ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງບັນຊາການທະຫານແຂວງບໍ່ແກ້ວ ມອບເງິນອຸດໜູນໃຫ້ແກ່ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2019-12-05 09:41:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 336 | ຄວາມນິຍົມ:



ໃນທ້າຍເດືອນ ພະຈິກ 2019 ນີ້, ກອງບັນຊາການທະຫານ ແຂວງ ບໍ່ແກ້ວ ໄດ້ຈັດພິທີມອບ ເງິນນະໂຍບາຍອຸດໜູນ-ບໍານານ ໃຫ້ແກ່ບັນດາພະນັກງານອາວຸໂສ ທີ່ໄດ້ຮັບການປະຕິບັດນະໂຍ ບາຍພັກການຮັບເບ້ຍບໍານານ ຢູ່ ທີ່ຫ້ອງປະຊຸມຫ້ອງການເມືອງ, ໂດຍການເຂົ້າຮ່ວມເປັນ ປະທານ ຂອງ ສະຫາຍ ພັນໂທ ບຸນມີ ພາມີໄຊ ຮອງເລຂາຄະນະພັກ, ຫົວໜ້າຫ້ອງການເມືອງ ກອງບັນ ຊາການ ທະຫານແຂວງ ບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 5 ອົງການ, ພະແນກການທີ່ກ່ຽວ ຂ້ອງ, ຕະຫຼອດຮອດພະນັກງານທີ່ຮັບເບ້ຍບໍານານເຂົ້າຮ່ວມ. ໃນພິທີດັ່ງກ່າວ ສະຫາຍ ພັນຕີ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານ ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການ ອະນຸມັດໃຫ້ນາຍທະຫານພັກ ການຮັບເບ້ຍບໍານານ, ໂດຍອີງ ຕາມກົດໝາຍວ່າດ້ວຍປະກັນ ສັງຄົມ (ສະບັບປັບປຸງໃໝ່) ແລະ ກົດໝາຍວ່າດ້ວຍນາຍທະ ຫານກອງທັບ ປະຊາຊົນລາວ (ສະບັບປັບປຸງ). ໃນນີ້ຢູ່ກອງ ບັນຊາ ການທະຫານແຂວງ ບໍ່ແກ້ວ, ມີພະນັກງານທີ່ໄດ້ຮັບ ການປະຕິບັດນະໂຍບາຍພັກການ ຮັບເບ້ຍບໍານານ ຈໍານວນ 7 ສະ ຫາຍຄື: ສະຫາຍ ພັນໂທ ບຸນເລີດ ສີສະຫວ່າງ ອາດີດຫົວໜ້າຫ້ອງ ພະລາທິການ, ສະຫາຍ ພັນໂທ ພົມມາ ໄຊຍະແສງ ອາດີດຮອງຫົວ ໜ້າຫ້ອງການເມືອງ, ສະຫາຍ ພັນໂທ ອຸ່ນຄຳ ມະນີຈັນ ຮອງຫົວ ໜ້າພະແນກຈັດຕັ້ງພັກ, ສະຫາຍ ພັນໂທ ທອງພັນ ວົງຂັນສາ ອາດີດ ຫົວໜ້າການເມືອງໂຮງຮຽນ ທ້ອງຖິ່ນ, ສະຫາຍ ພັນໂທ ສົມ ພອນ ເຊີວຽງສາຍ ອາດີດຫົວໜ້າ ພະແນກກກຳລັງພົນ, ສະຫາຍ ພັນໂທ ບຸນຈັນ ຄຸນສົມຟອງ ອາ ດີດຮັບຜິດຊອບ ພະລາທິການ ງໍ 419, ສະຫາຍ ພັນໂທ ຈັນທອງ ຈັນທະວົງສີ ອາດີດຫົວໜ້າພະ ແນກຊາຍແດນ ແລະ ປະຕິບັດ ນະໂຍບາຍເງິນອຸດໜູນອີກ 2 ສະຫາຍ,ເປັນຈຳນວນເງິນທັງ ໝົດ 174.687.840 ກີບ. ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນເດືອນ ດຽວກັນນີ້ ຄະນະບໍລິສັດ ທ່ອງ ທ່ຽວດຽນບຽນ ສສ ຫວຽດນາມ ປະຈຳແຂວງ ບໍ່ແກ້ວ ໄດ້ນຳເອົາ ກະຕ່າຂອງຂວັນເຂົ້າອວຍພອນ ຄະນະກອງບັນຊາການທະຫານ ແຂວງ ບໍ່ແກ້ວ ເນື່ອງໃນໂອກາດ ຂໍ່ານັບຮັບຕ້ອນວັນຊາດ ທີ 2 ຄົບຮອບ 44 ປີ ໂດຍການໃຫ້ ກຽດຕ້ອນຮັບຂອງ ສະຫາຍ ພັນໂທ ບຸນມີ ພາມີໄຊ ຮອງເລຂາ ຄະນະພັກ, ຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ໂອກາດດັ່ງກ່າວໃຫ້ການຕ້ອນ ຮັບຢ່າງອົບອຸ່ນ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ