ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ພົນຕີ ພູວົງ ວົງພົມ ຕ້ອນຮັບເອກອັກຄະລັດຖະທູດມົງໂກລີ ເຂົ້າພົບປະ
ເວລາອອກຂ່າວ: 2019-11-29 09:33:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ວັນທີ 28 ພະຈິກ 2019 ນີ້, ທີ່ກະຊວງປ້ອງກັນ ປະເທດ, ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດໄດ້ໃຫ້ການຕ້ອນຮັບ ການເຂົ້າພົບປະຂອງ ທ່ານ ໂລດອຍດາມ ບາກາບາລັກ ເອກອັກຄະລັດຖະທູດ ແຫ່ງມົງໂກລີ ປະຈຳ ສປປ ລາວ ນຳພາຄະນະຊ່ຽວຊານກະສິກຳ-ລ້ຽງສັດຊ່ວຍ ໃຫ້ຄວາມຮູ້ໃນການລ້ຽງແກະທີ່ລັດຖະບານມົງໂກລີຊ່ວຍເຫຼືອຈຳ ນວນ 1.050 ໂຕ ໃນປີ 2018. ໂອກາດດັ່ງກ່າວ, ທ່ານ ພົນຕີ ພູວົງ ວົງພົມ ໄດ້ຕີລາສູງຕໍ່ລັດ ຖະບານມົງໂກລີ ທີ່ໃຫ້ການຊ່ວຍເຫຼືອໃນດ້ານກະສິກຳ-ລ້ຽງສັດ ແລະ ສົ່ງຊ່ຽວຊານມາປະຈຳຢູ່ ສປປ ລາວ ໃຫ້ຄວາມຮູ້ແກ່ຊ່ຽວ ຊານກະສິກຳ-ລ້ຽງສັດກອງທັບປະຊາຊົນລາວກໍຄືການລ້ຽງແກະ ເຊິ່ງເຫັນວ່າໃນໄລຍະ 1 ປີ ຜ່ານມາແມ່ນໄດ້ຮັບປະສິດທິຜົນສູງ, ການລ້ຽງແກະມີການຂະຫຍາຍຕົວລົງສູ່ກົມກອງ. ພ້ອມດຽວກັນ ນີ້, ຍັງໄດ້ຂອບໃຈຕໍ່ທ່ານທູດມົງໂກລີ ທີ່ນຳພາຄະນະຊ່ຽວຊານດັ່ງ ກ່າວເຂົ້າພົບປະ ເຊິ່ງເປັນການ ສ້າງສາຍພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ດ້ານກະສິກຳ-ລ້ຽງສັດ ກໍຄືດ້ານອື່ນໆໃຫ້ຂະ ຫຍາຍຕົວຂຶ້ນເລື້ອຍໆ. ໂອກາດນີ້, ທ່ານ ໂລດອຍ ດາມບາ ກາບາລັກ ກໍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ຊ່ຽວຊານກະສິກຳ-ລ້ຽງສັດມົງ ໂກລີ ແລະ ຊ່ຽວຊານກອງທັບປະ ຊາຊົນລາວ ທີ່ໄດ້ເອົາໃຈໃສ່ຮ່ວມ ມືກັນໃນການອະນຸລັກຮັກສາ ແລະ ລ້ຽງສັດມີການແຜ່ຂະຫຍາຍ ເຊິ່ງຢູ່ໃນ ສປປ ລາວ ຍັງມີອີກຫຼາຍ ແຂວງທີ່ສະພາບອາກາດເໝາະ ແກ່ການລ້ຽງແກະ. ສະນັ້ນລັດຖະ ບານ ມົງໂກລີ ຍັງຈະສືບຕໍ່ໃຫ້ ການຊ່ວຍເຫຼືອດ້ານກະສິກຳ-ລ້ຽງ ສັດ ແລະ ດ້ານອື່ນໆອີກໃນຕໍ່ໜ້າ. ໃນການເຂົ້າພົບປະຄັ້ງນີ້ໄດ້ມີພິທີ ປະດັບຫຼຽນກາມິດຕະພາບກອງ ທັບປະຊາຊົນລາວ ໃຫ້ແກ່ທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍ ຊ່ຽວຊານ ມົງໂກລີ ຈຳນວນ 4 ທ່ານ ແລະ ມອບຫຼຽນກາລະນຶກ 70 ກອງທັບປະຊາຊົນລາວ ໃຫ້ ພະນັກງານສະຖານທູດ 1 ທ່ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ