ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ບໍລິສັດ ໄຟຟ້າຫົງສາ ມອບທຶນການສຶກສາ ລະດັບປະລິນຍາຕີ ປະຈຳປີ 2019
ເວລາອອກຂ່າວ: 2020-01-24 10:12:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:



v ບໍລິສັດ ໄຟຟ້າຫົງສາ ມອບ ທຶນການສຶກສາໃນລະດັບປະ ລິນຍາຕີ ຈໍານວນ 5 ທຶນ ໃຫ້ແກ່ ນັກຮຽນໃນເຂດເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ເຊິ່ງມີນັກຮຽນທີ່ໄດ້ຮັບທຶນສຶກ ສາຕໍ່ໃນມະຫາວິທະຍາໄລແຫ່ງ ຊາດລາວ ທີ່ນະຄອນຫຼວງວຽງ ຈັນ ຈໍານວນ 2 ຄົນ ຄື: ທ້າວ ສົມບັດ ປອງປັນຍາ ນັກຮຽນ ຈາກ ເມືອງຫົງສາ ແລະ ນາງ ສາຍພິມ ສຸທິໂວຫານ ນັກຮຽນ ຈາກເມືອງເງິນ, ນັກຮຽນທີ່ໄດ້ ຮັບທຶນສຶກສາຕໍ່ໃນມະຫາວິທະ ຍາໄລສຸພານຸວົງ ທີ່ນະຄອນຫຼວງ ພະບາງ ຈໍານວນ 3 ຄົນຄື: ນາງ ວັນໄຊ ຊັບໝັ້ນ ນັກຮຽນຈາກ ເມືອງຫົງສາ, ທ້າວ ເຊັງຊື່ ເຮີ ນັກຮຽນຈາກເມືອງຫົງສາ ແລະ ທ້າວ ເນັງເຮີ ນັກຮຽນຈາກເມືອງ ຫົງສາ. ບໍລິສັດ ໄຟຟ້າ ຫົງສາໄດ້ກ່າວ ສະແດງຄວາມຍິນດີນຳນ້ອງນັກ ຮຽນທັງ 5 ຄົນ ທີ່ສາມາດເສັງ ຕິດ ແລະ ເຂົ້າສຶກສາຕໍ່ພາຍໃນ ມະຫາວິທະຍາໄລ ທີ່ມີຊື່ສຽງ ໃນດ້ານການຮຽນ-ການສອນ ແຫ່ງ ສປປ ລາວ ແລະ ຫວັງເປັນ ຢ່າງຍິ່ງວ່ານ້ອງໆນັກຮຽນທຸກ ຄົນຈະໃຊ້ຄວາມຮູ້ຄວາມສາ ມາດໃນການສຶກສາຮໍ່າຮຽນໃນ ແຕ່ລະສາຂາວິຊາໄດ້ຢ່າງເຕັມ ທີ່ ແລະ ມີຄວາມປະພຶດດີສົມ ກັບເປັນນັກສຶກສາທີ່ໄດ້ຮັບທຶນ ຈາກ ບໍລິສັດ ໄຟຟ້າຫົງສາ ຈໍາ ກັດ ຕະຫຼອດເຖິງການເປັນແບບຢ່າງທີ່ດີໃຫ້ກັບນ້ອງໆນັກຮຽນ ຮຸ່ນຕໍ່ໆໄປຂອງໂຮງຮຽນ ແລະ ເປັນຄວາມພາກພູມໃຈຂອງຄອບຄົວ ແລະ ຊຸມຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ