ຫ້ອງການທະຫານແຂວງຫຼວງພະບາງ ປິດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2019-12-06 12:55:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 334 | ຄວາມນິຍົມ: ![]()
ໃນວັນທີ 4 ທັນວາ 2019
ນີ້, ຫ້ອງການກອງບັນຊາການ ທະຫານແຂວງຫຼວງພະບາງ ໄດ້ ຈັດພິທີປິດຊຸດອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນປະຈໍາປີ 2019 ແລະ ເປີດຂະບວນການ ແຂ່ງຂັນກີລາມິດຕະພາບ ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ວິລະສິນ ມິດຕະພອນ
ຫົວໜ້າຫ້ອງການກອງບັນຊາ ການທະຫານແຂວງ, ມີບັນດາ ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ນັກຮົບພາຍ ໃນອົງການດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພັນຕີ ພອນວັນ
ມີປະເສີດ ຄະນະພັກຮາກຖານ ຫົວໜ້າພະແນກບໍລິຫານຫ້ອງ ການກອງບັນຊາການ ໄດ້ສະ
ຫຼຸບການອົບຮົມ-ຫັດແອບໃນໄລ ຍະຜ່ານມາ ໂດຍໃຫ້ຮູ້ວ່າ: ການ
ອົບຮົມແມ່ນໃຊ້ເວລາ 110 ວັນ,
ມີພະນັກງານ-ນັກຮົບເຂົ້າຮ່ວມ ທັງໝົດ 65 ສະຫາຍ, ຜ່ານການ
ອົບຮົມ-ຫັດແອບສາມາດຕີລາ ຄາໄດ້ ພາກລະບຽບບັນລຸໄດ້ 99,99%, ພາກການເມືອງບັນ ລຸໄດ້ 99,98%, ພາກສິລະປະ ຍຸດບັນລຸ 99,98%, ພາກຍຸດ ທະວິທີບັນລຸ 99,98%, ພາກ
ພະລາທິການ-ເຕັກນິກບັນລຸໄດ້ 99,98% ແລະ ພາກກີລາກາຍ ຍະກໍາບັນລຸໄດ້ 99,99%, ໃນ ໂອກາດນີ້ ສະຫາຍ ພັນຕີ ພູວົງ ແສງລາທອນ ຄະນະຮັບຜິດຊອບ ການແຂ່ງຂັນກີລາຂອງຫ້ອງ ການກອງບັນຊາການ ກໍໄດ້ຜ່ານຂໍ້ ຕົກລົງວ່າດ້ວຍການເປີດຂະບວນ ແຂ່ງຂັນກີລາມິດຕະພາບ, ເພື່ອ
ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່
ຄັ້ງທີ VII ຂອງອົງຄະນະພັກ
ກອງບັນຊາການທະຫານແຂວງ
ຫຼວງພະບາງ ແລະ ວັນສ້າງຕັ້ງ
ກອງທັບປະຊາຊົນລາວ ຄົບຮອບ
71 ປີ, ເຊິ່ງກີລາທີ່ຈະນໍາມາ
ແຂ່ງຂັນໃນຄັ້ງມີ 3 ປະເພດຄື: ເຕະບານ, ເປຕັງຍິງ-ຊາຍ ແລະ
ບານສົ່ງຍິງ-ຊາຍ, ການແຂ່ງ
ຂັນຈະດໍາເນີນໄປຈົນເຖິງວັນທີ 20 ທັນວາ ປີ 2019 ຈຶ່ງຈະສໍາ ເລັດ.
ໂດຍ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















