ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ສະຫະພັນແມ່ຍິງກອງພັນ 233 ຈັດຕັ້ງປາຖະກະຖາລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ
ເວລາອອກຂ່າວ: 2019-12-05 09:31:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 358 | ຄວາມນິຍົມ:



ໃນວັນທີ 22 ພະຈິກ 2019 ທີ່ຜ່ານມານີ້, ສະຫະພັນແມ່ຍິງ ກອງທັບ 233 ຈັດຕັ້ງປາຖະກະ ຖາລະນຶກວັນສາກົນຢຸດຕິຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນ. ໂດຍເຂົ້າຮ່ວມເປັນປະທານ ຂອງ ພັນໂທ ຄຳໄພ ສຳມະວົງ ຫົວໜ້າການເມືອງກອງພັນ 223 ມີຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບຕະຫຼອດ ຮອດສະມາຊິກສະຫະພັນແມ່ຍິງ ທົ່ວກົມກອງເຂົ້າຮ່ວມ . ສະຫາຍ ຮ້ອຍເອກ ນາງ ວັນນະລີ ວຽງວິໄຊ ຫົວໜ້າຂະ ແໜງສະຫະພັນແມ່ຍິງກອງພັນ 233 ໄດ້ປາຖະກະຖາຍົກໃຫ້ ເຫັນສະພາບຄວາມເປັນມາການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນທົ່ວໂລກ, ເຊິ່ງປະ ກົດໃນຫຼາຍຮູບແບບເຊັ່ນ: ຄວາມ ຮຸນແຮງໃນຄອບຄົວ, ຄວາມຮຸນ ແຮງທາງດ້ານຈິດໃຈ, ຄວາມ ຮຸນແຮງທາງດ້ານຮ່າງກາຍ, ຄວາມຮຸນແຮງທາງດ້ານເພດ, ການກົດຂີ່ແຮງງານ, ການເອົາ ລັດເອົາປຽບຮ້າຍແຮງໄປກວ່າ ໝູ່ແມ່ນຄ້າມະນຸດ, ການບັງຄັບ ໃຫ້ຂາຍໂສເພນີ ແລະ ອື່ນໆ. ເຊິ່ງສົ່ງຜົນກະທົບຕໍ່ແມ່ຍິງ ແລະ ເດັກນ້ອຍຢູ່ບັນດາປະເທດ ໃນ ທົ່ວໂລກກໍຄືສາກົນ ຫຼາຍປະເທດ ກໍໄດ້ເອົາໃຈໃສ່ແກ້ໄຂຕໍ່ບັນຫາ ດັ່ງກ່າວ ໄດ້ຍົກໃຫ້ເຫັນທັດສະ ນະຂອງ ສປປ ລາວ ກ່ຽວກັບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັນນ້ອຍລາວ, ພັກ ແລະ ລັດຖະບານລາວ ໄດ້ເອົາໃຈໃສ່ ແກ້ໄຂລຶບລ້າງຄວາມທຸກຍາກ ຢ່າງສະເໝີຕົ້ນສະເໝີປາຍ ມີ ນະໂຍບາຍສົ່ງເສີມບົດບາດຍິງ-ຊາຍ ເຂົ້າຮ່ວມໃນທຸກຂົງເຂດ ວຽກງານ ຄຽງບ່າຄຽງໄຫຼ່ກັບ ເພດຊາຍ ສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ, ປະຕິບັດສິດ ສະເໝີພາບຍິງ-ຊາຍ ມັນສະ ແດງອອກຢ່າງຈະແຈ້ງໃນແນວ ທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດໃນການປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ. ໂອກາດນີ້ ທ່ານ ພັນໂທ ຄຳໄພ ສຳມະວົງ ເນັ້ນໜັກໃຫ້ພະນັກ ງານ-ນັກຮົບ ຕະຫຼອດຮອດສະ ມາຊິກສະຫະພັນທົ່ວກົມກອງ ຂອງຕົນ ເຂົ້າໃຈຕໍ່ເນື້ອໃນເອກະ ສານ ແລະ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ທີ່ລັດຖະ ບານຂອງພວກເຮົາໄດ້ກຳນົດ ໄວ້, ພະນັກງານ-ນັກຮົບແຕ່ລະ ສະຫາຍຕ້ອງເປັນເຈົ້າການເຊີດ ຊູບົດບາດຍິງ-ຊາຍ, ພ້ອມກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍສົ່ງເສີມຄວາມ ສະເໝີພາບຍິງ-ຊາຍ ເພື່ອສົ່ງ ເສີມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຮັດໃຫ້ຄອບຄົວມີຄວາມ ຜາສຸກ, ພ້ອມກັນປະກອບສ່ວນ ເຮັດໜ້າທີ່ວຽກງານທີ່ກົມກອງ ແລະ ຂັ້ນເທິງມອບໝາຍໃຫ້. ໂດຍ: ໄມ່ບຸນຫົນ ສຸດທິບັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ