຼອດໄລຍະຜ່ານ ມາອີກດ້ວຍ. ໂດຍ: ນ.ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ