ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ທ່ານ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ລົງກວດກາ ການຫັດແອບສວນສະໜາມ
ເວລາອອກຂ່າວ: 2018-11-29 10:53:33 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1995 | ຄວາມນິຍົມ:



ໃນວັນທີ 27 ພະຈິກ 2018 ນີ້, ທ່ານພົນຕີ ສີດາລໍ່ ຈົ່ງເຕັງ ເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສ ນາທິການກອງທັບ ລົງຊຸກຍູ້, ຕິດຕາມ ແລະ ຊີ້ນຳການຫັດແອບ ກ້ອນສວນສະໜາມຂອງກອງບັນ ຊາການທະຫານແຂວງວຽງຈັນ ເພື່ອກະກຽມເຂົ້າຮ່ວມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະ ຊາຊົນລາວ ຄົບຮອບ 70 ປີີ, ໃນ ໂອກາດດັ່ງກ່າວຄະນະຮັບຜິດ ຊອບກ້ອນກຳລັງສວນສະໜາມ ໄດ້ລາຍງານໂດຍຫຍໍ້ໃນການຈັດ ຕັ້ງປະຕິບັດຫັດແອບໄລຍະ 2 ເດືອນທີ່ຜ່ານມາ, ມາຮອດປັດຈຸ ບັນນີ້ກ້ອນສວນສະໜາມຂອງ ກອງບັນຊາການທະຫານແຂວງ ວຽງຈັນ, ເຊິ່ງໄດ້ຕາງໜ້າໃຫ້ ກອງກຳລັງປ້ອງກັນຕົວຂອງ ແຂວງມີຈຳນວນພົນ 210 ຄົນ ພວມຂຸ້ນຂ້ຽວເຝິກແອບຢ່າງຂະ ຫຍັນຂັນແຂງ ແລະ ຕໍ່ເນື່ອງ ແລະ ເຫັນວ່າມີຄວາມກ້າວໜ້າຂຶ້ນເປັນ ລຳດັບ. ໂອກາດນີ້ທ່ານພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ສະແດງຄວາມ ຊົມເຊີຍກຳລັງກ້ອນສວນສະ ໜາມ ພ້ອມດ້ວຍຄະນະຮັບຜິດ ຊອບ ແລະ ຄູອາຈານ ທີ່ໄດ້ເອົາ ໃຈໃສ່ຊີ້ນຳ ແລະ ເຝິກຊ້ອມດ້ວຍ ຄວາມເອົາໃຈໃສ່ ເຖິງດິນຟ້າອາ ກາດຈະບໍ່ເອື້ອອຳນວຍຄວາມສະ ດວກກໍຕາມ ແຕ່ບັນດາສະຫາຍ ກໍພ້ອມກັນອົດທົນຜ່ານຜ່າ, ທ່ານ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ຍັງໄດ້ເນັ້ນໜັກ ແລະ ຊີ້ນຳຄະນະຮັບຜິດຊອບ ແລະ ຄູອາຈານ ກ້ອນສວນສະ ໜາມໃຫ້ເອົາໃຈໃສ່ທາງດ້ານລະ ບຽບວິໄນ ປະຕິບັດເນື້ອໃນຫຼັກ ການ, ບາດກ້າວຂອງການເດີນ ສວນສະໜາມໃຫ້ຄ່ອງແຄ່ວເຂັ້ມ ແຂງ ແລະ ມີຄວາມເປັນເອກະ ພາບກັນ ແລະ ເອົາເອົາໃຈໃສ່ເພີ່ມ ທະວີໃນການຄຸ້ມຄອງພະນັກ ງານ-ນັກຮົບປະຕິບັດລະບຽບ ແບບແຜນເຂັ້ມງວດ ຍົກສູງສະຕິ ລະວັງຕົວຫລີກເວັ້ນບັນຫາອຸບັດ ຕິເຫດຕ່າງໆທີ່ຈະເກີດຂຶ້ນ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ