ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກມທ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50 ປີ
ເວລາອອກຂ່າວ: 2018-11-29 10:55:16 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2078 | ຄວາມນິຍົມ:



ກົມໃຫຍ່ການເມືອງກອງ ທັບ (ກມທ) ໄດ້ຈັດຕັ້ງປາຖະກະ ຖາມູນເຊື້ອວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50 ປີ (30/ 11/1968-30/11/ 2018)ຂຶ້ນໃນວັນທີ 28 ພະຈິກ 2018 ນີ້, ໂດຍການໃຫ້ກຽດກ່າວປາຖະ ກະຖາຂອງທ່ານ ພົນຈັດຕະວາ ເຫລົາ ແກ້ວປະເສີດ ພະນັກງານ ປະຕິວັດອາວຸໂສອະດີດຮອງຫົວ ຫນ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ກົມກອງ ອ້ອມຂ້າງພະນັກງານ-ນັກຮົບ ທົ່ວອົງການ ກມທ ເຂົ້າຮ່ວມ. ທ່ານ ພົນຈັດຕະວາ ເຫລົາ ແກ້ວປະເສີດ ໄດ້ຍົກໃຫ້ເຫັນເຖິງ ປະຫວັດມູນເຊື້ອແຫ່ງການກຳ ເນີດເຕີບໃຫຍ່ເຂັ້ມແຂງ, ຄວາມ ເປັນມາ ແລະ ຄວາມໝາຍ ຄວາມສຳຄັນຂອງການສ້າງ ຕັ້ງເມືອງວຽງໄຊ ຖານທີ່ໝັ້ນ ຂອງການປະຕິວັດລາວ, ບົນ ເສັ້ນທາງຕໍ່ສູ້ກູ້ຊາດລະອິດລະ ອ້ຽວພາຍໃຕ້ການນຳພາຂອງ ພັກເຮົາ, ໂດຍໄດ້ວາງແນວ ທາງຕໍ່ຕ້ານຍືດເຍື້ອຍາວນານ, ແບບປວງຊົນ ແລະ ຮອບດ້ານ, ປຸກລະດົມຂົນຂວາຍ, ນຳພາ ການກໍ່ສ້າງຖານທີ່ໝັ້ນຂອງການ ປະຕິວັດ, ກ່ອນນັ້ນເດືອນເມສາ ປີ 1948 ສູນກາງພັກຄອມມູ ນິດອີນດູຈີນ, ຕົກລົງສ້າງຕັ້ງ ກອງຕະລຸມບອນລາວເໜືອ ໂດຍ ປະທານໄກສອນ ພົມວິຫານ ເປັນຜູ້ນຳພາ ເຊິ່ງມີໜ້າທີ່ກໍ່ສ້າງ ຮາກຖານ, ຈັດຕັ້ງປະກອບອາ ວຸດ, ກໍ່ສ້າງຖານທີ່ໝັ້ນຢູ່ເຂດ ຕາເວັນອອກສຽງເໜືອ, ຢູ່ຖານ ທີ່ໝັ້ນບ້ານລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ, ໄດ້ປະກາດສ້າງ ຕັ້ງກອງທັບລາວອິດສະຫຼະຂຶ້ນ ຢ່າງເປັນທາງການ ໃນວັນທີ 20 ມັງກອນ 1949. ກຳລັງປະກອບ ອາວຸດປະຕິວັດໄດ້ຮັບການກໍ່ສ້າງ ຂະຫຍາຍຕົວຢ່າງແຂງແຮງ. ຕົກມາໃນຕົ້ນປີ 1953 ກອງທະ ຫານລາວອິດສະຫຼະສົມທົບກັບ ກອງທະຫານອາສາສະໝັກ ຫວຽດນາມເປີດສາກບັ້ນບຸກໂຈມ ຕີສັດຕູຢູ່ພາກເໜືອລາວປົດປ່ອຍ ທັງໝົດແຂວງຫົວພັນ, ຜົ້ງສາລີ, ຊຽງຂວາງ ແລະ ເຄິ່ງໜຶ່ງຂອງ ແຂວງຫຼວງພະບາງ. ໄຊຊະນະ ຂອງບັ້ນຮົບພາກເໜືອເປັນຂີດ ໝາຍແຫ່ງບາດກ້າວຂະຫຍາຍ ຕົວກະໂດນຂັ້ນຂອງບັນດາກຳ ລັງປະກອບອາວຸດລາວ ເພື່ອນຳ ພາປະຊາຊົນດຳເນີນສົງຄາມປົດ ປ່ອຍຊາດ, ເຊິ່ງມີຍອດສູງແມ່ນ ໄຊຊະນະດຽນບຽນຟູ ປະຫວັດ ສາດ, ເຮັດໃຫ້ພວກລ່າເມືອງຂຶ້ນ ຝຣັ່ງຈຳເປັນຕ້ອງຍອມເຊັນສັນ ຍາເຊີແນວກ່ຽວກັບອີນດູຈີນໃນ ວັນທີ 21 ກໍລະກົດ 1954. ກອງ ປະຊຸມເຊີແນວໄດ້ຮັບຮູ້ເອກະ ລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງລາວ. ຝ່າຍປະເທດລາວ ເປັນກຳລັງການເມືອງເອກະ ລາດ, ຖືກກົດໝາຍ, ມີທະຫານ ແລະ ເຕົ້າໂຮມຢູ່ສອງແຂວງ ( ຫົວພັນ ແລະ ຜົ້ງສາລີ). ສັນ ຍາເຊີແນວເປັນໄຊຊະນະຂອງ ຂະບວນການຕໍ່ສູ້ຕ້ານພວກລ່າ ເມືອງຂຶ້ນຝຣັ່ງຢູ່ ລາວ. ເຮັດໃຫ້ ສະພາບການຢູ່ລາວມີການປ່ຽນ ແປງ ເຊິ່ງເປັນທ່າດີໃຫ້ແກ່ການ ປະຕິວັດລາວຢ່າຈະແຈ້ງ. ສິ່ງ ດັ່ງກ່າວໄດ້ເຮັດໃຫ້ທ່າ ແລະ ກຳ ລັງແຮງຂອງການປະຕິວັດລາວ ເຕີບໃຫຍ່ຂະຫຍາຍຕົວກ້າວກະ ໂດດຂັ້ນເຂດການເຕົ້າໂຮມສອງ ແຂວງໃຫ້ເປັນບ່ອນຕັ້ງສຳນັກ ງານອົງການຂອງພັກ, ແນວ ໂຮມເພື່ອສືບຕໍ່ນຳພາ, ຊີ້ນຳ ການກໍ່ສ້າງກຳລັງການປະຕິ ວັດໃນທຸກດ້ານ, ໂດຍເສີມຂະ ຫຍາຍໄຊຊະນະອັນໃຫຍ່ຫຼວງ ແລະ ການຂະຫຍາຍຕົວຂອງ ການປະຕິວັດລາວ ແລະ ສືບ ຕໍ່ນຳພາພາລະກິດປະຕິວັດກ້າວ ຂຶ້ນຢ່າງບໍ່ຢຸດຢັ້ງ ຈົນມາຮອດ ວັນທີ 30 ພະຈິກ 1968 ສູນ ກາງພັກຈຶ່ງໄດ້ຕົກລົງສ້າງຕັ້ງ ເມືອງວຽງໄຊເປັນຖານທີ່ໝັ້ນ ຂອງການປະຕິວັດລາວຢ່າງ ເປັນທາງການນັບແຕ່ມື້ນັ້ນເປັນ ຕົ້ນມາ. ເມືອງວຽງໄຊຖານທີ່ໝັ້ນ ຂອງການປະຕິວັດລາວ ເຊິ່ງເປັນ ສູນກາງແຫ່ງການຊີ້ນຳ-ນຳພາ ຮອບດ້ານຂອງພັກໃນພາລະກິດ ປົດປ່ອຍຊາດຢ່າງມີໄຊ, ແມ່ນ ບ່ອນກຳເນີດຂອງພັກປະຊາ ຊົນປະຕິວັດລາວ, ອົງການແນວ ລາວຮັກຊາດ, ເປັນຖານທີ່ໝັ້ນ ຂອງການປະຕິວັດ, ເປັນບ່ອນກໍ່ ສ້າງຂະຫຍາຍກຳລັງປະກອບ ອາວຸດ, ກໍ່ສ້າງ ແລະ ປົກປັກ ຮັກສາຖານທີ່ໝັ້ນການປະຕິວັດ. ເມືອງວຽງໄຊແມ່ນຕົ້ນກຳເນີດ ຂອງສາທາ ລະນະລັດປະຊາທິ ປະໄຕ ປະຊາຊົນລາວ. ເປັນສູນ ກາງຊີ້ນຳຂອງພັກຕໍ່ພາລະກິດ ຕໍ່ສູ້ກູ້ຊາດຕ້ານລັດທິລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່. ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັກໄດ້ນຳພາສ້າງເມືອງ ວຽງໄຊໃຫ້ເປັນລັດໜຶ່ງ, ເປັນ ແນວຫຼັງການປະຕິວັດທີ່ແກ່ນ ໝັ້ນ ແລະ ກ້າວຂຶ້ນເຮັດສຳເລັດ ພາລະກິດປະຕິວັດຊາດປະຊາ ທິປະໄຕຂອງຊາດລາວເຮົາ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ