ຫ້ອງການຊາວໜຸ່ມ ກອງທັບ ສະຫຼຸບ ຖອດຖອນບົດຮຽນ ວຽກງານກອງທຶນ ຮ່ວມພັດທະນາຊາວໜຸ່ມກອງທັບ
ເວລາອອກຂ່າວ: 2018-11-29 10:58:25 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2217 | ຄວາມນິຍົມ: ![]()
ຫ້ອງການຊາວຫນຸ່ມກອງ ທັບໄດ້ຈັດກອງປະຊຸມສະຫລຸບ ຖອດຖອນບົດຮຽນວຽກງານ ກອງທຶນຮ່ວມພັດທະນາຊາວ ຫນຸ່ມກອງທັບ ແລະ ປັນຜົນປະ ຈຳປີ 2018 ໃນວັນທີ 27 ພະ ຈິກ 2018 ນີ້, ໂດຍການເປັນປະ ທານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຮອງຫົວຫນ້າກົມໃຫຍ່ ການເມືອງກອງທັບ, ຜູ້ຊີ້ນຳອົງ ການຈັດຕັ້ງມະຫາຊົນ, ມີຄະນະ ພັກ-ຄະນະບັນຊາ, ບັນດາຫ້ອງ ການ, ອົງການ, ກົມ, ກອງ ອ້ອມ ຂ້າງກະຊວງເຂົ້າຮ່ວມ.
ພັນໂທ ສຸດໃຈ ມະຫາວົງ ຮອງຫົວຫນ້າຫ້ອງການຊາວ ຫນຸ່ມກອງທັບໄດ້ຊີ້ແຈງວ່າ: ຜ່ານການຈັດຕັ້ງປະຕິບັດ ແລະ ດຳເນີນການເຄື່ອນໄຫວວຽກ ງານຄຸ້ມຄອງບໍລິຫານກອງທຶນ ໃນສົກປີ 2017-2018 ເຫັນ ວ່າ: ຄະນະພັກ-ຄະນະບັນຊາ ກໍຄືຄະນະຊາວໜຸ່ມແຕ່ລະກົມ ກອງໄດ້ເອົາໃຈໃສ່ປຸກລະດົມ ຊຸກຍູ້ການເຄື່ອນໄຫວ ແລະ ໃຫ້ ຄວາມໝາຍສໍາຄັນຕໍ່ກອງທຶນ ດັ່ງກ່າວ ຈຶ່ງເຮັດໃຫ້ສະມາຊິກ ຊາວໜຸ່ມເຊື່ອມຊຶມກໍາແໜ້ນຢ່າງ ເລິກເຊິ່ງ ແລະ ຫັນມາເຂົ້າຮ່ວມ ກອງທຶນນັບມື້ເພີ່ມຂຶ້ນ, ບວກກັບ ຄະນະຮັບຜິດຊອບກອງທຶນກໍໄດ້ ຍົກສູງຄວາມຮັບຜິດຊອບຂອງ ຕົນເຂົ້າໃນການບໍລິຫານກອງ ທຶນດ້ວຍຄວາມໂປ່ງໃສຂາວສະ ອາດ ເພື່ອຮັບປະກັນໃຫ້ແກ່ການ ບໍລິຫານກອງທຶນມີຄວາມເປັນ ເອກະພາບ, ຖືກຕ້ອງຕາມແຕ່ລະ ຂັ້ນຕອນ ແລະ ແທດເໝາະກັບ ສະພາບຄວາມເປັນຈິງຂອງ ກອງທຶນນັ້ນ, ຄະນະຮັບຜິດຊອບ ກອງທຶນດັ່ງກ່າວຈຶ່ງໄດ້ວາງຂໍ້ ກຳນົດກົດລະບຽບອອກເພື່ອ ເປັນບ່ອນອີງໃຫ້ແກ່ການເຄື່ອນ ໄຫວຄຸ້ມຄອງ-ບໍລິຫານກອງທຶນ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ ຕາມຂໍ້ກຳນົດກົດລະບຽບ ແລະ ໂປ່ງໃສໃນທຸກດ້ານ, ເຮັດໃຫ້ ກອງທຶນນັບມື້ເຕີບໃຫຍ່ຂຫຍາຍ ຕົວຢ່າງຕໍ່ເນື່ອງ. ມາຮອດປັດຈຸ ບັນມີສະມາຊິກຊາວໜຸ່ມເຂົ້າ ຮ່ວມກອງທຶນທັງໝົດຈຳນວນ 14,302 ສະຫາຍບັນລຸໄດ້ 95,44% ໃນຈຳນວນສະມາຊິກ ຊາວໜຸ່ມທັງໝົດຈາກ 19 ຫົວ ໜ່ວຍກົມກອງຖ້າທຽບໃສ່ໃນປີ ຜ່ານມາເພີ່ມຂຶ້ນ 10,24%, ມີ ເງິນກອງທຶນສະສົມຕົວຈິງຈຳ ນວນ 2,042 ລ້ານກວ່າກີບ ໂດຍເງິນຈໍານວນດັ່ງກ່າວນັ້ນ ແມ່ນໄດ້ປ່ອຍໃຫ້ສະມາຊິກກອງ ທຶນກໍຄືສະມາຊິກຊາວໜຸ່ມກູ້ຢືມ ໄປສ້າງເສດຖະກິດ, ແກ້ໄຂຊີ ວິດການເປັນຢູ່ຂອງບຸກຄົນ, ຄອບຄົວ ແລະ ລວມໝູ່, ເຮັດທຸ ລະກິດສ່ວນຕົວທີ່ບໍ່ຜິດຕໍ່ກົດ ໝາຍ, ຢືມໄປໃຊ້ຈ່າຍໃນຍາມ ເຈັບເປັນ, ເປັນທຶນການສຶກສາ ແລະ ອື່ນໆ, ເຊິ່ງໄດ້ເຮັດໃຫ້ຊີວິດ ການເປັນຢູ່ຂອງເຂົາເຈົ້າມີພື້ນ ຖານດີຂຶ້ນເທື່ອລະກ້າວ. ສ່ວນ ເງື່ອນໄຂຂອງການກູ້ຢືມຖ້າ ແມ່ນສະມາຊິກຊາວໜຸ່ມທີ່ເປັນ ສະມາຊິກກອງທຶນແມ່ນຈະຄິດ ໄລ່ດອກເບ້ຍ 2% ຕໍ່ເດືອນ, ຖ້າ ບໍ່ແມ່ນສະມາຊິກກອງທຶນກໍສາມ າດຢືມໄດ້ແຕ່ຈະຄິດໄລ່ດອກເບ້ຍ 3% ຕໍ່ເດືອນ ແຕ່ຕ້ອງມີຫຼັກຊັບ ຄໍ້າປະກັນ, ຜ່ານການປ່ອຍເງິນ ໃຫ້ສະມາຊິກກອງທຶນກູ້ຢືມໃນ ສົກປີ 2017-2018 ນີ້ ສາມາດ ສ້າງລາຍຮັບຈາກດອກເບ້ຍ ການປ່ອຍກູ້ໄດ້ຈຳນວນ 276 ລ້ານກວ່າກີບ, ພ້ອມນີ້ກໍໄດ້ແບ່ງ ປັນຜົນກຳໄລໃຫ້ການຈັດຕັ້ງ ແລະ ສະມາຊິກກອງທຶນ 80%, ແບ່ງເປັນທຶນພັດທະນາກອງທຶນ 10%, ບໍລິຫານກອງທຶນ 2% ແລະ ແບ່ງໃຫ້ຄະນະຮັບຜິດຊອບ ກອງທຶນ 8%.
ໂດຍ: ນາລີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















