ເມືອງ ວຽງໄຊ ເປີດງານບຸນຊົນເຜົ່າ ຕິດພັນກັບການສະຫຼອງ ຄົບຮອບ 50 ປີ
ເວລາອອກຂ່າວ: 2018-11-29 11:02:27 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 379586241 | ຄວາມນິຍົມ: ![]()
ໃນວັນທີ 28 ພະຈິກ 2018 ນີ້, ເມືອງວຽງໄຊເປີດງານບຸນ ປະເພນີຊົນເຜົ່າ ແລະ ງານຕະ ຫຼາດນັດ ທີ່ໜອງຜາທ້າວເມືອງ ວຽງໄຊ ປະຈໍາ ປີ 2018 ຕິດ ພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບ ຮອບ 50 ປີ ໂດຍມີ ທ່ານ ວັນ ໄຊ ແພງຊຸມມາ ເຈົ້າແຂວງໆຫົວ ພັນ, ມີບັນດາຕົວແທນຈາກ 5 ຊົນເຜົ່າ, ພ້ອມດ້ວຍປະຊາຊົນ ຊາວເມືອງວຽງໄຊ ເຂົ້າຮ່ວມ.
ທ່ານ ແອງສອນ ນາມມະ ນີນິນ ເຈົ້າເມືອງໆວຽງໄຊ ກ່າວ ວ່າ: ງານບຸນປະເພນີຊົນເຜົ່າ ແມ່ນຈັດຂຶ້ນໃນທຸກປີ, ປີນີ້ເປັນ ປີທີ່ມີຄວາມໝາຍສໍາຄັນ ເພາະ ຕິດພັນກັບການສະເຫລີມສະ ຫລອງວັນສ້າງຕັ້ງເມືອງວຽງ ໄຊ ຖານທີ່ໝັ້ນຂອງການປະຕິ ວັດລາວ ຄົບຮອບ 50 ປີ, ເປັນເຫດການ ການເມືອງທີ່ມີ ຄວາມສຳຄັນທີ່ບໍ່ເຄີຍມີມາໃນ ປະຫວັດສາດຂອງເມືອງວຽງ ໄຊ, ເມືອງວຽງໄຊ ມີມູນເຊື້ອ ຮັກຊາດ, ມູນເຊື້ອພິລະອາດ ຫານ ບໍ່ຍອມຈໍານົນ, ມີແນວຄິດ ແລະ ອຸດົມການ ຈົ່ງຮັກພັກດີ ຕໍ່ພາລະກິດປະຕິວັດ, ໄດ້ສ້າງ ຕັ້ງຂຶ້ນໃນ ປີ 1968 ປັດຈຸບັນມີ 14 ກຸ່ມບ້ານ, 104 ບ້ານ, 6.061 ຄົວເຮືອນ, ມີພົນລະ ເມືອງທັງໝົດ 32 ພັນກວ່າຄົນ, ຍິງ 15 ພັນກວ່າຄົນ, ປະກອບມີ 5 ຊົນເຜົ່າ ຄື: ຊົນເຜົ່າລາວລຸ່ມ, ຊົນເຜົ່າໄຕແດງ, ຊົນເຜົ່າມົ້ງ, ເຜົ່າກຶມມຸ ແລະ ເຜົ່າອີວມ້ຽນ.
ສໍາລັບງານບຸນຊົນເຜົ່າປະ ຈຳປີ 2018 ແມ່ນຈະດຳເນີນ ເປັນເວລາ 2 ວັນ ຄື: ແຕ່ວັນທີ 28-29 ພະຈິກ 2018, ສ່ວນງານຕະຫລາດນັດ ແມ່ນ ຈະສືບຕໍ່ໄປຮອດວັນທີ 30 ພະຈິກ 2018 ໃນງານປະກອບ ມີຫລາຍກິດຈະກຳ ເຊັ່ນ: ການ ແຂ່ງຂັນກິລາພື້ນເມືອງ, ການ ສະແດງວັດທະນະທຳ ຂອງບັນ ດາເຜົ່າ, ງານຕະຫລາດນັດ ແລະ ອື່ນໆ. ໃນງານແມ່ນມີການ ຈັດພິທີບາສີສູ່ຂວັນ ຂອງ 5 ເຜົ່າ ທີ່ມີຄວາມເປັນມາ ແຕກຕ່າງ ກັນ, ໂດຍສະແດງໃຫ້ເຫັນເຖິງ ຮີດຄອງປະເພນີ ຂອງປະຊາຊົນ ບັນດາເຜົ່າ ທີ່ມີການປະຕິບັດ ກັນມາແຕ່ບູຮານນະການ, ພ້ອມ ທັງເປັນການສົ່ງເສີມການທ່ອງ ທ່ຽວລາວປີ 2018 ທັງນີ້ເພື່ອ ເປັນການດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຊົມແຫລ່ງທ່ອງ ທ່ຽວພາຍໃນແຂວງໃຫ້ຫລາຍ ຂຶ້ນ.
ໂດຍ: ຂັນໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















