ໂສມໜ້າຂອງເມືອງວັງວຽງ
ເວລາອອກຂ່າວ: 2019-12-03 11:10:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ: ![]()
ເມືອງວັງວຽງເຖິງວ່າຈະ ເປັນເມືອງນ້ອຍໆພົນລະເມືອງບໍ່ ຫຼາຍແຕ່ກາຍເປັນທີ່ຮູ້ຈັກຂອງຜູ້ ຄົນຈາກທຸກທົ່ວທຸກມູມໂລກຍ້ອນ ຄວາມງົດງາມຂອງຕົວເມືອງທີ່ ຕັ້ງຢູ່ທ່າມກາງການໂອມອ້ອມ ຂອງທຳມະຊາດມີພູຜາປ່າໄມ້ ແລະ ແມ່ນໍ້າຊອງທີ່ໄຫຼຜ່ານຕະ ຫຼອດປີ, ທຳມະຊາດທົ່ງທາມຖໍ້າ ເຖື່ອນພູ ແລະ ພູດອຍ,ດິນສັນ ດອນທີ່ອຸດົມສົມບູນເຫຼົ່ານັ້ນກາຍ ເປັນແຫຼ່ງເຕົ້າໂຮມຂອງຜູ້ກະ ຫາຍຄວາມງົດງາມທີ່ທຳມະຊາດ ລັງສັນຂຶ້ນນັ້ນເຮັດໃຫ້ວັງວຽງໃນ ອາດີດທີ່ຈົມຢູ່ໃນຄວາມຊົງຈຳ ຂອງສົງຄາມ, ການຍາດແຍ່ງ, ການກົດຂີ່ຂູດຮີດທີ່ປະຫວັດສາດ ໃນຍຸກສະໄໝກ່ອນປະໄວ້ນັ້ນໃຫ້ ກາຍເປັນເມືອງທີ່ມີສະເໜ່ງົດ ງາມ, ເມືອງແຫ່ງການພັດທະນາ ຢ່າງໜ້າຊື່ນຊົມ, ດ້ວຍໂສມໜ້າ ໃໝ່ຂອງເມືອງວັງວຽງໃນປັດຈຸ ບັນນີ້ນັກທ່ອງທ່ຽວທັງຫຼາຍຈຶ່ງ ຂະໜານນາມວ່າ:” ກຸ້ຍຫຼິນແຫ່ງ ເມືອງລາວ”ເນື່ອງຈາກຄ້າຍຄື ກັບທຳມະຊາດໃນເມືອງກຸ້ຍຫຼິນ ຂອງປະເທດຈີນແຕ່ຍ້ອນຄວາມມີ ສະເໜ່ອັນສະເພາະຂອງເມືອງວັງ ວຽງບວກກັບຄວາມອ່ອນຫວານ ຂອງຜູ້ຄົນທີ່ຕັ້ງຫຼັກປັກຖານຢູ່ຂົງ
ເຂດນີ້ມີນໍ້າໃຈໂອມອ້ອມອາລີ ນັ້ນ
ວັງວຽງຈິ່ງໄດ້ສົມຍານາມອີກ ອັນໜຶ່ງວ່າ:”ເມືອງແຫ່ງຮອຍຍີ້ມ ແລະ ທຳມະຊາດ”,
ວັງວຽງຕັ້ງຫ່າງຈາກນະຄອນ ຫຼວງວຽງຈັນປະມານ 160 ກິໂລ ແມັດມີເສັ້ນທາງເລກທີ 13 ເໜືອ ຕັດຜ່ານພູມສັນຖານສ່ວນໃຫຍ່ ປະກອບດ້ວຍພູ ແລະ ພູສູງມີແມ່ ນໍ້າຊອງໄຫຼຜ່ານຕະຫຼອດປີ ແລະ ແມ່ນໍ້າສາຂາຈຳນວນໜຶ່ງໄຫຼ ປ່ອງໃສ່ນໍ້າຊອງ.
ວັງວຽງເປັນປະຕູສູ່ 8 ແຂວງ ພາກເໜືອແຫ່ງນີ້ມີຜູ້ຄົນຫຼາຍ ຊາດຫຼາຍເຜົ່າພັນມາຕັ້ງຫຼັກປັກ ຖານ ແລະ ດຳລົງຊີບຢູ່ເຂດດັ່ງ ກ່າວຢ່າງຟົດຟື້ນຟ້າວຟັ່ງເຮັດໃຫ້ ເມືອງກາຍເປັນທີ່ນິຍົມຂອງຜູ້ຄົນ ຈາກທົ່ວທຸກມູມໂລກເຂົ້າມາທ່ອງ ທ່ຽວເປັນຈຳນວນຫຼວງຫຼາຍໃນ ແຕ່ລະດູການຈົນອາດເວົ້າໄດ້ວ່າ ເປັນເມືອງທ່ອງທ່ຽວທີ່ບໍ່ມີຄວາມ ຫຼັບໄຫຼເປັນຈັກເທື່ອ.
ວັງວຽງເປັນເມືອງພູດອຍມີ ເນື້ອທີ່ປະມານ 1.672 ກິໂລຕາ
ແມັດ ທິດເໜືອຕິດກັບເມືອງກາສີ, ທິດໃຕ້ຕິດກັບເມືອງຫີບເຫີບ, ທິດຕາເວັນອອກຕິດກັບເມືອງ ລ້ອງແຈ້ງ ແລະ ເມືອງອານຸວົງ, ທິດຕາເວັນ ຕົກຕິດກັບເມືອງເຟືອງ ແລະ ເມືອງແມດ.
ເມືອງວັງວຽງມີ 6 ກຸ່ມບ້ານມີິ 59 ບ້ານ, ມີ 11.168 ຄອບຄົວ, ມີພົນລະເມືອງ 62.320 ຄົນ, ຍິງ 30.614 ຄົນ, ປະກອບມີ 4 ເຜົ່າ ຄືເຜົ່າລາວໄຕ, ເຜົ່າກືມມຸ, ເຜົ່າ ມົ້ງ ແລະ ເຜົ່າອີວມຽນ ເຊິ່ງບັນ ດາເຜົ່າເລົ່ານີ້ແມ່ນນອນຢູ່ໃນວົງ ຄະນະຍາດແຫ່ງຊາດລາວ, ຢູ່ ຮ່ວມກັນຢ່າງສະຫງົບສັນຕິ ແລະ ພ້ອມກັນປົກປັກຮັກສາ ແລະ ສ້າງ ສາພັດທະນາບ້ານເມືອງພັດທະ ນາຄອບຄົວຕົນເອງໃຫ້ຫຸຼດພົ້ນ ອອກຈາກຄວາມທຸກຍາກຕາມ ແນວທາງ ແລະ ຄາດໝາຍສູ້ຊົນ ຂອງພັກ-ລັດຖະບານແຫ່ງ ສປປ ລາວ ນອກນັ້ນຍັງມີຄົນຕ່າງປະ ເທດທີ່ເປັນທຸລະກິດຜູ້ປະກອບ ການຕ່າງໆທີ່ມາດຳເນີນທຸລະກິດ ພາຍໃຕ້ກົດໝາຍແຫ່ງ ສປປ ລາວ ອີກຈຳນວນໜຶ່ງ, ຄວາມໜາແໜ້ນ ຂອງພົນລະເມືອງສະເລ່ຍ 37 ຄົນ/ກິໂລຕາແມັດອັດຕາເພີ່ມຂຶ້ນ ຂອງພົນລະເມືອງສະເລ່ຍ 2%.
ປະຊາກອນປະມານ 75% ຍຶດຖືອາຊີບຊາວນາ, ຊາວສວນ ໂດຍອາໄສການປູກຝັງລ້ຽງສັດ ເພື່ອລ້ຽງຊີບສ່ວນອີກ 25 % ຍຶດຖືອາຊີບພະນັກງານລັດຖະ ກອນ, ການຄ້າຂາຍ ແລະ ການບໍ ລິການທີ່ຕິດພັນກັບການທ່ອງ ທ່ຽວ.
ເມືອງວັງວຽງມີຄວາມເປັນມາ ແນວໃດແມ່ນໃຜເປັນຜູ້ລິເລີ່ມບຸກ ເບີກສ້າງບ້ານແປງເມືອງທີ່ສວຍ ງາມແຫ່ງນີ້ຍັງບໍ່ທັນມີຫຼັກຖານ ຢັ້ງຢືນຢ່າງຊັດເຈນເທື່ອ.
ຕາມການຄົ້ນຄວ້າປະຫວັດ ສາດຂອງເມືອງວັງວຽງ ແລະ ການເລົ່າລືສືບທອດກັນມາແຕ່ປູ່ ຍ່າຕາຍາຍໃຫ້ຮູ້ວ່າທີ່ມາຂອງພົນ ລະເມືອງທີ່ມາຕັ້ງບ້ານເຮືອນອາ ໄສຢູ່ໃນຂົງເຂດນີ້ກ່ອນໝູ່ນັ້ນມາ ຈາກສອງແຫຼ່ງທີ່ມາຂອງກຸ່ມຄົນ ຄື: ກຸ່ມທີໜຶ່ງ: ມາຈາກເຂດເມືອງ ພວນ(ແຂວງຊຽງຂວາງ)ນຳພາ ໂດຍນາຍພານລ່າເນື້ອຄົນໜຶ່ງ(ບໍ່ ຮູ້ຊື່)ເມື່ອໄລ່ມາຮອດເຂດຖິ່ນ ອ່ອນ(ທິດເໜືອຂອງເມືອງວັງ ວຽງ) ໄດ້ພົບເຫັນບໍລິເວນດັ່ງ ກ່າວເປັນເຂດທີ່ີອຸດົມສົມບູນດີມີ ທົ່ງພຽງລຽບແຄມສາຍນໍ້າ ແລະ
ສັດປ່າກໍຫຼາຍຈິ່ງຕິດອົກຕິດໃຈ ຂົງເຂດດັ່ງກ່າວ ແລະ ເມື່ອກັບ
ໄປເຖິງບ້ານຈຶ່ງໄດ້ຊັກຊວນເອົາ
ພັກພວກຂອງຕົນຈຳນວນໜຶ່ງ
ພາກັນຍົກຍ້າຍມາຕັ້ງເຮືອນຢູ່ ເພື່ອລ່າສັດ, ຢູ່ຕໍ່ມາຫຼາຍປີກໍມີພົນ
ລະເມືອງນັບມື້ນັບຫຼາຍຂຶ້ນຈິ່ງ
ໄດ້ແຍກຍ້າຍກັນອອກໄປຕັ້ງເຮືອນ
ຂຶ້ນຢູ່ຕາມຈຸດຕ່າງໆເຊັ່ນ: ເຂດຜາ
ຕັ້ງ,ກົກຊ້ານ, ຖໍ້າຊ້າງ, ນາດາວ,
ມາຮອດປັດຈຸບັນເຂດນີ້ຈຶ່ງມີ ເຊື້ອສາຍຊາວພວນອາໄສຢູ່ກຸ່ມ ທີສອງ: ມາຈາກເຂດແຄ້ນຫົວ ພັນທັງຫ້າທັງຫົກ (ທີ່ແຂວງຫົວ ພັນໃນເມື່ອກ່ອນ) ນຳພາໂດຍ ທ້າວແຕ່ງໄຕ, ທີ່ເປັນລາສະການ (ສະໝຽນ)ເຮັດວຽກຢູ່ໂຮງການ ທັງຫ້າທັງຫົກໃນປີ 1874 ເພື່ອ ຫຼົບຫຼີກການຮຸກຮານຮາວີປຸ້ນລະ ດົມຂອງເສິກຫໍ້ທີ່ຂະຫຍາຍອິດທິ ພົນຢູ່ເຂດພາກເໜືອຂອງລາວ ເຊິ່ງລວມທັງໝົດມີ 188 ຄອບຄົວ ໃນນັ້ນເປັນຄອບຄົວລັດຖະການ 42 ຄອບຄົວ, ໂດຍໃຊ້ເວລາການ ເດີນທາງລີ້ຊອ້ນປ່ອນຕົວຊອກຫາ ເຂດປອດໄພໃນການສ້າງທີ່ຢູ່ອາ ໄສຂອງຕົນເປັນເວລາ 22 ປີຈຶ່ງ ມີໂອກາດໄດ້ສ້າງເມືອງເປັນເອ ກະລາດຂອງຕົນຂຶ້ນໃນປີ 1896 ໂດຍໃສ່ຊື່ວ່າ: ”ເມືອງຊອງ”ຍ້ອນ ສະຖານທີ່ຕັ້ງເມືອງໄດ້ມີສາຍນໍ້າ ຊອງໄຫຼຜ່ານໄລຍະຢູ່ໃຕ້ແອກປົກ ຄອງຂອງສັກດີນາສະຫຍາມ ແລະ ຈັກກະພັດຝຣັ່ງສິດທິໄດ້ຮັບ ການສ້າງຕັ້ງເປັນເມືອງຊື່: ”ເມືອງຊອງ” ຂຶ້ນມານັ້ນພາຍ ຫຼັງທ້າວແຕ່ງໄຕໄດ້ຮັບສານຕາ ຕັ້ງຈາກເຈົ້າຊີວິດສະຫຍາມໃຫ້ ເລື່ອນນາມມະຍົດຂຶ້ນເປັນພະຍາ ໂດຍຊົງພະນາມວ່າ: ພະຍາ ອີ ສານ ອຸໄທເຕຊະນະສົງຄາມ, ພະ ຍາຈິ່ງມີສິດໃນການເຕົ້າໂຮມໄພ ລາດຊະດອນຂອງຕົນເພື່ອສ້າງ ເມືອງເປັນເອກະລາດຂຶ້ນ(ເພາະ ວ່າເວລານັ້ນອານາຈັກລ້ານຊ້າງ ຕົກເປັນຫົວເມືອງຂຶ້ນຂອງສະ ຫຍາມ)ມາຮອດປີ 1893 ຝຣັ່ງ ໄດ້ເຂົ້າມາຮຸກຮານລາວ, ຝຣັ່ງ ແລະ ສະຫຍາມໄດ້ແບ່ງປັນດິນ ແດນອານາຈັກລ້ານຊ້າງໂດຍຖື ເອົາ ແມ່ນໍ້າຂອງເປັນເຂດແດນກ ປີແອ ມໍແຮງ (peeairMWRR AENG) ຕາງໜ້າຜູ້ສຳເລັດລາດ ສະການຝຣັ່ງເສດ-ອິນດູຈີນ ປະ ຈຳຢູ່ວຽງຈັນ ພ້ອມຄະນະລົງ ກວດກາແຜ່ນດິນ, ມາຮອດເຂດ ເມືອງຊອງ ເຊິ່ງເປັນເມືອງຂຶ້ນ ແລະ ປະກາດແຕ່ງຕັ້ງໃຫ້ພະຍາ ອິສານອຸໄທເຕຊະນະສົງຄາມ ເປັນເຈົ້າເມືອງ ໃນມື້ວັນທີ: 16/ 5/1899 ແລະ ແລກປ່ຽນຊື່ຈາກ ເມືອງຊອງມາເປັນເມືອງວັງ ວຽງ. ກຳນົດເຂົ້າໃນແຜນທີ່ການ ປົກຄອງລາວຝຣັ່ງເສດ.
(ອ່ານຕໍ່ສະບັບໜ້າ)
ໃນນັ້ນຝຣັ່ງໄດ້ຈັດລະບົບການ ປົກຄອງຂຶ້ນປະກອບມີ 6 ຕາແສງ ຄື: ຕາແສງໜອງແກ້ວ, ຕາແສງ ນາເທົາ, ຕາແສງນາຂົນ, ຕາແສງ ຜາຕັ້ງ, ຕາແສງຖິ່ນອ່ອນ ແລະ ຕາແສງປາກງິ້ວ. ພວກມັນໄດ້ ປະຕິບັດລະບອບເສຍຊ່ວຍເພື່ອ ກົດຂີ່ຂູດຮີດປະຊາຊົນ ແລະ ບັງ ຄັບໃຫ້ປະຊາຊົນໄປເປັນກູລີ, ຂ້ອຍຂ້າດ້ວຍຄວາມທຸກຍາກລຳ ບາກ. ຖ້າຜູ້ໃດຝ່າຝືນກໍຖືກທຸບຕີ ທໍລະມານຢ່າງແສນສາຫັດ ແລະ ຂົມຂື່ນທີ່ສຸດໄລຍະເປັນຫົວເມືອງ ຂຶ້ນຂອງຈັກກະພັດອາເມຣິກາ ແລະ ລູກມືໄດ້ນຳໃຊ້ແຜນດິນຕອນ ນີ້ເປັນຖານທັບ, ເຮືອນຮັງຂອງ ພວກເຂົາເພື່ອເປັນແປ້ນຢັນກໍ່ສົງ ຄາມຮຸກຮານບຸກໂຈມຕີເຂົ້າເຂດ ປົດປ່ອຍພາກເໜືອຂອງລາວ, ໂດຍຕັ້ງເປັນດ່ານຮົບເຂດຍ່ອຍ ພາກ V ຂຶ້ນທີ່ບັນຊາໂດຍທະຫານ ອາເມຣິກາໂດຍກົງ. ພວກເຂົາໄດ້ ສ້າງເດີນບິນຂຶ້ນແຫ່ງໜຶ່ງເພື່ອເປັນບ່ອນຂຶ້ນລົງຂອງຍົນສອດ ແນມບັນຊາການຖິ້ມລະເບີດໃສ່ ເຂດປົດປ່ອຍ ແລະ ບ່ອນເຕົ້າໂຮມ ສັບປ່ຽນຂົນສົ່ງກຳລັງທະຫານ ທາງອາກາດຂອງພວກເຂົາ ເຮັດ ໃຫ້ແຜ່ນດິນອັນສຸດຮັກ ແລະ ຫ່ວງແຫນຂອງຊາວເມືອງວັງ ວຽງມ້ຽນສາງລະເບີດສົງຄາມ ແລະ ອາວຸດທຳລາຍຮ້າຍແຮງ ຫຼາຍປະເພດ(ສາງລະເບີດດັ່ງ ກ່າວໄດ້ລະເບີດຂຶ້ນໃນປີ 1979 ສ້າງຄວາມເສຍຫາຍໃຫ້ປະຊາ ຊົນເມືອງວັງວຽງບໍ່ໜ້ອຍ).
ໃນປີ 1973 ອຳນາດການປົກ ຄອງເກົ່າຝ່າຍວຽງຈັນ ໄດ້ປະ ກາດສ້າງຕັ້ງເມືອງວັງວຽງ ເປັນ ກິ່ງແຂວງ ຂຶ້ນເຊິ່ງປະກອບມີ 6 ເມືອງຂຶ້ນກັບຄື: ເມືອງວັງວຽງ, ເມືອງພູນ, ເມືອງກາສີ, ເມືອງ ຜາຕັ້ງ ແລະ ເມືອງແມດ. ພາຍຫຼັງ ປະເທດລາວ ໄດ້ຮັບການປົດປ່ອຍ ສະຖາປານາເປັນ ສປປ ລາວ ປີ 1975 ເປັນຕົ້ນມາກໍ່ສ້າງຕັ້ງອຳ ນາດການປົກຄອງໃໝ່ ແລະ ປົວ ແປງບາດແຜສົງຄາມ, ອຳນາດ ການປົກຄອງປະຕິວັດເມືອງວັງ ວຽງ ໄດ້ເອົາໃຈໃສ່ໃນການເຕົ້າ ໂຮມຄວາມສາມັກຄີ ຄວາມເປັນ ປຶກແຜ່ນແໜ້ນໜາຂອງທົ່ວປວງ ຊົນເພື່ ອໂຄສະນາສຶກສາອົບຮົມ ທາງດ້ານແນວຄິດ, ເຮັດໃຫ້ທຸກ ຄົນໄດ້ເຂົ້າໃຈແຈ້ງຕໍ່ແນວທາງ ນະໂຍບາຍຂອງພັກ-ລັດເຫັນ ໄດ້ສິນທຳລະບອບໃໝ່ ແລະ ໂທດ ກຳອັນໂຫດຮ້າຍປ່າເຖື່ອນຂອງ ຈັກກະພັດຜູ້ຮຸກຮານ ແລະ ລູກ ແຫຼງຕີນມືຂອງຜູ້ຂາຍຊາດ. ຕໍ່ ຊາວເມືອງວັງວຽງຜ່ານມາພ້ອມ ກັນບຸກໜ້າບືນຕົວ ປຸ່ມລຸ່ມກັນກໍ່ ສ້າງວັງວຽງ ໃຫ້ກາຍເປັນເມືອງ ສະຫງົບປອດໄພ ປະຊາຊົນຮູ້ທ່າງ ທຳມາຫາກິນຢູ່ໃຕ້ຂອບຟ້າສີຄາມ ແຫ່ງສັນຕິພາບຢ່າງມີຊີວິດຊີວາ ກວ່າເກົ່າ.
(ອ່ານຕໍ່ສະບັບໜ້າ)
ຢ່າງໃດກໍຕາມເນື່ອງຈາກວ່າ ວັງວຽງເປັນເມືອງພູດອຍສະລັບ ຊັບຊ້ອນເສັ້ນທາງຄົມມະນາຄົມ ເວລານັ້ນບໍ່ສະດວກ, ການພັດທະ ນາຍັງບໍ່ທົ່ວເຖິງ, ປະຊາຊົນຢູ່ກະ ແຈກກະຈາຍຕາມບ້ານຮອບພູ ຫວ່າງຜາເຊິ່ງກາຍເປັນຊ່ອງ ຫວ່າງໃຫ້ແກ່ກຸ່ມຄົນບໍ່ດີສວຍໃຊ້ ພື້ນທີ່ດັ່ງກ່າວຫຼົບຊ້ອນ ເພື່ອກໍ່ ຄວາມສະຫງົບວຸ້ນວາຍໃຫ້ແກ່ອຳ ນາດການປົກຄອງປະຕິວັດພວກ ເຮົາເປັນຕົ້ນແມ່ນສະກັດລັດຕີລົດ ຕາມຕາມສາຍທາງເລກທີ່ 13 ເໜືຶອໃຊ້ກຳລັງປະຕິການພັດຖິ່ນ ສົມທົບກຳລັງແຕກທັບວັງປາວ ເຄື່ອນໄຫວບຸກຕີບ້ານປະຊາຊົນ ປຸ້ນລະດົມຂ້າເຈົ້າເອົາຂອງ ເພື່ອ ສ້າງຄວາມຢ້ານກົວໃຫ້ແກ່ປະຊາ ຊົນເຮັດໃຫ້ປະຊາຊົນບໍ່ມີຄວາມ ອຸ່ນອຽງທຸ່ນທ່ຽງໃນການດຳລົງ ຊີວິດ.
ເມື່ອສະພາບເປັນເຊັ່ນນັ້ນ ພັກ-ລັດຖະບານຈິ່ງສຸມກຳລັງ ປ້ອງກັນຊາດປ້ອງກັນຄວາມສະ ຫງົບຫັນລົງກໍ່ສ້າງຮາກຖານ ເຄື່ອນໄຫວແກ້ໄຂເຂດເກາະຫ້ອຍ ຢ່າງຕໍ່ເນື່ອງເພື່ອທັບມ້າງເຮືອນ ຮັງຂອງພວກກໍ່ຄວາມບໍ່ສະຫງົບ ໃຫ້ແຕກສະຫຼາຍໄປນຳຄວາມ ຫວັງໃໝ່ມາສູ່ປະຊາຊົນອີກຄັ້ງ ໜຶ່ງເມື່ອສະພາບມີຄວາມສະຫງົບ ຊີວິດການເປັນຢູ່ຂອງປະຊາຊົນ ກໍຄ່ອຍໆຟື້ນຟູ ແລະ ໄດ້ຮັບການ ປັບປຸງເທື່ອລະກ້າວ, ກຳລັງປ້ອງ ກັນຊາດ ທີ່ເຄື່ອນໄຫວເຮັດໜ້າທີ່ ປົກປັກຮັກສາຄວາມສະຫົງບຢູ່ ເຂດນັ້ນໄດ້ເຄື່ອນໄຫວຢ່າງຕັ້ງ ໜ້າທັງເຮັດໜ້າທີ່ປ້ອງກັນຊາດ ທັງຮ່ວມກັບປະຊາຊົນເມືອງວັງ ວຽງສ້າງສາພັດທະນາຊີວິດການ ເປັນຢູ່ຂອງຕົນຢ່າງຂະຫຍັນຫັນ ຫ້າວເຮັດໃຫ້ເມືອງຄ່ອຍຫຍັບ ຮ່າງຈາກຄວາມທຸກຍາກເປັນ ກ້າວໆ.
ຕະຫຼອດໄລຍະເວລາກວ່າສອງ ທົດສະຕະວັດທີ່ຜ່ານມານັບແຕ່ ພັກ-ລັດຖະບານເປີດປີທ່ອງທ່ຽວ ແຫ່ງຊາດ 1999 ດ້ວຍຈຸດພິເສດ ທາງດ້ານທີ່ຕັ້ງພູມສັນຖານທີ່ມີ ທັງສາຍນໍ້າ, ພູຜາ, ຖໍ້າເຫວ ຈິ່ງເຮັດໃຫ້ວັງວຽງກາຍເປັນຈຸດ ໝາຍປາຍທາງເປັນສະຫວັນບົນ ດິນຂອງນັກທ່ອງທ່ຽວຈາກທົ່ວ ສາລະທິດ ເຂົ້າມາລ່ອງນໍ້າ, ປີນ ຜາເຂົ້າເບິ່ງ ຖໍ້າ ແລະ ຜະຈົນໄພ ຢູ່ນະທີແຫ່ງນີ້ຢ່າງຫຼວງຫຼາຍ ພາຍມາກ. ເຊິ່ງຕ່າງກໍສະແຫວງ ຫາຄວາມສັນ ໂດດສຶກສາຄວາມ ເລິກ ລັບມະຫັດສະຈັນຂອງທໍາມະ ຊາດເຫຼົ່ານີ້ເປັນຕົ້ນ.
ບັນດາຖໍ້າເຫວ ພູຜາ ແລະ ແມ່ ນໍ້າທີ່ສ້າງຊື່ສຽງໃຫ້ວັງວຽງກໍ ຄື: ຖໍ້າຈັງ, ຖໍ້ານອນ, ຖໍ້າຊ້າງ, ຖໍ້າ
ປູຄໍາ, ຖໍ້າຜາປວກ,ຖໍ້າລົມ ແລະ
ອື່ນໆ ສ່ວນສາຍນໍ້າກໍໄດ້ແກ່ນໍ້າ ຊອງເຊິ່ງເປັນສາຍເລືອດຂອງ ຊາວວັງວຽງ ແລະ ສາຂາຂອງ
ແມ່ນໍ້າຂອງຄືືນໍ້າລາວ, ນໍ້າເປາະ
ແລະ ນໍ້າ ອື່ນໆ ນອກນັ້ນຍັງມີຜາ
ຫີນທີ່ຊ່ອງຊໍ່, ມີຊື່ສຽງເຊັ່ນ: ຜາ
ຕັ້ງ, ຜາຮອມ ສິ່ງເຫຼົ່ານີ້ໄດ້ກາຍ
ເປັນຊ່ອງວາງທາງຕະຫຼາດໃຫ້
ຜູ້ປະກອບການເຂົ້າມາລົງທຶນ ດ້ານການທ່ອງທ່ຽວແບບຜະ
ຈົນໄພຕ່າງໆ. ບັນດານັກທ່ອງ
ທ່ຽວທັງພາຍໃນ ແລະ ຕ່າງປະ ເທດ ໄດ້ໃຫ້ຄວາມສົນໃຈພາກັນ
ຫຼັ່ງໄຫຼເຂົ້າໄປທ່ອງທ່ຽວຢູ່ເມືອງ
ວັງວຽງນັບມື້ນັບຫຼາຍຂຶ້ນເຮັດໃຫ້
ຫົວໜ່ວຍທຸຸຸລະກິດຕ່າງໆທັງພາກ
ລັດ ແລະ ເອກະຊົນມີການຂະ ຫຍາຍຕົວເພີ່ມຂຶ້ນໄວວາເຊັ່ນ:
ບ້ານພັກ, ບັງກາໂລ, ຣີສອດ, ຮ້ານ
ອາຫານ ແລະ ໜ່ວຍບໍລິການ ຕ່າງໆເກີດຂຶ້ນເພື່ອບໍລິການຕ້ອນ
ຮັບແຂກຄົນ ແລະ ນັກທ່ອງທ່ຽວ
ໄປຄຽງຄູ່ກັນນີ້ການກໍ່ສ້າງພຶື້ນ ຖານໂຄງລ່າງ ຂອງ ລັດຖະບານກໍ
ມີການຂະຫຍາຍຕົວ ມີຫຼາຍໂຄງ ການໄດ້ຮັບການກໍ່ສ້າງຂຶ້ນຢູ່ ເມືອງ ວັງວຽງເຊັ່ນ: ຖະໜົນຫົນ ທາງ, ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມຊື່ສານທີ່ທັນ
ສະໄໝ ແລະ ມີໂຮງງານອຸດສາ ຫະກຳເກີດຂຶ້ນເຊັ່ນ: ໂຮງງານ
ຊີມັງ. ຕົວເມືອງວັງວຽງ ໄດ້ຮັບ
ການຈັດສັນເປັນລະບຽບຮຽບ
ຮ້ອຍ ມີລະບົບຜັງເມືອງ ແລະ ໂຄງການບໍລິຫານພັດທະນາຕົວ
ເມືອງເກີດຂຶ້ນທັງເປັນການຊຸກຍູ້
ຜະລິດຕະພັນສິນຄ້າກະສິກຳ ປອດສານພິດການທ່ອງທ່ຽວ
ເພືື່ອສຶກສາວັດທະນະ ທຳສຸຂະ ພາບການພັກຜ່ອນການຜະຈົນ ໄພ ແລະ ອື່ນໆ.
ຢ່າງໃດກໍດີເມື່ອມີການພັດທະ ນາຢ່າງກະໂດດຂັ້ນກໍຍ້ອມມີຜົນ ກະທົບຕາມມາເຊັ່ນດຽວກັນເປັນ ຕົ້ນແມ່ນການຂະຫຍາຍແຫຼ່ງ ທ່ອງທ່ຽວກໍອາດກະທົບຕໍ່ສິ່ງ ແວດລ້ອມ ບຸກລຸກຄຸກຄານທຳ ມະຊາດ ເປັນຕົ້ນແມ່ນການສ້າງ
ໂຮງແຮມ, ເຮືອນ, ຣີສອດຢູ່ຕາມ
ພູຜາ ແລະ ແມ່ນໍ້າຕ່າງໆ. ການ
ເຂົ້າມາຂອງນັກທ່ອງທ່ຽວຈະ
ນໍາເອົາວັດທະນະທຳສັງຄົມແບບ
ສະບັບນັກທ່ອງທ່ຽວມາເຜີຍແຜ່
ເຮັດໃຫ້ມີຜົນກະທົບຕໍ່ວິຖີຊີວິດ ວັດທະນະທໍາສັງຄົມລາວ ແລະ ອື່ນໆ.
ເພື່ອຮັກສາພາບພົດຂອງເມືອງ ວັງວຽງໃຫ້ສົມກັບສົມຍານາມ
ເມືອງແຫ່ງຮອຍຍິ້້ມ ແລະ ທໍາ
ມະຊາດ ຫຼື ກຸຍຫຼີນ ແຫ່ງເມືອງ
ລາວ ຄະນະ ພັກ-ອຳນາດ ການປົກ ຄອງເມືອງວັງວຽງໄດ້ສຸມໃສ່ ເຮັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງບໍ່
ລົດລະເຮັດໃຫ້ສະພາບຂົງເຂດ
ດັ່ງກ່າວມີຄວາມສະຫງົບປອດ ໄພ ໂດຍພື້ນຖານສ້າງຄວາມ ເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນັກ ລົງທຶນ ແລະ ນັກທ່ອງທ່ຽວເປັນ ຢ່າງດີ ສຸມໃສ່ປົກປັກຮັກສາສະ
ພາບແວດລ້ອມ ແລະ ທໍາມະຊາດ, ອານຸລັກຮີດຄອງປະເພນີ້ອັນດີ ງາມຄຸນຄ່າທາງດ້ານຈິດໃຈ ແລະ
ວິຖີຊີວິດຂອງປະຊາຊົນບັນດາ ເຜົ່າ, ສົ່ງເສີມການຜະລິດກະສີ ກຳ ແລະ ອຸດສະຫະກຳການປຸງ
ແຕ່ງ ແລະ ຮັບເອົາຮູບແບບການ
ພັດທະນາທີ່ທັນສະໄໝທີ່ເປັນ ມິດກັບສິ່ງແວດລ້ອມຕາມທິດສີ ຂຽວ ແລະ ຍືນຍົງ.
ໃນແຜນພັດທະນາເສດຖະ ກິດ-ສັງຄົມຂອງເມືອງວັງວຽງ ແຕ່ນີ້ຮອດປີ 2024 ໄດ້ກຳນົດ ໄວ້ຢ່າງຈະແຈ້ງວ່າ: ສູ້ຊົນສ້າງ ເມືອງວັງວຽງໃຫ້ກາຍເປັນເມືອງ ພັດທະນາທາງດ້ານເສດຖະກິດ ຕິດພັນກັບອຸດສາຫະກຳປຸງແຕ່ງ, ການບໍລິການທ່ອງທ່ຽວແບບຍືນ ຍົງສຸມໃສ່ພັດທະນາອຸດສາຫະ ກຳ ເຊິ່ງເປັນທ່າແຮງທີ່ມີຢູ່ແລ້ວ ໃຫ້ໝັ້ນຄົງການຜະລິດປຸງແຕ່ງ ກະສິກຳ-ປ່າໄມ້ ແລະ ອຸດສາຫະ ກຳທ່ອງທ່ຽວເພື່ອເປັນປະຖົມປັດ ໄຈໃຫ້ແກ່ການຫັນເປັນອຸດສາຫະ ກຳທີ່ທັນສະໄໝເທື່ອລະກ້າວ ເຮັດ ໃຫ້ເສດຖະກິດຂອງເມືອງມີການ ພັດທະນາຢ່າງຕໍ່ເນື່ອງໝັ້ນທ່ຽງ ຕາມທິດສີຂຽວ ສ້າງປັດໄຈພື້ນ ຖານອັນຈຳເປັນໃຫ້ແກ່ຊົນນະບົດ ເພື່ອໃຫ້ມີການຜັນປ່ຽນໃໝ່ຢ່າງ ຮອບດ້ານ ໂດຍຖືເອົາຄອບຄົວ, ບ້ານ, ກຸ່ມບ້ານເປັນເປົ້າໝາຍ ແລະ ເປັນຈຸດສຸມຂອງການພັດ ທະນາຕາມທ່າແຮງທີ່ມີຢູ່ ແລະ ສອດຄ່ອງກັບສະພາບແວດລ້ອມ ໃນພື້ນທີ່ດັ່ງກ່າວ ເຮັດໃຫ້ຊົນນະ ບົດໄດ້ຮັບການພັດທະນາແບບ ຍືນຍົງ ປະຊາຊົນມີຊີວິດການເປັນ ຢູ່ທີ່ດີຂຶ້ນລື່ນເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















