ສະຫະພັນແມ່ຍິງກອງພົນທີ 4 ສ້າງຂະບວນການແຂ່ງຂັນກີລາ ຮ່ວມກັບສະຫະພັນແມ່ຍິງກອງພັນໃຫຍ່ 401
ເວລາອອກຂ່າວ: 2020-02-13 09:37:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ: ![]()
ໃນວັນທີ 7 ກຸມພາ 2020
ນີ້ ສະຫະພັນແມ່ຍິງກອງພົນທີ
4 ໄດ້ລົງເຄື່ອນໄຫວສ້າງຂະ ບວນການແຂ່ງຂັນກີລາມິດຕະ ພາບຮ່ວມກັບສະຫະພັນແມ່ຍິງ ກອງພັນໃຫຍ່ 401 ນຳໂດຍ
ສະຫາຍ ພັນໂທ ຈັນທຸມມາ
ນໍອາມາດ ຮອງຫົວໜ້າຫ້ອງ ການເມືອງ ກອງພົນທີ 4 ແລະ
ສະຫາຍ ພັນໂທ ນາງ ລຳເຮືອງ
ບຸດຕະວົງ ຫົວໜ້າພະແນກສະ ຫະພັນແມ່ຍິງກອງພົນທີ 4, ຕ້ອນຮັບໂດຍ ຄະນະພັກ-ຄະນະ ບັນຊາກອງພັນໃຫຍ່ 401 ພ້ອມ ດ້ວຍນັກກີລາເຂົ້າຮ່ວມຢ່າງ ພ້ອມພຽງ.
ກີລາທີ່ນຳມາແຂ່ງຂັນໃນຄັ້ງນີ້ ມີ 2 ປະເພດຄື: ບານເຕະຍິງ ແລະ ເປຕັງ, ກີລາບານເຕະຍິງ ທີມກອງພົນທີ 4 ແລະ ທີມ ກອງພັນໃຫຍ່ 401, ເຊິ່ງຜົນ ການແຂ່ງຂັນໃນຄັ້ງນີ້ ຊະນະ ເລີດໄດ້ ແກ່ທີມກອງພົນທີ 4 ໄດ້ຮັບ
ລາງວັນ 100.000 ກີບ ພ້ອມ ຂັນ 1 ໜ່ວຍ, ກີລາເປຕັງສາຍ ການນຳມີ 6 ທີມ, ຊະນະເລີດ ໄດ້ແກ່: ທີມພະແນກການເມືອງ ກອງພັນໃຫຍ່ 401 ໄດ້ຮັບ
ລາງວັນ 300.000 ກີບ ພ້ອມ
ຂັນ 1 ໜ່ວຍ, ຮອງຊະນະເລີດ ໄດ້ແກ່: ທີມການນຳກອງພົນທີ
4 ໄດ້ຮັບລາງວັນ 200.000
ກີບ, ກີລາເປຕັງຍິງ ມີ 6 ທີມ,
ຊະນະເລີດໄດ້ແກ່: ທີມສະຫະພັນ ແມ່ຍິງກອງພັນ118 ໄດ້ຮັບລາງ ວັນ 300.000 ກີບ ພ້ອມຂັນ 1
ໜ່ວຍ, ຮອງຊະນະເລີດແມ່ນທີມ ສະຫະພັນແມ່ຍິງກອງພົນທີ
4 ໄດ້ຮັບລາງວັນ 200.000
ກີບ. ຈຸດປະສົງກໍເພື່ອສ້າງຂະ ບວນການຂໍ່ານັບຮັບຕ້ອນກອງ ປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກອງພົນທີ 4 ແລະ ວັນແມ່ຍິງສາກົນໃຫ້ມີ ຄວາມໝາຍຄວາມສຳຄັນຢ່າງ ເລິກເຊິ່ງ ແລະ ມີບັນຍາກາດ ຟົດຟື້ນມ່ວນຊື່ນ, ອີກຢ່າງໜຶ່ງກໍ
ເປັນການຮັດແໜ້ນສ້າງຄວາມ ສາມັກຄີລະຫວ່າງຂັ້ນເທິງກັບຂັ້ນລຸ່ມ, ກົມກອງຕໍ່ກົມກອງ, ບຸກຄົນຕໍ່ບຸກຄົນ ເພື່ອພ້ອມພາ ກັນສືບຕໍ່ປະຕິບັດໜ້າທີ່ຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ສຳເລັດ ຢ່າງຈົບງາມ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















