ກອງພັນໃຫຍ່ 279 ສະຫຼຸບວຽກງານ ປ້ອງກັນພາຍໃນ ແລະ ວຽກງານ ການກໍ່ສ້າງກອງ 3 ປອດ
ເວລາອອກຂ່າວ: 2018-11-30 09:37:00 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 379586190 | ຄວາມນິຍົມ: ![]()
ໃນວັນທີ 28 ພະຈິກ 2018 ກອງພັນໃຫຍ່ 279 ໄດ້ສະຫຼຸບ ວຽກງານປ້ອງກັນພາຍໃນ ແລະ ວຽກງານການກໍ່ສ້າງກອງ 3 ປອດປະຈຳປີ 2017-2018 ແລະ ວາງທິດທາງປີ 2019 ໂດຍການເປັນປະທານຂອງພັນ ເອກ ເມກສະຫວັນ ແກ້ວດວງດີ ເລຂາຄະນະພັກ, ຫົວໜ້າການ ທະຫານກອງພັນໃຫຍ່ 279, ມີ ພະແນກການ, ກົມກອງຮາກ ຖານ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ພັນໂທ ພອນວິໄລ ເຮືອງຄໍາ ທີ ຫົວໜ້າຂະແໜງປ້ອງກັນ ພາຍໃນກອງພັນໃຫຍ່ 279 ຂຶ້ນ ຜ່ານບົດສະຫຼຸບວຽກງານປ້ອງ ກັນພາຍໃນ ແລະ ວຽກງານ ການກໍ່ສ້າງກອງ 3 ປອດ ເຊິ່ງ ໄລຍະຜ່ານມາຄະນະພັກ-ຄະນະ ບັນຊາກົມກອງກໍໄດ້ຖືສຳຄັນ ວຽກງານປ້ອງກັນພັກ, ປ້ອງ
ກັນກົມກອງ ແລະ ປ້ອງກັນຕົນ ເອງ ເປັນບູລິມະສິດແຖວໜ້າໃນ ການປ້ອງກັນພັກ-ປ້ອງກັນພະ ນັກງານໃຫ້ມີຄວາມປອດໃສ ຂາວສະອາດຕິດພັນແໜ້ນກັບ ການສຶກສາອົບຮົມການເມືອງ, ນຳພານາຄິດ ສອດຫ້ອຍເຂົ້າໃນ ທຸກຂົງເຂດວຽກງານລວມຂອງ ກົມກອງ, ເຮັດໃຫ້ພະນັກງານ-ນັກຮົບຮູ້ແຈ້ງຕໍ່ແນວທາງແຜນ ນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ແລະ ຂໍ້ກຳນົດ 7 ລະ ບອບ 18 ວຽກຂອງກອງທັບ, ຕ້ານ ແລະ ສະກັດກັ້ນບັນຫາຫຍໍ້ ທໍ້ທ່ວງດຶງຕໍ່ກັບການພັດທະນາ ກົມກອງ, ເປັນຕາໜ່າງປ້ອງ ກັນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຖືເອົາການ ສ່ອງແສງລາຍງານປະຈຳອາ ທິດ-ປະຈຳເດືອນ ແລະ ປະຈຳໄຕ
ມາດເປັນກະບອກສຽງ, ຍູ້ແຮງ ຂະບວນການລວມຂອງກົມ ກອງໃຫ້ຟົດຟື້ນຕໍ່ເນື່ອງ ແລະ ມີ ບັນຍາກາດອັນໃໝ່, ພ້ອມກັນ ນັ້ນຕ້ອງກ້າເຮັດ, ກ້າຮັບຜິດຊອບ
ແລະ ກ້າຍອມຮັບຄຳຕິຊົມກໍ່ສ້າງ
ຈາກໝູ່ຄະນະ ເພື່ອມາແກ້ໄຂຈຸດ
ບົກຜ່ອງຂໍ້ຄົງຄ້າງ ແລະ ເຮັດໃຫ້ ວຽກງານເດີນແມ່ນແລ່ນສະ ດວກ. ຜ່ານການຈັດຕັ້ງປະຕິບັດ
ວຽກງານປ້ອງກັນພາຍໃນ ແລະ ການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ໃນສົກ 2017-2018 ມີຄື: ຕີລາຄາຈັດ ແບ່ງປະເພດຄຸນະພາບການ ເມືອງພາຍໃນປະເພດ I ເດັ່ນ ກ້າວໜ້າເທົ່າກັບ 90% ແລະ ສາມາດແບ່ງກົມກອງປະເພດ ປອດໃສ, ປອດໄພ, ປອດຄະດີຄື: ປະເພດ I ມີພະແນກການເມືອງ,
ພະແນກເສນາ, ພະແນກພະລາ, ພະແນກວິຊາການ, ພະແນກເຕັກ
ນິກ, ກອງຮ້ອຍ 1 ໃນກອງພັນ 791, ກອງຮ້ອຍ1 ໃນ ກອງພັນ 792, ກອງຮ້ອຍ 1 ໃນກອງພັນ 794 ແລະ ກອງຮ້ອຍ 1 ໃນກອງ ພັນ795, ປະເພດ II ມີ 16 ກົມ ກອງ, ພ້ອມນັ້ນຍັງມອບໃບຢັ້ງ ຢືນກອງ 3 ປອດໃຫ້ແຕ່ລະກົມ ກອງຢ່າງສົມກຽດ.
ໃນໂອກາດນີ້ ພັນເອກ ເມກສະຫວັນ ແກ້ວດວງດີ ຍັງໄດ້ເນັ້ນ ໜັກໃຫ້ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນຕ້ອງໄດ້ສືບຕໍ່ຄຸ້ມ ຄອງສະພາບການເມືອງພາຍໃນ ພະນັກງານ-ນັກຮົບໃນຂອບ ເຂດຮັບຜິດຊອບຂອງຕົນ ແລະ ຈັດຕັ້ງປະຕິບັດຂໍ້ກໍານົດກົດລະ ບຽບຂອງກອງທັບ ແລະ ກົດໝາຍ
ຂອງລັດໃຫ້ຖືກຕ້ອງ, ຂະແໜງ ປ້ອງກັນພາຍໃນ, ອົງການຈັດຕັ້ງພາຍໃນກົມກອງຕ້ອງເປັນ ເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ, ແຕ່ລະພາກສ່ວນ ຕ້ອງລົງໃກ້ຊິດຕິດແທດກັບຮາກ ຖານຢ່າງສະໝໍ່າສະເໝີ ເພື່ອນຳ ພາກົມກອງເຕີບໃຫຍ່ເຂັ້ມແຂງ ກ້າວຂຶ້ນ.
ຂ່າວ: ຮທ ນ໋ອດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















