ກອງຄຸ້ມຄອງພາຫະນະ ມີແຜນຈະຂະຫຍາຍສາຂາໄປທຸກເມືອງ
ເວລາອອກຂ່າວ: 2020-01-16 09:36:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2812 | ຄວາມນິຍົມ: ![]()
ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ການຂັບຂີ່ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ປີ 2019 ກອງ ຄຸ້ມຄອງພາຫະນະການຂັບຂີ່, ນະຄອນຫຼວງວຽງຈັນໄດ້ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ໃນນະຄອນຫຼວງວຽງຈັນ, ດ້ວຍ ການຂຶ້ນທະບຽນພາຫະນະ ກວດກາສະພາບເຕັກນິກ ແລະ ສອບເສັງປ່ຽນໃບຂັບຂີ່, ໃນໜຶ່ງ ປີຜ່ານມາ ສາມາດຂຶ້ນທະບຽນ ພາຫະນະໄດ້ທັງໝົດ 54,754 ເທື່ອຄັນ ເມື່ອທຽບໃສ່ປີ 2018 ເຫັນວ່າຫລຸດລົງ 1% ສອບເສັງ ການຂັບຂີ່ທຸກປະເພດລົດໄດ້ທັງ ໝົດ 8,064 ເທື່ອຄົນ ບໍລິການ ປ່ຽນໃບຂັບຂີ່ທັງພາຍໃນ ແລະ ນອກສະຖານທີ່ໄດ້ທັງໝົດ 47,157 ໃບ ສາມາດສ້າງລາຍ ຮັບໄດ້ທັງໝົດ 25,35 ຕື້ກວ່າ ກີບ, ມອບພັນທະເຂົ້າງົບປະ ມານໄດ້ 8,91 ຕື້ກີບທຽບໃສ່ແຜນ ການປີລື່ນຄາດໝາຍ 700 ກວ່າ ລ້ານກີບ. ພ້ອມດຽວກັນນັ້ນ, ທາງ ກອງຍັງໄດ້ຫັນການບໍລິການເຂົ້າ ສູ່ປະຊາຊົນ, ໂດຍໄດ້ຂະຫຍາຍ ສາຂາໄປເມືອງນາຊາຍທອງ, ສະຖານທີ່ຕັ້ງຢູ່ນ້ຳຊວງ, ເພື່ອອຳ ນວຍຄວາມສະດວກໃຫ້ແກ່ ພະ ນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຜູ້ມາໃຊ້ບໍລິ ການ, ສູນບໍລິການແຫ່ງນີ້ສາມາດ ບໍລິການໄດ້ຄົບຊຸດຄືກັນກັບຢູ່ສູນທົ່ງປົ່ງ ແລະ ບໍ່ຈໍາເປັນມາບໍລິການ ຢູ່ທົ່ງປົ່ງອີກໄກ້ບ່ອນໃດໄປໃຊ້ບໍລິການຢູ່ບ່ອນນັ້ນ. ໃນປັດຈຸບັນ ທາງກອງໄດ້ນໍາໄຊ້ລະບົບໄອທີ ເຂົ້າມາຊ່ວຍໃນການປະຕິບັດ ວຽກງານ,ໂດຍສະເພາະແມ່ນ ລະບົບສອບເສັງໃບຂັບຂີ່, ຈະບໍ່ມີກຳມະການຕັດສີນໃນພາກທິດສະດີ ແລະ ພາກສະໝາມລ້ວນແລ້ວ ແຕ່ໄດ້ນຳໃຊ້ລະບົບຄອມພີວເຕີ ເຂົ້າຊ່ວຍ ຮັບຮູ້ນຳກັນຢ່າງຈະ ແຈ້ງນັບທັງການກວດກາເຕັກນິກ ແລະ ເຊັກສະພາບລົດກໍເຊັນດຽວ, ສາມາດຕີຖອຍໄດ້ຫາງສຽງຈົ່ມ ວ່າຂອງສັງຄົມນັບມື້ຫຼຸດລົງຖ້າທຽບໃສ່ເມື່ອກ່ອນ.
ສຳລັບອະນາຄົດມີແຜນຈະ ພັດທະນາໃຫ້ດີຂຶ້ນເລື້ອຍໆໃນທຸກດ້ານເປັນຕົ້ນດ້ານສະຖານທີໃຊ້ບໍລິການທີ່ຍັງຄັບແຄບ, ພາຍຫຼັງການກໍ່ສ້າງຕຶກໃໝ່ສຳ ເລັດ ໃນປີ 2020 ທີ່ມີການອອກ ແບບທີ່ທັນສະໄໝກໍຈະມີຄວາມ ສະດວກສະບາຍຂຶ້ນຕື່ມ, ສ່ວນ ສາຂານອກຈາກຂະຫຍາຍໄປ ເມືອງນາຊາຍທອງ ໃນປີ 2019 ແລ້ວ ໃນປີ 2020 ຈະ ຂະຫຍາຍໄປເມືອງໄຊທານີ ຢູ່ ເຂດຫຼັກ 16(ຂ້າງສະໜາມກີລາ ແຫ່ງຊາດ) ເພື່ອຮອງຮັບສາຍໃຕ້ ສາຂາເມືອງ ໄຊເສດຖາ ຈະຕັ້ງ ຢູ່ບ້ານເມືອງນ້ອຍຊຽງດາ ແລະ ມີແຜນຈະຂະຫຍາຍໄປທຸກເມືອງ ເພື່ອສ້າງຄວາມສະດວກສະບາຍ ໃຫ້ແກ່ສັງຄົມໃນການບໍລິການ ຮັບໃຊ້ໄກ້ບ່ອນໃດໄປບ່ອນນັ້ນ.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















